ການສົ່ງອອກປາທູນ່າຂອງຫວຽດນາມ ຫຼຸດລົງ

19

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ປີຜ່ານມາ ມູນຄ່າການສົ່ງອອກປາທູນ່າຂອງຫວຽດນາມ ສູງເຖິງ 1 ຕື້ໂດລາ ແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ການສົ່ງອອກປາທູນ່າຂອງຫວຽດນາມ ໄດ້ຫຼຸດລົງຢ່າງໜ້າເປັນຫ່ວງ.

ລາຍງານລະບຸວ່າ: ປັດຈຸບັນ ຜູ້ປະກອບການຈັດຊື້ – ແປຮູບ – ສົ່ງອອກປາທູນ່າ ປະສົບບາງບັນຫາກ່ຽວກັບການສົ່ງອອກສິນຄ້າ ພາຍໃຕ້ແຮງກົດດັນປະລິມານສິນຄ້າຄ້າງສາງ, ສະນັ້ນບັນດາທຸລະກິດຍັງລັ່ງເລທີ່ຈະຊື້ປານູນ່າ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ສາມາດຂຶ້ນລາຄາປາທູນ່າໄດ້.

ຂະນະທີ່ຊາວປະມົງ ທີ່ອອກຫາປາທູນ່າ ຫຼຸດລົງ ນັບຕັ້ງແຕ່ເດືອນທີ່ຜ່ານມາ ເນື່ອງຈາກຄ່າໃຊ້ຈ່າຍໃນການເດີນທາງອອກຫາປາແຕ່ລະຄັ້ງ ບໍ່ຕໍ່າກວ່າ 100 ລ້ານດົງ. ປັດຈຸບັນ, ມີເຮືອບໍ່ເທົ່າໃດລໍາເທົ່ານັ້ນ ທີ່ສາມາດຫາປາ ແລະ ບັນທຸກໄດ້ 2 ໂຕນ ເຊິ່ງເປັນລະດັບຕໍ່າ ທີ່ຈະເຮັດໃຫ້ຊາວປະມົງມີກຳໄລໄດ້.

ປັດຈຸບັນ, ລາຄາປາທູນ່າຫຼຸດລົງຈາກ 110.000 ດົ່ງ – 115.000 ດົ່ງ/ກິໂລກຣາມ ເຫຼືອພຽງ 50.000 ດົ່ງ/ກິໂລກຣາມ ເມື່ອທຽບໃສ່ທ້າຍປີ 2022. ເຖິງວ່າມູນຄ່າການສົ່ງອອກປາທູນ່າໃນປີຜ່ານມາ ສູງເຖິງ 1 ຕື້ໂດລາ ເພີ່ມຂຶ້ນ 34% ທຽບໃສ່ປີ ໃນປີ 2021; ແຕ່ມາໃນໄລຍະ 6 ເດືອນຕົ້ນປີ 2023 ການສົ່ງອອກປາທູນ່າ ມີມູນຄ່າພຽງ 380 ລ້ານໂດລາ ຫຼຸດລົງ 31% ທຽບໃສ່ໄລຍະດຽວກັນຂອງປີ 2022.

ແຫຼ່ງຂ່າວຍັງໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເປັນໜຶ່ງໃນສາເຫດຫຼັກຂອງຕະຫຼາດບໍລິໂພກປາທູນ່າ ເນື່ອງຈາກບັນຫານີ້ໄດ້ເຮັດໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນໄປ ໂດຍຫັນໄປເນັ້ນໃສ່ສິນຄ້າທີ່ມີລາຄາຕໍ່າກວ່າ.