ບຸນພະຈັນ ເປີດຕົວກັບ Svay Rieng FC ທີມໃນລີກກໍາປູເຈຍ ຢ່າງເປັນທາງການ

35

ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງທີມຊາດລາວ ເປີດຕົວກັບສະໂມສອນ Preah Khan Reach Svay Rieng FC ແຊັມລີກສູງສຸດຂອງ ກໍາປູເຈຍ ຢ່າງເປັນທາງການ ເມື່ອວັນທີ 17 ກໍລະກົດ 2023 ພ້ອມໃສ່ເສື້ອເບີເກັ່ງເບີ 17.

ບຸນພະຈັນ ເດີນທາງໄປປະເທດກໍາປູເຈຍ ເມື່ອວັນທີ 15 ກໍລະກົດ 2023 ແລະ ຫຼ້າສຸດໃນຕອນທ່ຽງຂອງວັນທີ 17 ກໍລະກົດ 2023 ບຸນພະຈັນ ໄດ້ເປີດຕົວຢ່າງເປັນທາງການກັບ Preah Khan Reach Svay Rieng FC ແຊັມລີກສູງສຸດຂອງ ກໍາປູເຈຍ ພ້ອມໃສ່ເສື້ອເບີ 17 ແລະ ມີການໂປໂໝດຜ່ານວີດີໂອຢ່າງອະລັງການ ພ້ອມເສື້ອຂອງທີມດັ່ງກ່າວ ເຊິ່ງຈະກຽມລົງແຂ່ງຂັນໃນກໍາປູເຈຍ ພຣີເມຍລີກ ລະດູການ 2023-2024 ທີ່ຈະເປີດສາກຂຶ້ນໃນເດືອນສິງຫາ 2023.

ສໍາລັບ ບຸນພະຈັນ ປັດຈຸບັນອາຍຸ 23 ປີສ້າງຜົນງານຢ່າງໂດດເດັ່ນຈົນກາຍເປັນນັກເຕະລາວທີ່ດີທີ່ສຸດໃນປັດຈຸບັນ ໂດຍສະເພາະໃນເປບຊີ ລາວລີກ 1 ລະດູການນີ້ຍິງໄປ 16 ປະຕູພາ ຕົ້ນສັງກັດຢ່າງ ຊ້າງນ້ອຍ ຄວ້າແຊັມລາວລີກ 1 ໄດ້ 2 ສະໄໝຊ້ອນກໍຄືປີ 2022 ກັບ 2023 ກ່ອນຕັດສິນໃຈຍ້າຍໄປຫຼິ້ນໃນລີກສູງສຸດຂອງກໍາປູເຈຍ.

ສ່ວນຜົນງານໃນທີມຊາດຂອງ ບຸນພະຈັນ ຖືວ່າເປັນນັກເຕະລາວທີ່ປະສົບຜົນສໍາເລັດຫຼາຍທີ່ສຸດ ເຄີຍຫຼິ້ນໃຫ້ທີມຊາດ ຢູ 16 ໃນປີ 2015, ຢູ18 ໃນປີ 2016, ຢູ 19 ໃນ 2017, ຢູ 21 ໃນປີ 2018, ຢູ 23 ໃນປີ 2018 ແລະ ຕິດທີມຊາດລາວ ຊຸດໃຫຍ່ ຄັ້ງທໍາອິດໃນປີ 2018, ສ່ວນສະໂມສອນ ເຄີຍຫຼິ້ນໃຫ້ກັບສະໂມສອນ ສະຫວັນ ເອັຟຊີ, ສະຫວັນ ຢູໄນເຕັດ, ທິບສະຫວັນ ເອັຟຊີ ແລະ ຊ້າງນ້ອຍ ເອັຟຊີ ລະຫວ່າງປີ 2017-2023 ເຊິ່ງປັດຈຸບັນ ກຽມລົງປະເດີມສະໜາມໃຫ້ກັບ Preah Khan Reach Svay Rieng FC ແຊັມກໍາປູເຈຍ ພຣີເມຍລີກ ປີ 2021 ແລະ 2022.
ຂ່າວ: Larh Creators; ຮູບຈາກ: Svay Rieng FC