ປະທານທະນາຄານໂລກຊີ້ ບັນຫາຄວາມທຸກຍາກໃນໂລກ ອາດຮຸນແຮງຂຶ້ນ

77

ສຳນັກຂ່າວ AFP ລາຍງານວ່າ: ທ່ານ ອາເຈ ບັງກາ ( Ajay Banga ) ປະທານທະນາຄານໂລກຄົນໃໝ່ ກ່າວຕໍ່ກອງປະຊຸມລັດຖະມົນຕີການເງິນຂອງກຸ່ມ G20 ເມື່ອວັນທີ 18 ກໍລະກົດຜ່ານມາວ່າ: ຄວາມແຕກແຍກທີ່ເພີ່ມຂຶ້ນລະຫວ່າງບັນດາປະເທດທີ່ຮັ່ງມີ ແລະ ບັນດາປະເທດທຸກຍາກ ອາດຈະເຮັດໃຫ້ຄວາມທຸກຍາກໃນໂລກຮຸນແຮງຂຶ້ນ.

ປະທານທະນາຄານໂລກ ກ່າວວ່າ: ຫຼາຍປະເທດກຳລັງຢູ່ໃນໄລຍະຟື້ນຕົວຈາກຜົນກະທົບຂອງການລະບາດໂຄວິດ – 19 ແລະ ບັນຫາຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ເຊິ່ງສົ່ງຜົນກະທົບຕໍ່ລາຄານ້ຳມັນ ແລະ ລາຄາສິນຄ້າທົ່ວໂລກເພີ່ມສູງຂຶ້ນ, ໃນຂະນະທີ່ການປ່ຽນແປງດິນຟ້າອາກາດ ກໍສົ່ງຜົນກະທົບຢ່າງຮຸນແຮງຕໍ່ບັນດາປະເທດທຸກຍາກ ເຊິ່ງບໍ່ສາມາດຮັບມືກັບບັນຫາດັ່ງກ່າວໄດ້ດີເທົ່າທີ່ຄວນ.

ກອງປະຊຸມຂອງກຸ່ມ G20 ມີຂຶ້ນຫຼັງຈາກທີ່ ຣັດເຊຍ ປະຕິເສດຂະຫຍາຍຂໍ້ຕົກລົງການສົ່ງອອກທັນຍາພືດຂອງອູແກຣນ ຜ່ານທະເລດຳ ເມື່ອວັນທີ 17 ກໍລະກົດຜ່ານມາ, ເຮັດໃຫ້ອົງການສະຫະປະຊາຊາດອອກມາສະແດງຄວາມບໍ່ພໍໃຈ ໂດຍເຕືອນວ່າ: ຈະມີປະຊາຊົນຈຳນວນຫຼວງຫຼາຍຢູ່ໃນບັນດາປະເທດທຸກຍາກທີ່ສຸດໃນໂລກ ຈະໄດ້ຮັບຜົນກະທົບຕໍ່ການຕັດສິນໃຈດັ່ງກ່າວ.