6 ເດືອນຕົ້ນປີ ຍອດຄົນຕ່າງປະເທດເດີນທາງເຂົ້າ ຍີ່ປຸ່ນ ທະລຸ 10 ລ້ານຄົນ

17

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານວ່າ: ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນ (JNTO) ໄດ້ເປີດເຜີຍຂໍ້ມູນເມື່ອວັນທີ 19 ກໍລະກົດຜ່ານມາວ່າ ຕົວເລກຄາດການຈໍານວນຄົນຕ່າງປະເທດທີ່ເດີນທາງເຂົ້າຍີ່ປຸ່ນ ໃນ 6 ເດືອນຕົ້ນປີນີ້ ລວມມີ 10,71 ລ້ານຄົນ ເຊິ່ງຄິດເປັນ 64,4% ທຽບໃສ່ປີ 2019 ກ່ອນການລະບາດຂອງພະຍາດໂຄວິດ – 19.

JNTO ລະບຸວ່າ: ຕົວເລກທີ່ກ່າວມານັ້ນ ສູງກວ່າຈໍານວນນັກເດີນທາງຄົນຕ່າງປະເທດທີ່ເຂົ້າມາຍີ່ປຸ່ນ ເຊິ່ງມີພຽງແຕ່ 507.630 ຄົນ ໃນໄລຍະດຽວກັນຂອງປີ 2022.

ຂະນະດຽວກັນ, ຈໍານວນຊາວຍີ່ປຸ່ນທີ່ເດີນທາງໄປຕ່າງປະເທດ ໄລຍະເດືອນ 1 – 6 ປີນີ້ ລວມມີ 3,61 ລ້ານຄົນ ເຊິ່ງຄິດເປັນ 37,9% ຂອງລະດັບກ່ອນການລະບາດຂອງພະຍາດໂຄວິດ – 19.