ເຟດ ເຜີຍ ເງິນຝາກທະນາຄານ ແລະ ສິນເຊື່ອເພີ່ມຂຶ້ນ

59

ເວັບໄຊ Investing.com ລາຍງານວ່າ: ທະນາຄານກາງສະຫະລັດ ( FED ) ເປີດເຜີຍວ່າ: ເງິນຝາກທະນາຄານ ແລະ ສິນເຊື່ອ ເພີ່ມຂຶ້ນ 17,60 ຕື້ໂດລາ ສູ່ລະດັບ 17,36 ພັນຕື້ໂດລາ ໂດຍປັບຕາມລະດູການ.

ຂະນະທີ່ສິນເຊື່ອຂອງທະນາຄານທຸລະກິດ ເພີ່ມຂຶ້ນ 9,3 ພັນຕື້ໂດລາ ສູ່ລະດັບ 12,132 ພັນຕື້ໂດລາ. ສ່ວນສິນເຊື່ອອະສັງຫາລິມະຊັບເພື່ອທີ່ຢູ່ອາໄສ ເພີ່ມຂຶ້ນ 16,4 ຕື້ໂດລາ.

ສິນເຊື່ອອະສັງຫາລິມະຊັບເພື່ອການຄ້າ ເພີ່ມຂຶ້ນ 9,6 ຕື້ໂດລາ ຈາກອາທິດກ່ອນໜ້ານີ້; ໃນຂະນະທີ່ສິນເຊື່ອຜູ້ບໍລິໂພກ ຫຼຸດລົງ 1,5 ຕື້ໂດລາ ຈາກອາທິດກ່ອນໜ້ານີ້.