ເຟດ ປັບຂຶ້ນອັດຕາດອກເບ້ຍ 0,25% ສູ່ລະດັບສູງສຸດໃນຮອບ 22 ປີ

73

ເວັບໄຊສຳນັກຂ່າວ BNews.vn ລາຍງານເມື່ອວັນທີ 26 ກໍລະກົດຜ່ານມາວ່າ: ທະນາຄານກາງສະຫະລັດ ( FED ) ປັບຂຶ້ນອັດຕາດອກເບ້ຍ 0,25%.

ການປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ ແມ່ນໄດ້ຂຶ້ນສູ່ລະດັບສູງສຸດໃນຮອບ 22 ປີ ເຊິ່ງການປັບຂຶ້ນຄັ້ງທີ 11 ໃນການປະຊຸມ 12 ຄັ້ງຫຼ້າສຸດຂອງ FED ເຮັດໃຫ້ອັດຕາດອກເບ້ຍນະໂຍບາຍ ( ອັດຕາດອກເບ້ຍພື້ນຖານ ) ເພີ່ມຂຶ້ນສູ່ລະດັບ 5,25% – 5,50% ເຊິ່ງເປັນລະດັບສູງສຸດ ນັບແຕ່ປີ 2001 ເປັນຕົ້ນມາ.

ຂະນະທີ່ ຄະນະກຳມະການຕະຫຼາດກາງແຫ່ງສະຫະພັນທະລັດ ( FOMC ) ຂອງ FED ກ່າວວ່າ: ຈະດຳເນີນການປະເມີນຂໍ້ມູນເພີ່ມຕື່ມ ແລະ ຜົນກະທົບຕໍ່ນະໂຍບາຍສະໝຸດສະກຸນເງິນຕໍ່ໄປ; ພ້ອມນີ້ກໍຈະຕິດຕາມຂໍ້ມູນທີ່ຈະເກີດຂຶ້ນ ແລະ ສຶກສາຜົນກະທົບການປັບຂຶ້ນອັດຕາດອກເບ້ຍຕໍ່ເສດຖະກິດໃນການກຳນົດລະດັບທີ່ເໝາະສົມຂອງການຮ່ວມນະໂຍບາຍເພີ່ມຕື່ມ ເພື່ອໃຫ້ບັນລຸເປົ້າໝາຍອັດຕາເງິນເຟີ້ 2%.

ສ່ວນລາຍງານດັດສະນີລາຄາຜູ້ບໍລິໂພກໃນເດືອນມິຖຸນາ 2023 ສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ຂອງສະຫະລັດ ຫຼຸດລົງເຫຼືອ 3% ຈາກລະດັບສູງສຸດຂອງປີຜ່ານມາທີ່ 9,1%.

FOMC ຈະມີການປະຊຸມຄັ້ງຕໍ່ໄປ ໃນວັນທີ 19 – 20 ກັນຍາ ທີ່ຈະມາເຖິງ ເຊິ່ງກໍໄດ້ມີການຄາດການທາງເສດຖະກິດຈາກຜູ້ກຳນົດນະໂຍບາຍຂອງ FED ຈໍານວນ 12 ຄົນ ຈາກທັງໝົດ 18 ຄົນ ໄດ້ຄາດການວ່າ ຈໍາເປັນຕ້ອງຂຶ້ນອັດຕາດອກເບ້ຍອີກຢ່າງໜ້ອຍ 0,25% ພາຍໃນທ້າຍປີນີ້.