ນັກທ່ອງທ່ຽວອິນເດຍ ຫຼັ່ງໄຫຼສູ່ອາຊຽນ ເພີ່ມຂຶ້ນຕໍ່ເນື່ອງ

47

ສຳນັກຂ່າວຣອຍເຕີລາຍງານວ່າ: ນັກທ່ອງທ່ຽວຊາວອິນເດຍ ກຳລັງຫຼັ່ງໄຫຼເຂົ້າສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ສະທ້ອນໃຫ້ເຫັນວ່າ ອິນເດຍ ເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ຍັງເປັນຕະຫຼາດສຳຄັນ ສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ມີທ່າອ່ຽງຈະແຊງຈີນ.

ຜູ້ຊ່ຽວຊານດ້ານການບິນ ກ່າວວ່າ: “ ເຫັນໄດ້ຊັດເຈນວ່າ ອາຊີຕາເວັນອອກສ່ຽງໃຕ້ ຢູ່ໃນຕຳແໜ່ງທີ່ດີທີ່ສຸດ ທີ່ຈະຮອງຮັບນັກທ່ອງທ່ຽວຈາກອິນເດຍ ທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ”.

ອົງການເພື່ອການຮ່ວມມື ແລະ ການພັດທະນາ ( OECD) ເປີດເຜີຍວ່າ ການເດີນທາງ ແລະ ການທ່ອງທ່ຽວ ກຳລັງເປັນອຸດສາຫະກຳທີ່ສຳຄັນ ສຳລັບເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ຂະແໜງການທ່ອງທ່ຽວໄດ້ກວມເອົາອັດຕາສ່ວນປະມານ 12% ຂອງ GDP ຂອງບັນດາປະເທດໃນພາກພື້ນ ແລະ ອຸດສາຫະກຳການທ່ອງທ່ຽວຍັງສ້າງວຽກເຮັດງານທຳໃຫ້ປະຊາຊົນຫຼາຍກວ່າ 40 ລ້ານຕຳແໜ່ງໃນພາກພື້ນແຫ່ງນີ້.

ທັງນີ້, ຕະຫຼອດ 10 ກວ່າປີທີ່ຜ່ານມາ ອຸດສາຫະກຳການທ່ອງທ່ຽວໃນອາຊຽນ ໄດ້ຮັບແຮງຍູ້ຈາກຈີນ ແຕ່ຫຼັງຈາກທີ່ເກີດການລະບາດໃຫຍ່ 4 ປະເທດໃນພາກພື້ນແຫ່ງນີ້ ກຳລັງປະເຊີນກັບການຟື້ນຕົວທີ່ອ່ອນແອລົງຂອງນັກທ່ອງທ່ຽວຈາກຈີນ ໂດຍຂໍ້ມູນໃນເດືອນພຶດສະພາ 2023 ລະບຸວ່າ ນັກທ່ອງທ່ຽວຈາກຈີນຢູ່ໃນລະດັບຕ່ຳກວ່າປີ 2019 ເຖິງ 60%.

ອີງຕາມບົດລາຍງານຂອງ ທະນາຄານພັດທະນາອາຊີ ລະບຸວ່າ ອີກ 10 ປີຂ້າງໜ້າ ອິນເດຍ ຈະເຂົ້າມາແທນທີ່ຈີນ ໃນແງ່ຂອງ “ ການເຕີບໂຕຂອງການທ່ອງທ່ຽວຕ່າງປະເທດ ”.