ລາຄານໍ້າມັນໃນອົດສະຕຣາລີ ເພີ່ມຂຶ້ນເປັນປະຫວັດການ

55

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ຈາກການລາຍງານຂອງສໍານັກຂ່າວສານຫວຽດນາມປະຈໍາຢູ່ ຊິດນີ ( Sydney ) ປະເທດອົດສະ ຕຣາລີ ໃຫ້ຮູ້ວ່າ: ລາຄານ້ຳມັນແອັດຊັງຂາຍຍ່ອຍຢູ່ອົດສະ ຕຣາລີ ກຳລັງເພີ່ມຂຶ້ນສູ່ສະດັບສູງສຸດເປັນປະຫວັດການ ແລະ ຄາດວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນອະນາຄົດອັນໃກ້ນີ້.

ລາຄາຂາຍຍ່ອຍສະເລ່ຍ ສຳລັບນໍ້າມັນແອັດຊັງທຳມະດາ ຢູ່ທີ່ 1,31 ໂດລາ/ລິດ ເຊິ່ງໃນເມືອງເມລເບິນ ( Melbourne ) ລາຄານໍ້າມັນສູງສຸດທີ່ 1,38 ໂດລາຕໍ່ລິດ; ໃນແອດິເລດ ( Adelaide ) ແລະ ບຣິດເບນ ( Brisbane ) ລາຄາຍັງຕໍ່າກວ່າ 1,28 ໂດລາຕໍ່ລິດ ເຊິ່ງແມ່ນ 1,24 ໂດລາຕໍ່ລິດ ແລະ 1,26 ໂດລາຕໍ່ລິດຕາມລໍາດັບ.

ຕາມການລາຍງານຂອງສຳນັກງານພະລັງງານລະຫວ່າງປະເທດ ( IEA ) ກ່ຽວກັບຕະຫຼາດນໍ້າມັນໃນເດືອນສິງຫາປີນີ້ວ່າ: ຄວາມຕ້ອງການນໍ້າມັນໃນທົ່ວໂລກຢູ່ລະດັບສູງເປັນປະຫວັດການ, ຂະນະທີ່ລາຄານໍ້າມັນເພີ່ມຂຶ້ນ 23% ຕັ້ງແຕ່ເດືອນມິຖຸນາປີນີ້ ເຮັດໃຫ້ລາຄາຂາຍສົ່ງນໍ້າມັນໃນອົດສະຕຣາລີສູງຂຶ້ນ.

ທ່ານ Chris Ford ນັກວິເຄາະເຊື້ອເພີງຂອງເວັບໄຊ        ” Compare the Market ” ກ່າວວ່າ: ລາຄາຂາຍສົ່ງເພີ່ມຂຶ້ນຫຼາຍກວ່າ 13 ເຊນອົດສະຕຣາລີ ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ເຮັດໃຫ້ລາຄາຂາຍຍ່ອຍເພີ່ມສູງຂຶ້ນ. ລາຄານໍ້າມັນແອັດຊັງຂາຍຍ່ອຍ ໄດ້ຮັບຜົນກະທົບຈາກລາຄານໍ້າມັນດິບທີ່ປັບຕົວສູງຂຶ້ນ.

ຕົ້ນທຶນໄດ້ເພີ່ມຂຶ້ນຫຼັງຈາກການຕັດສິນໃຈຫຼຸດການຜະລິດນໍ້າມັນໃນເດືອນກໍລະກົດ 2023 ຂອງ OPEC+ ພາຍຫຼັງທີ່ຫຼຸດການຜະລິດເມື່ອເດືອນພະຈິກ 2022. OPEC+ ຜະລິດນໍ້າມັນດິບປະມານ 40% ຂອງໂລກ ເຊິ່ງໝາຍຄວາມວ່າ ການຕັດສິນໃຈຫຼຸດກຳລັງການຜະລິດຂອງພວກເຂົາມີຜົນກະທົບຕໍ່ລາຄານໍ້າມັນ.

ອີກທັງອັດຕາແລກປ່ຽນໂດລາສະຫະລັດ ແລະ ໂດລາອົດສະຕຣາລີ ຍັງເຮັດໃຫ້ລາຄານໍ້າມັນແອັດຊັງສູງຂຶ້ນອີກດ້ວຍ, ການຊື້ນໍ້າມັນຈ່າຍເປັນໂດລາສະຫະລັດ ແລະ ເມື່ອໂດລາອົດສະຕຣາລີ ອ່ອນຄ່າ ເຊິ່ງຊາວອົດສະຕຣາລີ ກໍຈ່າຍຫຼາຍຂຶ້ນ.

ຂະນະທີ່ພາສີເຊື້ອເພີງຂອງລັດຖະບານອົດສະຕຣາລີ ໄດ້ເພີ່ມຂຶ້ນຈາກ 46 ເຊນອົດສະ ຕຣາລີຕໍ່ລິດ ມາເປັນ 48 ເຊນອົດສະຕາລີຕໍ່ລິດ ໃນຕົ້ນເດືອນສິງຫານີ້ ເຊິ່ງຕາມດັດຊະນີຜູ້ບໍລິໂພກ ( CPI ) ນີ້ ອາດເຮັດໃຫ້ ລາຄານໍ້າມັນເພີ່ມສູງຂຶ້ນອີກ.