ຣັດເຊຍ ໂຈະການເຂົ້າຮ່ວມຂໍ້ຕົກລົງສົ່ງອອກທັນຍາພືດ ແຕ່ລາຄາເຂົ້າສາລີຍັງປັບລົງ

18

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄາສັນຍາຊື້ – ຂາຍເຂົ້າສາລີ ແລະ ສາລີ ປັບລົງເລັກໜ້ອຍໃນວັນທີ 17 ກໍລະກົດຜ່ານມາ, ຫຼັງຈາກທີ່ປັບຂຶ້ນໃນໄລຍະທຳອິດຈາກການທີ່ ຣັດເຊຍ ປະກາດຖອນຕົວອອກຈາກຂໍ້ຕົກລົງສົ່ງອອກທັນຍາພືດຈາກອູແກຣນ ຜ່ານທະເລດຳ.

ຫຼ້າສຸດລາຄາສັນຍາລ່ວງໜ້າເຂົ້າສາລີ ແລະ ສາລີ ທີ່ຊື້ – ຂາຍໃນຕະຫຼາດ CBOT ຫຼຸດລົງປະມານ 1% ຫຼັງຈາກທີ່ປັບຂຶ້ນກ່ອນໜ້ານີ້. ທັງນີ້, ຣັດເຊຍ ໄດ້ປະກາດຢຸດຕິການມີສ່ວນຮ່ວມໃນຂໍ້ຕົກລົງການສົ່ງອອກທັນຍາພືດຈາກອູແກຣນ ຜ່ານທະເລດຳ ກ່ອນທີ່ຂໍ້ຕົກລົງດັ່ງກ່າວຈະໝົດອາຍຸລົງ ໃນວັນທີ 17 ກໍລະກົດຜ່ານມາ.

ໂຄສົກປະຈຳທຳນຽບປະທານາທິບໍດີຣັດເຊຍ ກ່າວວ່າ: “ ຂໍ້ຕົກລົງທະເລດຳໄດ້ສິ້ນສຸດລົງແລ້ວ ໃນວັນທີ 17 ກໍລະກົດ 2023, ເປັນທີ່ໜ້າເສຍດາຍທີ່ຂໍ້ຕົກລົງດັ່ງກ່າວໃນສ່ວນຂອງ ຣັດເຊຍ ບໍ່ໄດ້ຖືກນຳມາບັງຄັບໃຊ້ຈົນເຖິງຂະນະນີ້, ດັ່ງນັ້ນຂໍ້ຕົກລົງດັ່ງກ່າວຈຶ່ງສິ້ນສຸດລົງ.

ທັງນີ້, ອົງການສະຫະປະຊາຊາດ ແລະ ຕວັກກີ ເປັນຜູ້ເຈລະຈາຂໍ້ຕົກລົງດັ່ງກ່າວກັບ ຣັດເຊຍເມື່ອເດືອນກໍລະກົດ 2022 ເພື່ອສົ່ງອອກທັນຍາພືດຂອງອູແກຣນ ແລະ ຣັດເຊຍ ບັນເທົາວິກິດອາຫານໂລກ, ຫຼັງຈາກ ຣັດເຊຍ ເປີດປະຕິບັດການພິເສດທາງທະຫານຕໍ່ ອູແກຣນ ນັບແຕ່ເດືອນກຸມພາ 2022 ຜ່ານມາ, ໃນໄລຍະຜ່ານມາ ຂໍ້ຕົກລົງດັ່ງກ່າວໄດ້ຂະຫຍາຍ ( ຕໍ່ອາຍຸ ) ມາຫຼາຍຄັ້ງ, ຂະນະທີ່ ຣັດເຊຍ ສະແດງຄວາມບໍ່ພໍໃຈຕໍ່ຂໍ້ຕົກລົງດັ່ງກ່າວທີ່ຈຳກັດການສົ່ງອອກທັນຍາພືດ ແລະ ປຸ໋ຍຈາກຣັດເຊຍ.

ແນວໃດກໍຕາມ, ໂຄສົກທຳນຽບປະທານາທິບໍດີຣັດເຊຍ ກ່າວເສີມວ່າ: “ ເມື່ອໃດທີ່ຂໍ້ຕົກລົງໃນສ່ວນຂອງຣັດເຊຍ ໄດ້ຮັບການຕອບສະໜອງ, ຣັດເຊຍ ກໍພ້ອມຈະກັບມາເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວທັນທີ ”, ພ້ອມກ່າວຢ້ຳວ່າ ການຕັດສິນໃຈບໍ່ຂະຫຍາຍຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ກ່ຽວຂ້ອງກັບເຫດການທີ່ຂົວເຊື່ອມຕໍ່ລະຫວ່າງ ຣັດເຊຍ ແລະ ໄຄຣເມຍ ຖືກໂຈມຕີເມື່ອວັນທີ 17 ກໍລະກົດຜ່ານມາແຕ່ຢ່າງໃດ ໂດຍເຫດການດັ່ງກ່າວ ຣັດເຊຍສົງໄສວ່າ ອູແກຣນ ເປັນຜູ້ຢູ່ເບື້ອງຫຼັງ.