ມຽນມາ ຕັ້ງເປົ້າ ຈີດີພີ ເຕີບໂຕ 4% ໃນປີງົບປະມານ 2023 – 2024

4

ເວັບໄຊ The Global New Light of Myanmar ລາຍງານວ່າ: ທ່ານ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ປະທານສະພາບໍລິຫານແຫ່ງລັດ ນາຍົກລັດຖະມົນຕີມຽນມາ ໄດ້ເປັນປະທານໃນກອງປະຊຸມຄະນະກຳມະການເສດຖະກິດ ຄັ້ງທີ 6/2023 ທີ່ນະຄອນຫຼວງເນປິດໍ ເມື່ອວັນທີ 26 ກໍລະກົດຜ່ານມາ.

ໂອກາດນີ້, ທ່ານ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ໄດ້ກ່າວເນັ້ນວ່າ: ຫຼັງຈາກເຂົ້າຮັບໜ້າທີ່, ລັດຖະບານບໍ່ໄດ້ກູ້ເງິນໃດໆ ເນື່ອງຈາກໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດໃນທ້າຍປີ 2022 ເຊິ່ງລັດຖະບານສາມາດດຳເນີນການບາງໂຄງການໄດ້ ແລະ ຈະເຫັນໄດ້ວ່າການເງິນ ແລະ ເສດຖະກິດຂອງທ້ອງຖິ່ນຂຶ້ນຢູ່ກັບກຳລັງພາຍໃນຂອງຊາດ ໃນແງ່ມູມນີ້ ລັດຖະບານຈະຄຸ້ມຄອງ ແລະ ຈໍາກັດການຂາຍຊັບພະຍາກອນທໍາມະຊາດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້.

ຜູ້ນຳມຽນມາ ຍັງໃຫ້ຮູ້ວ່າ: ລວມຍອດຜະລິດຕະພັນ ( GDP ) ຂອງມຽນມາ ເພີ່ມຂຶ້ນເປັນ 3,4% ໃນປີງົບປະມານ 2022 – 2023 ແລະ ຄາດວ່າຈະຮັກສາລະດັບ 4% ຂອງ GDP ໃນປີງົບປະມານ 2023 – 2024 ຫາກວ່າປະເທດເນັ້ນມາດຕະການການຜະລິດພາຍໃນ ແລະ ສົ່ງອອກ ກໍຈະເຮັດໃຫ້ການພັດທະນາດີຂຶ້ນເປັນລຳດັບ.

ຂະນະດຽວກັນ, ທ່ານ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ກໍຢໍ້າຕື່ມວ່າ: ປະເທດຈະບໍ່ປະເຊີນກັບພາວະເງິນເຟີ້ ສຳລັບການນໍາເອົາພັນທະບັດ 20.000 ຈ໊າດ ມາໝຸນວຽນ ເຊິ່ງວິສາຫະກິດຂອງລັດ ຕ້ອງປະກອບສ່ວນໃນການພັດທະນາ ໂດຍບໍ່ມຸ່ງໃສ່ແຕ່ຜົນປະໂຫຍດ ແຕ່ກໍບໍ່ຄວນໃຫ້ຂາດທຶນ.