ອັງກິດ ມີຄວາມສ່ຽງສູນເສຍການເຕີບໂຕທາງເສດຖະກິດ

30

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ສະຖາບັນວິໄຈເສດຖະກິດ ແລະ ສັງຄົມແຫ່ງຊາດ ( NIESR ) ເຊິ່ງເປັນໜ່ວຍງານອິດສະຫຼະດ້ານການວິໄຈໃນອັງກິດ ໄດ້ເຜີຍແຜ່ກ່ຽວກັບທ່າອ່ຽງເສດຖະກິດ ເຊິ່ງຄາດວ່າ ອັງກິດ ກຳລັງປະເຊີນກັບໂອກາດທີ່ຈະສູນເສຍການເຕີບໂຕທາງເສດຖະກິດໄລຍະຍາວ 5 ປີ ແລະ ມີໂອກາດ 60% ທີ່ຈະເຂົ້າສູ່ພາວະຖົດຖອຍຕັ້ງແຕ່ທ້າຍປີ 2024.

NIESR ລະບຸວ່າ: ອັງກິດ ຢູ່ໃນເສັ້ນທາງທີ່ຈະປະສົບກັບການເຕີບໂຕທາງເສດຖະກິດທີ່ຫຼົງທາງ ເປັນເວລາ 5 ປີ ເຊິ່ງຍາວນານທີ່ສຸດນັບແຕ່ເກີດວິກິດການເງິນໂລກ.

ນັກວິໄຈຂອງ NIESR ຄາດການວ່າ: ລວມຍອດຜະລິດຕະພັນພາຍໃນປະເທດຂອງອັງກິດ ຈະເຕີບໂຕພຽງ 0,4% ໃນປີ 2023 ແລະ 0,3% ໃນປີ 2024 ໂດຍທີ່ສັກກະຍະພາບການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ຈະມີການຊະລໍຕົວ ພາຍໃນທ້າຍປີ 2023 ແລະ ມີ ຄວາມສ່ຽງປະມານ 60% ຂອງພາວະຖົດຖອຍໃນໝົດປີ 2024.

ລາຍງານຍັງເຕືອນເຖິງຜົນກະທົບດ້ານລົບຂອງການເຕີບໂຕທາງເສດຖະກິດທີ່ຊົບເຊົາຕໍ່ຜູ້ມີລາຍໄດ້ໜ້ອຍ.

ລາຍງານຍັງລະບຸວ່າ: ການຄາດການທີ່ສະເພາະເຈາະຈົງ ສຳລັບປີ ການເລືອກຕັ້ງທົ່ວໄປ ໃນປີ 2024 ວ່າຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ແລະ ຄວາມມັ່ງຄັ່ງຈະເພີ່ມຂຶ້ນ, ລາຍໄດ້ທີ່ແທ້ຈິງຂອງຜູ້ຄົນຈໍານວນຫຼາຍຈະເພີ່ມຂຶ້ນພຽງເລັກໜ້ອຍ, ເງິນອອມຈະຫຼຸດລົງ ຫຼື ບໍ່ມີເລີຍ, ໜີ້ຈະສູງຂຶ້ນ ເຊັ່ນດຽວກັນກັບຄ່າທີ່ຢູ່ອາໄສ, ຄ່າພະລັງງານ ແລະ ຄ່າອາຫານ ເຊິ່ງຈະເຮັດໃຫ້ລາຍໄດ້ທີ່ແທ້ຈິງຂອງຄົວເຮືອນຫຼຸດລົງປະມານ 17% ໃນໄລຍະທ້າຍສະໄໝຂອງແຜນ 5 ປີ ( 2019 – 2024 ).

ອັງກິດ ແລະ ປະເທດອື່ນໆໃນເອີຣົບ ກຳລັງປະເຊີນກັບພາວະເງິນເຟີ້ ແລະ ວິກິດພະລັງງານຄັ້ງໃຫຍ່ ເນື່ອງຈາກສະພາວະເສດຖະກິດຕົກຕໍ່າທົ່ວໂລກ ຫຼັງການລະບາດຂອງໂຄວິດ – 19.

ນອກນີ້, ສະຖານະການ ກໍຮ້າຍລົງໂດຍກະທົບຈາກວິກິດການ ອູແກຣນ ເມື່ອການຂວໍ້າບາດຂອງຊາດຕາເວັນຕົກ ຕໍ່ຣັດເຊຍ ເຊິ່ງນີ້ກໍເປັນເຫດໜຶ່ງທີ່ຕ່ອງໂສ້ການສະໜອງສິນຄ້າທົ່ວໂລກມີການຢຸດສະງັກ.