W.I.G ສະຫຼຸບຜົນງານ ຢູ 12 ຍາດໄດ້ອັນດັບ 5 ທີ່ ສ ເກົາຫຼີ ແລະ ຢູ 10 ຍາດໄດ້ອັນດັບ 2 ທີ່ ສປ ຈີນ

142

ທັບນັກກີລາບານເຕະເຍົາວະຊົນລາວກໍຄື W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ພາຍຫຼັງເດີນທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັງນ ສປປ ລາວ ຢ່າງເປັນທາງການໃນຕອນບ່າຍຂອງວັນທີ 19 ສິງຫາ 2023 ພ້ອມກັບຂັນອັນດັບ 2 ແລະ ຫຼຽນເງິນທີ່ຍາດມາໄດ້ຈາກການແຂ່ງຂັນບານເຕະເຍົາວະຊົນລາຍການ Peace Cup 2023 ລະຫວ່າງວັນທີ 11-18 ສິງຫາ 2023 ທີ່ແຂວງເສິນຢາງ ສປ ຈີນ.

ນອກນັ້ນ, ກ່ອນໜ້ານັ້ນ W.I.G NAGA ຮຸ່ນອາຍຸບໍ່ເກີນ 12 ປີກໍຍັງສາມາດຍາດໄດ້ອັນດັບ 5 ຈາກ 32 ທີມເຂົ້າຮ່ວມ ໃນການແຂ່ງຂັນລາຍການລະດັບນາໆຊາດທີ່ ສ ເກົາຫຼີ ໃນລາຍການ JS CUP 2023 ເມື່ອເດືອນກໍລະກົດ ທີ່ຜ່ານມາ ແລະ ຫຼ້າສຸດໃນວັນທີ 19 ສິງຫາ 2023 ຢູ 12 ຂອງ W.I.G NAGA ກໍຍັງສາມາດຄວ້າແຊັມ RHB/ LFF Laos Junior Football Championship 2023 ໃນຮຸ່ນອາຍຸບໍ່ເກີນ 12 ປີທີ່ ສະຫະພັນບານເຕະແຫ່ງຊາດລາວ ກັບ ທະນາຄານ RHB ຈັດຂຶ້ນທີ່ເດິ່ນບານເຕະຫ້ວຍຫົງ ສປປ ລາວ ໂດຍໄດ້ແຊ້ມຈາກຜົນງານຊະນະ 5 ນັດລວດ.

ຈາກຜົນງານດັ່ງກ່າວ ຫຼ້າສຸດໃນຕອນແລງຂອງວັນທີ 20 ສິງຫາ 2023 ທີ່ເດີ່ນບ້ານເຕະ ເບ ສະຫວັນ ເອັຟຊີ ຈິ່ງໄດ້ມີພິທີສະຫຼຸບຜົນງານ ແລະ ມອບເງິນລາງວັນໃຫ້ກັບນັກກິລາ ແລະ ຄູຝຶກທັງ 2 ຮຸ່ນ ໃຫ້ກຽດຈັດງານຕ້ອນຮັບໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ທັງເປັນເຈົ້າຂອງເດີນ ເບ ສະຫວັນ ເອັຟຊີ ແລະ ໃຫ້ກຽດມອບເງິນລາງວັນໃຫ້ກັບນັກກິລາໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ພ້ອມດ້ວຍຄະນະຄູຝຶກ ແລະ ນັກກີລາ ຕະຫຼອດຮອດພໍ່ແມ່ພີ່ນ້ອງອ້າຍເອື້ອຍນ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູຝຶກຂອງ U10 W.I.G NAGA ໃຫ້ສໍາພາດວ່າ: ພໍໃຈກັບຜົນງານເຂົ້າຮ່ວມແຂ່ງຂັນໃນລາຍການນີ້ ທີ່ນ້ອງໆສາມາດຫຼິ້ນກັນໄດ້ຢ່າງໂດດເດັ່ນຈົນສາມາດເຂົ້າເຖິງຮອບຊີງຊະນະເລີດໄດ້ ເພາະພວກເຮົາຕ້ອງເປົ້າໄວ້ເຂົ້າຮອບເດິກໆ ກ່ອນທີ່ຮອບຊີງຊະນະເລີດພວກເຮົາຈະເສຍ ແຕ່ພວກເຮົາຍອມຮັບຄວາມປະລາໄຊ ແຕ່ພວກເຮົາສູ້ໄດ້ມີໃຈສູ້ ເຖິງວ່າສະພາບຮ່າງຂອງນ້ອງໆຈະນ້ອຍກວ່າຄູ່. ແນ່ນອນ ຫຸນໜານ ເປັນທີມທີ່ດີທີ່ສຸດຂອງ ສປ ຈີນ ແລະ ຮູ້ສຶກດີໃຈທີ່ສຸດ ທີ່ນ້ອງໆໄດ້ແຂ່ງຂັນນໍາທີມດີໆແບບນີ້ຮູ້ສຶກດີໃຈຫຼາຍ ເພື່ອນໍາເອົາບົດຮຽນຄັ້ງນີ້ໄປປັບປຸງແກ້ໄຂ ແລະ ພັດທະນາ ເພື່ອກັບມາອີກຄັ້ງໃນອະນາຄົດ.

