ກ້ອຍກຸ້ງຝອຍແບບດິບ ( ກຸ້ງເຕັ້ນ )

63

ກ້ອຍກຸ້ງຝອຍ ເປັນເມນູຍອດນິຍົມຂອງຄົນລາວ ແຕ່ສ່ວນຫຼາຍຄົນຈະນິຍົມກ້ອຍກຸ້ງຝອຍສົດ ຫຼື ອີກຄຳສັບໜຶ່ງທີ່ຄົນນິຍົມເອີ້ນກັນຄື ກ້ອຍກຸ້ງເຕັ້ນ. ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດກ້ອຍກຸ້ງຝອຍແບບເຮັດດິບ.

ไม่มีคำอธิบายรูปภาพ

ວັດຖຸດິບ: ກຸ້ງຝອຍ ຖ້າບໍ່ມັກຫົວໃຫ້ເດັດອອກໄດ້, ຫອມປ້ອມ, ຫອມບົ່ວ, ຫົວຜັກບົ່ວ, ໝາກຖົ່ວຝັກຍາວ ( ບໍ່ມັກບໍ່ໃສ່ກໍໄດ້ ), ຫອມລາບ, ຫອມເປ, ນໍ້າປາ ຫຼື ປາແດກ, ເຂົ້າຂົ້ວ, ໝາກນາວ, ເກືອ, ແປ້ງນົວ, ໝາກເຜັດດິບ ແລະ ໝາກເຜັດແຫ້ງຜົງ  ( ລ້າງຜັກທຸກຢ່າງໃຫ້ສະອາດ ).

ไม่มีคำอธิบายรูปภาพ

ຂັ້ນຕອນເຮັດ: ນຳກຸ້ງໄປລ້າງໃຫ້ສະອາດ ຈາກນັ້ນກໍໄປໃສ່ພາຊະນະທີ່ຈະຄົນກ້ອຍ. ຊອຍຫອມ ແລະ ຫົວຜັກບົ່ວ, ໝາກຖົ່ວຝັກຍາວໃຫ້ພ້ອມ; ຈາກນັ້ນກໍຕື່ມນໍ້າປາແດກ, ໝາກເຜັດດິບຊອຍ ແລະ ໝາກເຜັດແຫ້ງຜົງເລັກໜ້ອຍ ( ເພື່ອໃຫ້ຫອມ ), ແປ້ງນົວ, ເຂົ້າຂົ້ວ, ໝາກຖົ່ວ ໃສ່ກຸ້ງແລ້ວຄົນ ພ້ອມບີບໝາກນາວຕາມ ຊີບລົດຊາດປຸງຕາມໃຈມັກ, ຈາກນັ້ນກໍຕາມດ້ວຍຫອມທັງຫຼາຍທີ່ຊອຍກຽມໄວ້. ເທົ່ານີ້ທ່ານກໍໄດ້ກ້ອຍກຸ້ງຝອຍດິບ ຫຼື ກຸ້ງເຕັ້ນກິນແລ້ວ.

ໂດຍ: ນົກແຕນແວນ