ນໍ້າມັນຣັດເຊຍ ເກີນ “ ເພດານລາຄາ ” ທີ່ກຳນົດຂອງ G7

79

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນໄລຍະບໍ່ເທົ່າໃດວັນມານີ້, ລາຄານໍ້າມັນ Urals ຂອງຣັດເຊຍ ເພີ່ມສູງຂຶ້ນຫຼາຍກວ່າ 60 ໂດລາສະຫະລັດ/ບາເຣລ ເຊິ່ງເກີນຂີດເພດານທີ່ກຸ່ມປະເທດ G7 ກຳນົດ.

ແຫຼ່ງຂ່າວໄດ້ອ້າງອີງຂໍ້ມູນຈາກ Bloomberg ສະແດງໃຫ້ເຫັນວ່າ: ລາຄານໍ້າມັນ Urals ຂຶ້ນເຖິງລະດັບ 60,78 ໂດລາສະຫະລັດ/ບາເຣລ ທີ່ທ່າເຮືອ Novorossiysk ໃນທະເລດໍາ ເມື່ອວັນທີ 12 ກໍລະກົດ 2023 ໃນບໍລິບົດຂອງການຫຼຸດລົງຂອງການສົ່ງອອກນໍ້າມັນຂອງ OPEC+ ເຊິ່ງການສົ່ງອອກນໍ້າມັນຂອງຣັດເຊຍ ກໍເລີ່ມຫຼຸດລົງເຊັ່ນກັນ ສ້າງແຮງກົດດັນເພີ່ມຕື່ມຕໍ່ລາຄານໍ້າມັນໃນຕະຫຼາດໂລກ.

ຂະນະທີ່ສຳນັກງານພະລັງງານລະຫວ່າງປະເທດ ( IEA ) ລາຍງານວ່າ: ການສົ່ງອອກນໍ້າມັນຂອງຣັດເຊຍ ໃນເດືອນມິຖຸນາປີນີ້ ຫຼຸດລົງ 600.000 ບາ   ເຣລ/ວັນ ເຫຼືອພຽງ 7,3 ລ້ານບາເຣລ/ວັນ ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນມີນາ 2021. ລາຍໄດ້ຈາກການສົ່ງອອກນໍ້າມັນຫຼຸດລົງ 1,5 ຕື້ໂດລາສະຫະລັດ ເປັນ 11,8 ຕື້ໂດລາສະຫະລັດ ນີ້ເປັນພຽງເຄິ່ງໜຶ່ງຂອງໄລຍະດຽວກັນຂອງປີຜ່ານມາ.

ໜັງສືພິມ Kommersant ຂອງຣັດເຊຍ ລາຍງານວ່າ: ຣັດເຊຍ ເກືອບບັນລຸພັນທະກໍລະນີ ທີ່ຈະຫຼຸດການສົ່ງອອກນໍ້າມັນແລ້ວ, ການສົ່ງອອກນໍ້າມັນທາງທະເລຂອງຣັດເຊຍ ໃນເດືອນສິງຫາທີ່ຈະມາເຖິງນີ້ ອາດຫຼຸດລົງເຫຼືອຕໍ່າສຸດ 2,9 – 3 ລ້ານບາ   ເຣລ/ວັນ ໂດຍສ່ວນໃຫຍ່ຜ່ານທາງທ່າເຮືອໃນທະເລ Baltic.

ພ້ອມດຽວກັນນີ້, ສຳນັກຂ່າວ Ria Novosti ຂອງຣັດເຊຍ ລາຍງານວ່າ: ນໍ້າມັນ ແລະ ຜະລິດຕະພັນນໍ້າມັນເກືອບ 40 ລ້ານໂຕນ ຖືກປ່ຽນຈາກຕະຫຼາດຕາເວັນຕົກ ໄປຍັງຕາເວັນອອກເມື່ອປີຜ່ານມາ ເຊິ່ງອັນດັບທໍາອິດຄື ອິນເດຍ ແລະ ຈີນ ໂດຍເກືອບ 80% ຂອງການສົ່ງອອກນໍ້າມັນຂອງຣັດເຊຍ.

ການຈັດສົ່ງນໍ້າມັນໄປຍັງ ອິນເດຍ ເພີ່ມຂຶ້ນ 19 ເທົ່າ ມາເປັນ 41 ລ້ານໂຕນ ແລະ ສົ່ງອອກໄປຍັງຈີນ ເພີ່ມຂຶ້ນ 28% ເປັນ 89 ລ້ານໂຕນ ເຊິ່ງໃນຕອນທໍາອິດ ນໍ້າມັນດິບຂາຍໃນລາຄາຕໍ່າເປັນພິເສດ.