ຂອບໃຈຫຼາຍໆບໍ່ວ່າຈະທຸກ ຫຼື ສຸກ ຈະເມື່ອຍ ຫຼື ທໍ້ ກໍມີພວກເຈົ້າພ້ອມໃຫ້ການສະໜັບສະໜູນ, ໃຫ້ກໍາລັງໃຈ ແລະ ຄຽງຂ້າງພວກເຮົາຕະຫຼອດເວລາ

93

ຂອບໃຈຫຼາຍໆບໍ່ວ່າຈະທຸກ ຫຼື ສຸກ ຈະເມື່ອຍ ຫຼື ທໍ້ ກໍມີພວກເຈົ້າພ້ອມໃຫ້ການສະໜັບສະໜູນ, ໃຫ້ກໍາລັງໃຈ ແລະ ຄຽງຂ້າງພວກເຮົາຕະຫຼອດເວລາ ໂດຍສະເພາະຂອບໃຈເດີນ້ອງຊາຍ, ອ້າຍເອື້ອຍນ້ອງ, ພໍ່ແມ່ຜູ້ປົກຄອງ, ການນໍາ, ຜູ້ສະໜັບສະໜູນ ແລະ ແຟນບານທຸກໆຄົນ.

ທັບນັກກີລາ U12 W.I.G NAGA ເດີນທາງກັບມາຮອດ ສປປ ລາວ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ພີ່ນ້ອງ ແລະ ແຟນບານ ໃນຄໍ່າຄືນຂອງວັນທີ 27 ກໍລະກົດ 2023 ຫຼັງຈາກສາມາດສ້າງຜົນງານຢ່າງໂດດເດັ່ນລົງສະໜາມ 6 ນັດຊະນະ 5 ແລະ ເສຍ 1 ນັດຄວ້າອັນດັບ 5 ຈາກ 32 ທີມຊັ້ນນໍາໃນຕ່າງປະເທດເຂົ້າຮ່ວມ ໃນການແຂ່ງຂັນ JS CUP 2023 ຫຼື Ji-Sung Park International youth Cup 2023 ທີ່ ສ ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023.

ການເດີນທາງໄປແຂ່ງຂັນລາຍກາທີ່ ສ ເກົາຫຼີ ຄັ້ງນີ້ນໍາໂດຍ ທ່ານ ຄອນສະຫວັນ ສິດທິໄທ ຮອງ ແລະ ເລຂາທິການ ສະຫະພັນບານເຕະນະຄອນຫຼວງວຽງຈັນ, ປະທານສະໂມສອນ W.I.G NAGA ພ້ອມດ້ວຍຄະນະນໍາ, ຄະນະຄູຝຶກ ແລະ ນັກກີລາ 17 ທີມ ໄດ້ເດີນທາງມາຮອດ ສປປ ລາວ ເມື່ອວັນທີ 27 ກໍລະກົດ 2023 ໂດຍໄດ້ຮັບການຕ້ອນຮັບຈາກຄະນະນໍາ, ພໍ່ແມ່ພີ່ນ້ອງ ແລະ ແຟນບານ ມາມອບດອກໄມ້ ແລະ ຮ່ວມຍິນດີກັນຢ່າງອົນອຸ່ນ.

ສໍາລັບ ການແຂ່ງຂັນ JS CUP 2023 ຫຼື Ji-Sung Park International youth Cup 2023 ທີ່ ສ ເກົາຫຼີ ມີເຖິງ 32 ທີມເຂົ້າຮ່ວມປະກອບມີ: ທີມຊັ້ນນໍາຈາກ ສ ເກົາຫຼີ 24 ທີມ, ຈາກ ສປ ຈີນ 2 ທີມ, ໄທ 2 ທີມ, ຍີ່ປຸ່ນ 1 ທີມ, ຮົງກົງ 1 ທີມ, ລາວ 1 ທີມ ແລະ ຕີມໍ 1 ທີມ ແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ຄັດເອົາທີ 1 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ ( ຮອບດິວິຊັນ 1 ), ສ່ວນອັນດັບ 2, 3 ແລະ 4 ແມ່ນໄປຫຼິ້ນໃນດິວິຊັນ 2, 3 ແລະ 4 ຕາມລໍາດັບ.

