ວ້າວ! ບິນກົງບໍລິການລູກຄ້າທີ່ສິງກະໂປ ດີໄຊເນີທີ່ມີຊື່ສຽງ ຄໍເພົ້າ ສັ່ງໄດ້

59

ປັງໆອີ່ຫຼີ! ສໍາລັບດີໄຊເນີລະດັບແຖວໜ້າຂອງປະເທດລາວຢ່າງ ອ້າຍຄໍາເພົ້າ ບົວພັນ ຫຼື ເຈົ້າຂອງຫ້ອງເສື້ອ ຄໍາເພົ້າ ສັ່ງໄດ້ ເຊິ່ງຫຼ້າສຸດງານໃຫຍ່ໃຈເຖິງ ບິນກົງເຖິງສິງກະໂປ ເພື່ອໄປບໍລິການລູກຄ້າຢູ່ທີ່ປະເທດດັ່ງກ່າວເຖິງທີ່ ເຊິ່ງຖ້າເວົ້າເຖິງແບຣນ ຄໍາເພົ້າ ສັ່ງໄດ້ ແມ່ນເປັນອີກໜຶ່ງແບຣນເສື້ອຜ້າຄຸນນະພາບ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈມາຍາວນານຈາກຜູ້ທີ່ໄປໃຊ້ບໍລິການ ງານນີ້ບອກເລີຍວ່າເລີດສຸດໆ.

ສໍາລັບຫ້ອງເສື້ອຄຳເພົ້າ ສັ່ງໄດ້ ໃນການໄດ້ບິນກົງໄປໄກເຖິງປະເທດສິງກະໂປເທື່ອນີ້ ເວົ້າໄດ້ວ່າເປັນອີກໜຶ່ງ ຄວາມພາກພູມໃຈຂອງຄົນລາວ ເຊິ່ງອ້າຍຄຳເພົ້າ ສັ່ງໄດ້ ເປັນໜຶ່ງບຸກຄົນ ແລະ ໜຶ່ງ ແບຣນທີ່ໄດ້ສ້າງຊື່ສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າຈາກທັງພາຍໃນ ແລະ ຕ່າງປະເທດເລີຍ ຕ້ອງຊົມເຊີຍ ແລະ ສະແດງຄວາມຍິນດີນໍາອ້າຍເພິ່ນອີ່ຫຼີ.

ເຮົາມາຮູ້ຈັກເບື້ອງຫຼັງກັນແດ່ ກ່ອນຈະມາປະສົບຜົນສໍາເລັດແບບນີ້ຂອງ ຄໍາເພົ້າ ສັ່ງໄດ້ ແມ່ນດ້ວຍປະສົບການທີ່ຄຸກຄີຢູ່ກັບໂຮງງານຕັດຫຍິບເພື່ອເກັບກ່ຽວປະສົບການມາກ່ອນ ກ່ອນທີ່ຈະຕັດສິນໃຈມາເຮັດເປັນທຸລະກິດສ່ວນຕົວ ຊື່ໂຮງງານຕັດຫຍິບຄຳເພົ້າ ຈະເລີນ ແລະ ໂຮງງານໄດ້ປິດໂຕລົງໃນເວລາຕໍ່ມາດ້ວຍຫຼາຍເຫດຜົນ. ແຕ່ດ້ວຍຄວາມຕັ້ງໃຈ ມຸ່ງມານະພະຍາຍາມ ແລະ ມີສະຕິໃນການຕັດສິນໃຈກ້າວເດີນໄປຂ້າງໜ້າ ຈຶ່ງເຮັດໃຫ້ອ້າຍຄຳເພົ້າ ກັບມາເປີດໃຫ້ບໍລິການອີກຄັ້ງໃນນາມ ຄຳເພົ້າ ສັ່ງໄດ້.

ສິ່ງທີ່ເຮັດໃຫ້ຄົນຮູ້ຈັກຮ້ານຄຳເພົ້າ ສັ່ງໄດ້ ກໍຍ້ອນປາກຕໍ່ປາກ ຈົນມີອໍເດີ້ເຂົ້າມາ ຈຶ່ງກາຍເປັນທາງເປີດອີກຄັ້ງໜຶ່ງ, ພ້ອມດຽວກັນນັ້ນ ແນວຄິດຫຼັກຂອງຮ້ານຄຳເພົ້າ ສັ່ງໄດ້ຄື: ຊື່ສັດ, ຈິງໃຈ, ໃສ່ໃຈລູກຄ້າ ແລະ ບໍລິການເຖິງທີ່ ຄືຈຸດຕ່າງຈາກຮ້ານອື່ນໆ ເຮັດໃຫ້ລູກຄ້າຫຼັ່ງໄຫຼໄປໃຊ້ບໍລິການຢ່າງບໍ່ຂາດສາຍກັນເລີຍ.

ສະນັ້ນ, ແນວໃດກໍຕາມ ທາງຂ່າວບັນເທີງເສດຖະກິດການຄ້າ ກໍຂໍຝາກຜົນງານຂອງອ້າຍຄຳເພົ້າ ສັ່ງໄດ້ ໃຫ້ສັງຄົມໄດ້ຕິດຕາມນຳກັນແດ່ເດີ ບໍ່ວ່າຈະເປັນງານໃນວົງການແຟຊັນ ຫຼື ງານໃນວົງການບັນເທີງຕ່າງໆ ຂໍໃຫ້ທຸລະກິດປັງໆຕະຫຼອດປີ ແລະ ຕະຫຼອດໄປເດີ.
ສາມາດເຂົ້າໄປຕິດຕາມຜົນງານແຟຊັນທີ່ນໍາສະໄໝຂອງອ້າຍເພິ່ນໄດ້ເລີຍທີ່ Khamphao design- ຄໍາເພົ້າສັ່ງໄດ້ ນັ້ນເອງ.