ອວຍພອນຈາກໃຈ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຈາກ ຈອນທະຈັກ Mister Fitness Supermodel Laos 2023

416

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955 – 20 ກໍລະກົດ 2023ນີ້ ຄົບຮອບ 68 ປີ ຂ່າວບັນເທີງເອງກໍເຫັນໄດ້ເຖິງຄວາມສໍາຄັນໃນວັນດັ່ງກ່າວ. ດັ່ງນັ້ນ, ມື້ນີ້ຂ່າວບັນເທີງກໍໄດ້ນໍາເອົາຄໍາອວຍພອນຈາກໃຈຂອງບຸກຄົນໃນວົງການບັນເທີງລາວ ທີ່ໄດ້ໄປສ້າງຊື່ສຽງໄກໃນຕ່າງປະເທດ ແລະ ເປັນໃບໜ້າໃບຕາອັນດີງາມ ເຮັດໃຫ້ປະເທດລາວເປັນທີ່ຮູ້ຈັກຢ່າງກວ້າງຂວາງຜ່ານເວທີການປະກວດສາກົນນັ້ນເອງ.

ມື້ນີ້ກໍມີຄຳອວຍພອນຈາກໃຈ ຂອງໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023 ແລະ ທັງເປັນຜູ້ທີ່ໄປຄວ້າໄດ້ລາງວັນ Popularity ແລະ Top 3 Mister face ເປັນຂອງຂວັນໃຫ້ຊາວລາວ ໃນເວທີ Mister&Miss Finess Supermodel World 2023 ທີ່ໄດ້ຈັດປະກວດເມື່ອບໍ່ດົນມານີ້ ທີ່ປະເທດຫວຽດນາມ ເຊິ່ງໜຸ່ມຈ໋ອຍ ໄດ້ມີຄຳອວຍພອນວ່າ: ເນື່ອງໃນໂອກາດ ວັນທີ 20 ກໍລະກົດນີ້ແມ່ນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ. ຂໍອວຍໄຊໃຫ້ພອນແມ່ຍິງລາວທົ່ວປະເທດ, ທຸກອົງກອນ, ທຸກຊົນເຜົ່າ, ທຸກເຊື້ອຊາດ, ທຸກສາສະໜາ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ສຸຂະພາບແຂງແຮງ, ປາສະຈາກໂລກໄພ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ທຸລະກິດຂອງຕົນເອງ ແລະ ສ່ວນລວມ ແມ່ຍິງລາວມີບາດກ້າວສຳຄັນໃນທຸກໆອົງກອນ ແລະ ມີ ຄວາມຮູ້, ຄວາມສາມາດຫຼາຍໆຢ່າງ. ສະນັ້ນ, ຂໍໃຫ້ທຸກຄົນເຄົາລົບ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.

ນີ້ກໍແມ່ນຄໍາອວຍພອນຈາກໃຈຂອງໜຸ່ມຄົນນີ້ ແລະ ສຸດທ້າຍໜຸ່ມຈ໋ອຍ ກໍຍັງໄດ້ຝາກຜົນງານ ເຊິ່ງຈະມີການເດີນແບບ, ຖ່າຍໂຄສະນາສິນຄ້າ ແລະ ຍັງມີອີກຫຼາຍໆຢ່າງທີ່ຈະໃຫ້ແຟນໆໄດ້ຕິດຕາມໄວໆນີ້ ເຊິ່ງສາມາດຕິດຕາມໄດ້ທີ່ Fb: Jonethajuck Nouansengsy IG: Jonethajuck ແລະ tiktok: Jtjnss ຂອບໃຈທຸກໆຝ່າຍທີ່ຄອຍ support ເລື້ອຍມາ.
ສໍາລັບໜຸ່ມຈ໋ອຍ ແມ່ນເປັນໜຸ່ມກ້າມແໜ້ນ ທີ່ມັກຮັກໃນການອອກກໍາລັງກາຍ ແລະ ດູແລເບິ່ງແຍງສຸຂະພາບຂອງຕົນເອງດີສຸດໆໄປເລີຍ ເຊິ່ງຍັງເປັນອີກໜຶ່ງໜຸ່ມທີ່ເຟຣນລີ້ໜ້າຮັກເປັນກັນເອງ ເຊິ່ງທີມງານຂ່າວບັນເທີງເອງ ໄດ້ມີໂອກາດຮ່ວມງານກັບນ້ອງມາ. ນອກຈາກໜຸ່ມຈ໋ອຍ ຈະມີຜົນງານໃນວົງການບັນເທີງແລ້ວ ໜຸ່ມຄົນນີ້ຍັງເຮັດວຽກ ຢູ່ບໍລິສັດ KSD ການຢາ ໃນຕຳແໜ່ງ Senior Marketing ແລະ ສັງກັດຢູ່ Mister Laos ອີກດ້ວຍ.
ສະນັ້ນ, ຂ່າວບັນເທີງເອງກໍຂໍຝາກແຟນຊ່ວຍຕິດຕາມຜົນງາມ ແລະ ສະໜັບສະໜູນໜຸ່ມຄົນນີ້ໃນທຸກຜົນງານທີ່ຈະອອກມາຮັບໃຊ້ສັງຄົມດ້ວຍ ແນ່ນອນວ່າຈະມີຜົນງານໃນວົງການບັນເທີງຢ່າງຫຼາກຫຼາຍມາໃຫ້ແຟນໆໄດ້ຕິດຕາມກັນ.