ຂະນະດຽວກັນ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໃຫ້ສໍາພາດວ່າ: ຖືກເປັນເປັນອີກໜຶ່ງຜົນສໍາເລັດ ແລະ ນ້ອງນັກເຕະສະໂມສອນ W.I.G NAGA ພວກເຮົາທີ່ໄດ້ໄປແຂ່ງຂັນລາຍການລະດັບນາໆຊາດແທ້ ເພາະກ່ອນໜ້ານີ້ແມ່ນສົ່ງ U12 ປີໄປແຂ່ງຂັນລາຍການ JS CUP 2023 ທີ່ປະເທດເກົາຫຼີ ກໍສາມາດຍາດໄດ້ອັນດັບທີ 5 ຈາກ 32 ທີມເຂົ້າຮ່ວມ ແລະ ລາຍການ Peace Cup 2023 ທີ່ ສປ ຈີນ ພວກເຮົາສົ່ງ U10 ເຂົ້າຮ່ວມກໍສາມາດເຂົ້າເຖິງຮອບຊີງຊະນະເລີດ ກ່ອນຈະເສຍໃຫ້ກັບ ຫຸນໜານ ເຊິ່ງເປັນທີມທີ່ດີທີ່ສຸດໃນ ຢູ 10 ປີລາຍການນີ້ ເຮັດໃຫ້ທີມພວກເຮົາໄດ້ອັນດັບ 2 ແນ່ນອນພວກເຮົາຈະນໍາເອົາປະສົບການຈາກ 2 ລາຍການນີ້ໄປພັດທະນາຕໍ່ໄປ ເພື່ອກຽມເຂົ້າຮ່ວມຫຼາຍໆລາຍການໃນທ້າຍປີນີ້ໃນຕ່າງປະເທດ.

ສໍາລັບການແຂ່ງຂັນບານເຕະລາຍການດັ່ງກ່າວ ໃນຮຸ່ນອາຍຸບໍ່ເກີນ 10 ປີມີ 19 ທີມເຂົ້າຮ່ວມຊີງໄຊ ແບ່ງເປັນ 4 ກຸ່ມ ເຊິ່ງຜົນງານຂອງ U10 W.I.G NAGA ທີມຈາກ ສປປ ລາວ ມີຄື:
1.ຊະນະ QIN HUANGBOY ທີມຈາກ ສປ ຈີນ 7-0 ຮອບແບ່ງກຸ່ມ
2.ຊະນະ SHENYANG LONGXIN FC ທີມຈາກ ສປ ຈີນ 4-0 ຮອບແບ່ງກຸ່ມ
3.ຊະນະ LANGFANG QUANTA ທີມຈາກ ສປ ຈີນ 5-1 ຮອບແບ່ງກຸ່ມ
4.ຊະນະ Korea STS ທີມຈາກເກົາຫຼີໃຕ້ 9-1 ຮອບແບ່ງກຸ່ມ
5.ຊະນະ Boyue Youth Training ທີມຈາກ ສປ ຈີນ 4-0 ຮອບ 8 ທີມສຸດທ້າຍ
6.ຊະນະ Dalian Ledong ທີມຈາກ ສປ ຈີນ 5-0 ໃນຮອບ 4 ທີມສຸດທ້າຍ
7.ເສຍໃຫ້ກັບ Hunnan ທີມຈາກ ສປ ຈີນ 0-1 ໃນນັດຊີງຊະນະເລີດ

ສ່ວນນັກເຕະຂອງ U10 W.I.G NAGA ທີ່ຍິງປະຕູໄດ້ຫຼາຍທີ່ສຸດແມ່ນ ອານຸສັກ ວິໄລກຸນ ຫຼື ບ້ຽວເກດ ຍິງໄດ້ 15 ປະຕູເປັນດາວຍິງສູງສຸດຂອງທີມ ແລະ ລາຍການ Peace Cup 2023 ແບ່ງເປັນແຮັດເຮັດທຣິກ 3 ນັດ ( ຍິງ 3 ປະຕູຂຶ້ນໄປຕໍ່ນັດ ), ສ່ວນອີກ 4 ນັດແມ່ນສາມາດຍິງປະຕູໄດ້ເກືອບທຸກນັດ ຍົກເວັ້ນນັດຊີງຊະນະເລີດທີ່ບໍ່ສາມາດຍິງໄດ້ ພ້ອມທັງຄວ້າລາງວັນແມນອ໊ອຟເດິແມັດໄປ 6 ນັດລວດ, ອັນດັບ 2 ໄຊຍະສອນ ຍິງໄດ້ 6 ປະຕູ, ອັນດັບ 3 ສຸກພະໄຊ ຍິງໄດ້ 4 ປະຕູ, ອນດັບ 4 ພັດທະນາ ຍິງໄດ້ 3 ປະຕູ, ອັນດັບ 5 ພົງສະຫວັນ ຍິງໄດ້ 2 ປະຕູ ແລະ ອີກ 4 ຄົນປະກອບມີ ນັດທະວຸດ, ສຸກັນ, ທິລະກອນ ແລະ ສິນລະພັດ ແມ່ນຍິງໄດ້ 1 ປະຕູເທົ່າກັນ.
ຂ່າວ-ຮູບ: Larh Creators;