ສົ່ງເສີມສິລະປະການຟ້ອນລາຍງ້າວ ໃຫ້ເປັນມໍລະດົກສິລະປະຂອງລາວ

193

ໃນວັນທີ 25 ກໍລະກົດ 2023 ທີ່ຜ່ານມານີ້, ຢູ່ທີ່ສູນວັດທະນະທຳແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບ ອຸປະກອນຟ້ອນລາຍງ້າວ ໃຫ້ຄະນະສິນລະປະຟ້ອນລາຍງ້າວ ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນຂຶ້ນ. ໂດຍການເປັນກຽດມອບຂອງ ທ່ານ ປອ ນ. ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ-ວັດທະນະທຳ ກະຊວງ ຖວທ ແລະ ກ່າວຮັບ ໂດຍ ທ່ານ ກົງຈັນ ສຸທຳມະວົງ ຫົວຫນ້າຄະນະສິລະປະ ຟ້ອນລາຍງ້າວ ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 3 คน, แท่นบรรยาย และ ข้อความ

ໃນໂອກາດນີ້ໄດ້ຈັດກອງປະຊຸມທີ່ປຶກສາຫາລື ກ່ຽວກັບໂຄງການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳນາມມະທຳ “ຟ້ອນລາຍງ້າວ” ເຊິ່ງ ທ່ານ ປອ ນ. ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ-ວັດທະນະທຳ ໄດ້ກ່າວວ່າ: ເພື່ອປຶກສາຫາລືການຄົ້ນຄວ້າໂຄງການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳນາມມະທຳ “ຟ້ອນລາຍງ້າວ” ເພື່ອພິມປື້ມ ແລະ ສ້າງວິດີໂອ ເພື່ອສະເໜີເຂົ້າເປັນມໍລະດົກສິລະປະວັດທະນະທຳນາມມະທຳຕາມແຜນການດໍາເນີນໂຄງການ ປະຈຳສົກປີ 2022-2023 ຂອງອົງການອຸຍແນສໂກ

อาจเป็นรูปภาพของ ฟลุต

ອຸປະກອນທີ່ນຳມາມອບປະກອບມີ ເຄື່ອງນຸ່ງສະແດງຟ້ອນລາຍງ້າວຈຳນວນ17ຊຸດ, ກອງ 2 ໜ່ວຍ, ແຄນ 2 ດວງ, ງ້າວ 34 ດວງ, ຄ້ອງ 2 ໜ່ວຍ, ຊາບ 2 ຫນ່ວຍ ລວມມູນຄ່າ 43.058.000 ກີບ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ໂດຍ: ວຽງຈັນໂພສ