ງານນີ້ມີແຕ່ຄໍາວ່າປັງ! ງານເປີດໂຕເພງ “ ປອກຄໍ ” ຂອງ Blackeyes

54

ວ້າວ! ງານໃຫຍ່ສົມການລໍຄອຍ ເປັນການເປີດໂຕຜົນງານເພງທີ່ ພິເສດ ແລະ ຍິ່ງໃຫຍ່ສຸດໆເລີຍ ໂດຍເພງໃໝ່ທີ່ຖືກປ່ອຍອອກມາໃຫ້ທຸກຄົນໄດ້ຟັງແລ້ວ ກໍຄືທາງວົງ Blackeyes ສິລະປິນໃນຕໍານານຂອງປະເທດລາວ ໄດ້ຈັດງານເປີດໂຕເພງ “ ປອກຄໍ ”ຢ່າງເປັນທາງການ ເຊິ່ງເປັນງານທີ່ມີທັງເລົ່າດາລາລາວ, ສິລະປິນລາວ ແລະ ສື່ມວນຊົນຕ່າງໆເຂົ້າຮ່ວມເພື່ອໃຫ້ໄດ້ຟັງເພງ ແລະ ເບິ່ງເອັມວີຄັ້ງທໍາອິດ ໃນວັນທີ 12 ສິງຫານີ້ ເອີ້ນໄດ້ວ່າເປັນງານໃຫຍ່ຄັບຫ້າງກັນເລີຍ ເຊິ່ງງານນີ້ມີແຕ່ດາລາຕົວເດັດຕົວທັອບມາຮ່ວມເປັນຈໍານວນຫຼາຍ.

ງານນີ້ນອກຈາກການເປີດໂຕເພງທີ່ຮືຮາ ຍັງໄດ້ນາງເອກເອັມວີສຸດງາມສອງສາວມາຮ່ວມສະແດງໃນບົດເພງນີ້ນໍາອີກດ້ວຍ ນັ້ນກໍຄືສາວໆທີ່ ກໍາລັງເປັນກະແສ ແລະ ສົມບົດບາດ ໄດ້ຮັບຕໍາແໜ່ງຈາກການປະກວດມາໃໝ່ໆກັນເລີຍ ນັ້ນກໍຄື ສາວ ລູອີສ ຈັນທະລັງສີ ຮອງອັນດັບ 1 ມິສແກຣນລາວ ແລະ ນ້ອງ ດາວ ສຸວັນນາລີ ສໍກິ່ງນວນຕາ ທັອບ 10 Oishi teen idolມາຮ່ວມສະແດງໃນເອັມວີເພງນີ້ ແລະ ໃນມື້ເປີດໂຕເພງນີ້ ທັງສອງສາວກໍໄດ້ເຂົ້າຮ່ວມເພື່ອອະທິບາຍບົດບາດຂອງຕົວເອງໃນເອັມວີກັບ ໜຸ່ມໂອລ້າ ນັກຮ້ອງນໍາຂອງ Black eyes ນໍາອີກ.

ໃນງານໜຸ່ມໂອລ້າ ກໍໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ສໍາລັບການຈັດງານໃນມື້ນີ້ແມ່ນມີຄວາມຮູ້ສຶກຕື່ນເຕັ້ນຫຼາຍ ເນື່ອງຈາກວ່າມີແຂກຄົນມີຊື່ສຽງ ແລະ ໝູ່ເພື່ອນໃນວົງການຈໍານວນຫຼາຍຄົນມາຮ່ວມ ແລະ ທີ່ຈັດງານເປີດໂຕເພງປອກຄໍໃນເທື່ອນີ້ ກໍເພື່ອເຮັດໃຫ້ວົງ Blackeyes ກັບມາຄຶກຄື້ນອີກຄັ້ງ. ພາຍໃນງານນີ້ທຸກຄົນໄດ້ຟັງເພງໃໝ່ກັບບັນຍາກາດກໍຄຶກຄື້ນສຸດໆເລີຍ! ເພາະວົງ Blackeyes ໄດ້ສະແດງຄອນເສີດ ຮ້ອງເພງ “ ປອກຄໍ ” ໃຫ້ບັນດາຜູ້ຊົມໄດ້ຟັງແບບສົດໆເປັນບ່ອນທໍາອິດ ແລະ ຍັງມີນັກຮ້ອງທີ່ມີຊື່ສຽງ ຢ່າງຕ່າຍອາກາດ ຮ່ວມສະແດງໃນຄອນເສີດຄັ້ງນີ້ດ້ວຍ.

ສໍາລັບເນື້ອຫາຂອງເພງ ຄໍາຮ້ອງ, ທໍານອງຈະເປັນແນວໃດນັ້ນໃຜທີ່ຍັງບໍ່ໄດ້ຟັງຕ້ອງລອງຟັງເດີ, ເພງມ່ວນສົມກັບການລໍຄອຍກັນອີ່ຫຼີເລີຍ ຮັບຮອງຖ້າຟັງແລ້ວຈະອິນໄປກັບເພງປອກຄໍກັນຢ່າງແນ່ນອນເລີຍ ເຊິ່ງສາມາດຕິດຕາມການເຄື່ອນໄຫວ ແລະ ຮັບຟັງຜົນງານເພງກັນເລີຍໄດ້ທີ່: Facebook: Ola Blackeyes Fanclub ນັ້ນເອງ ຢ່າລືມໄປກົດຟັງກັນຫຼາຍໆເດີ ເພື່ອໃຫ້ດັງທະລຸຮ້ອຍລ້ານວິວກັນໄປເລີຍ ເພື່ອເປັນການສະໜັບສະໜູນຜົນງານເພງຂອງລາວເຮົາໃຫ້ກ້າວໄກນັ້ນເອງ.