ຫວຽດນາມ ສົ່ງອອກເຂົ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ

17

ກົມໃຫຍ່ພາສີຂອງຫວຽດນາມເປີດເຜີຍວ່າ: ນັບຕັ້ງແຕ່ຕົ້ນປີຈົນເຖິງວັນທີ 15 ກໍລະກົດ 2023 ຫວຽດນາມ ສົ່ງອອກເຂົ້າຫຼາຍ ກວ່າ 4,48 ລ້ານໂຕນ ມີມູນຄ່າການຊື້ – ຂາຍເກືອບ 2,4 ຕື້ໂດລາ.

ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນຫຼາຍກວ່າ 17% ໃນດ້ານປະລິມານສົ່ງອອກ ແລະ 28% ໃນດ້ານມູນຄ່າການຊື້ – ຂາຍ ເມື່ອທຽບກັບໄລຍະດຽວກັນຂອງປີ 2022.

ສະເພາະໃນໄລຍະ 15 ວັນຂອງເດືອນກໍລະກົດປີນີ້, ທົ່ວປະເທດສົ່ງອອກເຂົ້າ 249.273 ໂຕນ ມີມູນຄ່າ 135,45 ລ້ານໂດລາ.

ຂະນະທີ່ມູນຄ່າການຊື້ – ຂາຍສູງກວ່າປະລິມານ ຄ່າສະເລ່ຍຂອງເຂົ້າແຕ່ລະໂຕນທີ່ສົ່ງອອກໃນປີນີ້ ສູງກວ່າໄລຍະດຽວກັນຂອງປີ 2022 ໂດຍສະເພາະຕັ້ງແຕ່ຕົ້ນປີມາຫາວັນທີ 15 ກໍລະກົດ ຄ່າສະເລ່ຍຫຼາຍກວ່າ 530 ໂດລາຕໍ່ໂຕນ ເຊິ່ງໄລຍະດຽວກັນຂອງປີ 2022 ຢູ່ທີ່ 490 ໂດລາ/ໂຕນ.

ຕາມຂໍ້ມູນໃນໄລຍະ 6 ເດືອນຕົ້ນປີນີ້, ຕະຫຼາດສົ່ງອອກທີ່ໃຫຍ່ ທີ່ສຸດ 3 ແຫ່ງ ຂອງຫວຽດນາມຢູ່ໃນອາຊີ ໄດ້ແກ່: ຟີລິບປິນ, ຈີນ ແລະ ອິນໂດເນເຊຍ ດ້ວຍການ   ຊື້ – ຂາຍ 1.698.593 ໂຕນ ມູນຄ່າ 857,7 ລ້ານໂດລາ; 677.387 ໂຕນ ມູນຄ່າ 390,6 ລ້ານໂດລາ; 492.801 ໂຕນ ມູນຄ່າ 244 ລ້ານໂດລາ ຕາມລຳດັບ.

ກິດຈະກຳການສົ່ງອອກເຂົ້າໄປຍັງ 3 ປະເທດທີ່ເປັນຕະຫຼາດຫຼັກ ລ້ວນແຕ່ມີການເຕີບໂຕໃນເຊີງບວກ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.