ຍອດສິນເຊື່ອໃນຊຽງໄຮ້ ເພີ່ມຂຶ້ນ 77% ໃນທ້າຍເດືອນມິຖຸນາ

16

ເວັບໄຊຂ່າວຂອງ People’s Daily Online ຂອງຈີນໄດ້ລາຍງານວ່າ: ຍອດສິນເຊື່ອໃນນະຄອນຊຽງໄຮ້ ເຊິ່ງລວມເຖິງທຸກສະກຸນເງິນ ຢູ່ທີ່ 10,91 ລ້ານໆຢວນ ຫຼື ປະມານ 1,53 ລ້ານໆໂດລາ ໃນເດືອນມິຖຸນາ 2023 ເພີ່ມຂຶ້ນ 7,7% ທຽບເປັນລາຍປີ.

ໃນນັ້ນ, ເງິນກູ້ໃນສະກຸນເງິນຢວນຂອງຈີນ ເພີ່ມຂຶ້ນ 9,6% ທຽບເປັນລາຍປີ ເຊິ່ງຂຶ້ນສູ່ລະດັບ 10,28 ລ້ານໆຢວນ ( ມາຮອດທ້າຍເດືອນມິຖຸນາ ) ໂດຍຂໍ້ມູນນີ້ແມ່ນອີງຕາມການລາຍງານຢ່າງເປັນທາງການຂອງທະນາຄານປະຊາຊົນແຫ່ງປະເທດຈີນ ສໍານັກງານໃຫຍ່ຊຽງໄຮ້.

ຂະນະທີ່ຍອດເງິນກູ້ໃນສະກຸນເງິນຕ່າງປະເທດ ຢູ່ທີ່ 87,4 ພັນລ້ານໂດລາ ໃນທ້າຍເດືອນມິຖຸນາ ຫຼຸດລົງ 22,6% ທຽບປີຕໍ່ປີ.

ລາຍງານຍັງລະບຸວ່າ: ຍອດເງິນຝາກໃນຊຽງໄຮ້ ກໍເພີ່ມຂຶ້ນ 7% ທຽບເປັນລາຍປີ ເຊິ່ງໄດ້ເຮັດໃຫ້ຍອດເງິນຝາກສູ່ລະດັບ 19,87 ລ້ານໆຢວນ ໃນທ້າຍເດືອນມິຖຸນາ 2023.