ຄາດ ເສດຖະກິດຂອງຕວັກກີ ຈະເຕີບໂຕ 4,5% ໃນປີນີ້

7

ເວັບໄຊ Hurriyetdailynews.com ຂອງຕວັກກີ ລາຍງານເມື່ອວັນທີ 17 ສິງຫາຜ່ານມາວ່າ: ທ່ານ Mehmet Simsek ລັດຖະມົນຕີກະຊວງການເງິນຂອງ ຕວັກກີ ກ່າວວ່າເຖິງຈະມີບັນຫາທາງການເງິນທົ່ວໂລກ ແຕ່ເສດຖະກິດຂອງປະເທດ ຄາດວ່າຈະເຕີບໂຕ 4,5% ໃນປີນີ້.

ທ່ານ Mehmet Simsek ກ່າວໃນກອງປະຊຸມສະມາຄົມທະນາຄານຕວັກກີ ( TBB ) ເມື່ອບໍ່ດົນຜ່ານມາວ່າ: ຂັ້ນຕອນການດຳເນີນນະໂຍບາຍການເງິນ ແລະ ການທະນາຄານຄວບຄູ່ໄປກັບຄວາມບໍ່ແນ່ນອນທາງການເມືອງທີ່ຫຼຸດລົງ ຫຼັງຈາກການເລືອກຕັ້ງໄດ້ເລີ່ມສົ່ງຜົນກະທົບໃນທາງບວກ ຕໍ່ຄວາມຄາດຫວັງກ່ຽວກັບເສດຖະກິດຂອງຕວັກກີ.

ທ່ານກ່າວເສີມວ່າ: ນະໂຍບາຍແມ່ນໄປຕາມມາດຖານສາກົນ ເຊິ່ງກຳລັງກຳນົດນະໂຍບາຍການເງິນ, ການທະນາຄານ ແລະ ສິນເຊື່ອໃນລັກສະນະທີ່ຈະເຮັດໃຫ້ແນ່ໃຈວ່າຈະບັນລຸເປົ້າໝາຍ ໂດຍຈະດຳເນີນການຕໍ່ໄປ ເພື່ອຫຼຸດຄວາມສັບຊ້ອນ ແລະ ເຂັ້ມງວດຂອງນະໂຍບາຍການເງິນ.

ເສດຖະກິດຂອງຕວັກກີ ຂະຫຍາຍຕົວ 4% ໃນໄຕມາດທໍາອິດຂອງປີນີ້ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງການເລັ່ງຂຶ້ນຈາກອັດຕາຂະຫຍາຍຕົວ 3,5% ໃນໄຕມາດສຸດທ້າຍຂອງປີ 2022.