ກະຊວງ ສກ ອອກແຈ້ງການ ປະຕິບັດນະໂຍບາຍ ແລະ ແກ້ໄຂບັນຫາຂາດແຄນຄູສອນ

78

ກະຊວງສຶກສາທິການ ແລະ ກີລາ ( ສກ ) ໄດ້ເລັ່ງແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ສົ່ງເສີມເຂົ້າຮຽນວິຊາຊີບ – ການສຶກສາຊັ້ນສູງ ໂດຍຄົ້ນຄວ້າສ້າງສິ່ງຈູງໃຈ ແລະ ກຳນົດມາດຕະການຊ່ວຍເຫຼືອລັດຖະກອນຄູ ແລະ ຄູອາສາສະໝັກ ແລະ ນະໂຍບາຍຕ່າງໆຕາມຄວາມເໝາະສົມ; ປະຖົມນິເທດ ຄວາມສໍາຄັນຂອງການຮຽນອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ນັກຮຽນ – ນັກສຶກສາ ດ້ວຍຫຼາຍຮູບແບບຫຼາຍຮູບການ.

ກະຊວງສຶກສາທິການ ແລະ ກີລາ ໄດ້ອອກແຈ້ງການສະບັບເລກທີ 1216/ສສກ ລົງວັນທີ 15 ສິງຫາ 2023 ນະຄອນຫຼວງວຽງຈັນ ເລື່ອງການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ສົ່ງເສີມເຂົ້າຮຽນວິຊາຊີບ – ການສຶກສາຊັ້ນສູງ.

อาจเป็นรูปภาพของ 3 คน, ผู้คนกำลังอ่านหนังสือ และ ข้อความ

ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິຕົກລົງວ່າດ້ວຍ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ໃຫ້ປາກົດຜົນເປັນຈິງ, ກະຊວງສຶກສາທິການ ແລະ ກີລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດດັ່ງນີ້:

1 ປຸກລະດົມ ແລະ ເພີ່ມທະວີການນຳພາສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ລັດຖະກອນຄູ ແລະ ຄູອາສາສະໝັກໃຫ້ຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະໃນການປະຕິບັດໜ້າທີ່ການສິດສອນໃຫ້ຫຼາຍຂຶ້ນ ດ້ວຍຫຼາຍວິທີການທີ່ເໝາະສົມຢ່າງເລິກເຊິ່ງທົ່ວເຖິງ ແລະ ແຂງແຮງກວ່າເກົ່າ.

2 ເກັບກຳຂໍ້ມູນສະຖິຕິຄວາມຕ້ອງການຄູໃນສະຖານການສຶກສາທີ່ຕັ້ງລຽບຕາມຊາຍແດນ ແລະ ເຂດທຸລະກັນດານບ່ອນທີ່ມີເງື່ອນໄຂນຳໃຊ້ບຸກຄະລາກອນທີ່ສັງກັດໃນພາກສ່ວນອື່ນຊ່ວຍສອນ.

3 ຄົ້ນຄວ້າສ້າງສິ່ງຈູງໃຈ ແລະ ກຳນົດມາດຕະການຊ່ວຍເຫຼືອລັດຖະກອນຄູ ແລະ ຄູອາສາສະໝັກ ແລະ ນະໂຍບາຍຕ່າງໆຕາມຄວາມເໝາະສົມ ເປັນຕົ້ນ ທີ່ພັກອາໄສ, ເບິ່ງແຍງຊີວິດການເປັນຢູ່, ເງິນນະໂຍບາຍ ແລະ ອື່ນໆ ຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.

4 ຈັດຕັ້ງນັກສຶກສາຄູໄປສອນຊ່ວຍຢູ່ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມສຶກສາ ທີ່ຂາດແຄນຄູ; ພ້ອມທັງເກັບກໍາຂໍ້ມູນ ແລະ ຄົ້ນຄວ້າສ້າງເງື່ອນໄຂໃນການຈັດຕັ້ງເອົານັກສຶກສາຄູປີສຸດທ້າຍ ໄປຝຶກສອນຕົວຈິງຢູ່ເຂດຂາດແຄນຄູຢ່າງໜ້ອຍໜຶ່ງສົກຮຽນຕໍ່ຄົນ ເລີ່ມແຕ່ສົກຮຽນ 2023 – 2024 ເປັນຕົ້ນໄປ ແລະ ໃຫ້ຄູ – ອາຈານຢູ່ວິທະຍາໄລ ແລະ ມະຫາວິທະຍາໄລແຫ່ງຕ່າງໆ ສາມາດໄປຊ່ວຍສອນຢູ່ໃນເຂດທີ່ຂາດແຄນຄູ.