ຜ່ານການແຂ່ງຂັນປາກົດວ່າ: U12 W.I.G NAGA ສ້າງຜົນງານຢ່າງໂດດເດັ່ນຊະນະ 3 ນັດລວດໃນຮອບແບ່ງກຸ່ມໆ E ໄດ້ແກ່ ຊະນະ NAMYANG HJ FC 2-0, ຊະນະ GUNPO YOUTH FC 1-0 ແລະ ຖະຫຼົ່ມ DAECHEON ELEM 9-0 ຄວ້າແຊັມກຸ່ມ ຜ່ານເຂົ້າ 8 ທີມສຸດທ້າຍພົບກັບ PYEONGTAEK JS FC ທີມເຈົ້າພາບຂອງ ປາກ ຈິ-ຊອງ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດ ສ ເກົາຫຼີ.

ເຊິ່ງຮອບ 8 ທີມສຸດທ້າຍ U12 W.I.G NAGA ເຮັດໄດ້ດີ ແລະ ມີໂອກາດຈະຊະນະ ກ່ອນຈະສະເໝີ 2-2 ໃນເວລາປົກກະຕິ ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ, ແຕ່ໜ້າເສຍດາຍທີມຈາກ ສປປ ລາວ ຍິງພາດໄປເຖິງ 2 ຄົນ ເຮັດໃຫ້ເສຍໃຫ້ກັບ PYEONGTAEK 2-3 ໝົດສິດໄປແຂ່ງຂັນໃນຮອບ 4 ທີມສຸດທ້າຍ.

ຢ່າງໃດກໍຕາມ, U12 W.I.G NAGA ໄດ້ມາລຸ້ນອັນດັບ 5 ໂດຍສາມາດເອົາຊະນະ GIHEUNG FC 3-0 ຜ່ານເຂົາໄປຊີງອັນດັບ 5 ກັບ WONJU LEADERS ທີມຈາກ ເກົາຫຼີ ປາກົດວ່າ: U12 W.I.G NAGA ທີມຈາກ ສປປ ລາວ ເຮັດໄດ້ບຽດເອົາຊະນະໄປ 2-1 ຄວ້າອັນດັບ 5 ໄປຄອງ ແລະ ພິເສດ ທ້າວ ສອນສະຫວັນ ສີຫາຄູນ ( ສອງ ) ຜູ້ຮັກສາປະຕູຂອງ U12 W.I.G NAGA ຍັງຄວ້າລາງວັນຜູ້ຮັກສາປະຕູດີເດັ່ນປະຈໍາລາຍການ ເສຍພຽງ 3 ປະຕູ ຈາກຜົນງານລົງສະໜາມ 6 ນັດພາທີມຊະນະ 5 ແລະ ເສຍ 1 ນັດໃນລາຍການນີ້.

ນອກນັ້ນ, ຜົນງານຄັ້ງນີ້ຍັງເຮັດໃຫ້ U12 W.I.G NAGA ທີມໜຶ່ງດຽວຈາກ ສປປ ລາວ ແລະ ເປັນທີມ 1 ດຽວຈາກ 8 ທີມທີ່ມາຈາກຕ່າງຊາດທີ່ບໍ່ແມ່ນເຈົ້າພາບເກົາຫຼີ ທີ່ສາມາດຜ່ານເຂົ້າມາເຖິງຮອບ 8 ທີມສຸດທ້າຍ ແລະ ສາມາດຍາດໄດ້ອັນດັບ 5, ສ່ວນອີກ 7 ທີມຈາກຕ່າງຊາດແມ່ນເສຍໃຫ້ກັບທີມເຈົ້າພາບ ທັງໝົດໃນຮອບແບ່ງກຸ່ມ ຕົກໄປຫຼິ້ນໃນດິວິຊັນ 2 ທັງໝົດ. ແນ່ນອນ W.I.G NAGA ພ້ອມເດີນໜ້າໄປແຂ່ງຂັນລາຍການໃຫຍ່ຕໍ່ໄປ ໂດຍສະເພາະໃນເດືອນສິງຫາ 2023 ຈະເດີນໄປແຂ່ງຂັນລາຍການໃຫຍ່ທີ່ ສປ ຈີນ ເຊິ່ງມີເຖິງ 10 ປະເທດເຂົ້າຮ່ວມຊີງໄຊ.

ສ່ວນແຊັມເປັນຂອງ DONGTAN ທີມຈາກ ສ ເກົາຫຼີ ໃນນັດຊີງຊະນະເລີດເອົາຊະນະ PYEONGTAEK ທີມເຈົ້າພາບຂອງ ປາກ ຈິ-ຊອງ ຈາກ ສ ເກົາຫຼີ 4-1 ຄວ້າຂັນແຊັມ ພ້ອມເງິນລາງວັນ 3 ລ້ານວອນໄປຄອງ.