5 ເກັບກໍາຂໍ້ມູນສະຖິຕິຄູອາສາສະໝັກ ທີ່ມີຄວາມຕ້ອງການ ແລະ ຈຳເປັນໃນແຕ່ລະຊັ້ນ, ແຕ່ລະສາຍ ແລະ ລາຍວິຊາ ໂດຍຢັ້ງຢືນຈາກພະແນກພາຍໃນ ແລ້ວສົ່ງໃຫ້ກົມຈັດຕັ້ງ ແລະ ພະນັກງານ ບໍ່ໃຫ້ກາຍວັນທີ 25 ສິງຫາ 2023.

6 ໃນທ້ອງຖິ່ນ, ສະຖານການສຶກສາທີ່ມີການຂາດແຄນຄູ ແມ່ນບໍ່ອະນຸຍາດໃຫ້ລັດຖະກອນຄູ ຍົກຍ້າຍໄປຂະແໜງການອື່ນ, ຖ້າມີຄວາມຈຳເປັນ ກ່ອນຈະມີການຍົກຍ້າຍຕ້ອງສະເໜີເຖິງກະຊວງສຶກສາທິການ ແລະ ກີລາ ພິຈາລະນາເປັນແຕ່ລະກໍລະນີ.

7 ເຮັດວຽກງານແນວຄິດກັບພໍ່ແມ່, ຜູ້ປົກຄອງຂອງນັກຮຽນ – ນັກສຶກສາ ທີ່ປະລະການຮຽນ ແລະ ມີຄວາມສ່ຽງທີ່ຈະປະລະການຮຽນ ໃຫ້ສືບຕໍ່ສົ່ງເສີມລູກຫຼານຂອງຕົນເຂົ້າຮຽນ ແລະ ຮຽນໃຫ້ຈົບການສຶກສາພາກບັງຄັບຕາມກົດໝາຍ ວ່າດ້ວຍການສຶກສາ.

8 ປຸກລະດົມ ແລະ ປະຖົມນິເທດ ກ່ຽວກັບຄວາມໝາຍສໍາຄັນຂອງການຮຽນອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ນັກຮຽນ – ນັກສຶກສາ ພາຍໃນສະຖານການສຶກສາຂອງຕົນຊາບດ້ວຍຫຼາຍຮູບແບບ ດ້ວຍຫຼາຍຮູບການ ລວມທັງການເຊີນອະດີດນັກສຶກສາທີ່ປະສົບຜົນສຳເລັດໃນການປະກອບອາຊີບ ແລະ ອື່ນໆ ມາພົບປະນັກຮຽນ – ນັກສຶກສາ ເພື່ອແລກປ່ຽນບົດຮຽນຕົວຈິງ.

9 ຄົ້ນຄວ້າສ້າງໂຮງລ້ຽງເດັກ, ໂຮງຮຽນອະນຸບານຊຸມຊົນ, ໂຮງຮຽນກິນນອນ ແລະ ສະໜອງອາຫານທ່ຽງໃນໂຮງຮຽນ ເພື່ອສ້າງເງື່ອນໄຂໃຫ້ຜູ້ປົກຄອງໄປທຳການຜະລິດ.

10 ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່ແມ່ນັກຮຽນ ເກັບກໍາຂໍ້ມູນນັກຮຽນທີ່ປະລະການຮຽນ ແລະ ຜູ້ທີ່ຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ເພື່ອຈັດຕັ້ງການຮຽນການສອນບຳລຸງຍົກລະດັບການສຶກສາໃນສາຍການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ເລີ່ມແຕ່ສົກຮຽນ 2023 – 2024 ເປັນຕົ້ນໄປ.

11 ສ້າງສະພາບແວດລ້ອມ, ສ້ອມແປງ, ທາສີ, ສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ແລະ ອື່ນໆ, ເຮັດໃຫ້ສະຖານການສຶກສາທັງໃນ ແລະ ນອກໂຮງຮຽນໃຫ້ຈົບງາມ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນມາຮຽນຫຼາຍຂຶ້ນ.

12 ມອບໃຫ້ທຸກພາກສ່ວນຈັດຕັ້ງ ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍແຈ້ງການສະບັບນີ້ໃຫ້ໄດ້ຮັບການປະຕິບັດຢ່າງມີຜົນສຳເລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ສໍາລັບການຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ທີ່ຕິດພັນກັບຄວາມຮັບຜິດຊອບຂອງຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກີລາ ແລະ ສູນ ຂັ້ນກະຊວງ ແມ່ນໃຫ້ປະຕິບັດຕາມມະຕິຂອງກອງປະຊຸມຄະນະປະຈຳພັກກະຊວງ ໃນວັນທີ 25 ກໍລະກົດ 2023 ແລະ ວັນທີ 7 ສິງຫາ 2023.

13 ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກີລາ ທຸກຂັ້ນ ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງສະຫຼຸບ ແລະ ລາຍງານມາຍັງກະຊວງສຶກສາທິການ ແລະ ກີລາ ກ່ອນວັນທີ 20 ຂອງແຕ່ລະເດືອນ.