ປ່ອຍອອກມາແລ້ວ ເພງ The Way That I Am ຂອງ Lizzy Z ກະແສດີເກີນຄາດເລີຍ

27

ຫຼັງຈາກຂຶ້ນໂຊສຸດພິເສດ ແລະ ຍິ່ງໃຫຍ່ອະລັງການໃນເວທີ Mister Universe Laos ໃນວັນທີ 9 ກໍລະກົດທີ່ຜ່ານມາ ແລະ ໄດ້ສ້າງຄວາມມ່ວນຊື່ນໃຫ້ກັບຜູ້ເຂົ້າຮ່ວມງານຢ່າງໜ້າປະທັບໃຈໃຫ້ທຸກຄົນພາຍໃນງານມາແລ້ວ.
ມື້ນີ້ກໍເປັນການສິ້ນສຸດການລໍຄອຍເປັນທີ່ຮຽບຮ້ອຍ ກັບຜົນງານເພງດ່ຽວຄັ້ງທຳອິດຂອງນ້ອງ ອາລິດສະເບດ ໂຟກາດ ຫຼື Lizzy Z ເມື່ອວັນທີ 12 ກໍລະກົດທີ່ຜ່ານມາ ນ້ອງຄົນເກັ່ງຄົນນີ້ຫາກໍປ່ອຍໃຫ້ແຟນໆໄດ້ຮັບຊົມຮັບຟັງຜ່ານຊ່ອງຢູ່ທູບ Lizzy Z ແລະ ຂ່າວບັນເທີງເອງ ກໍຈະບໍ່ພາດຢ່າງແນ່ນອນທີ່ຈະນຳເອົາຜົນງານເພງ The Way That I Am ຂອງນ້ອງມາອັບເດດໃຫ້ທຸກຄົນໄດ້ເຂົ້າໄປຮ່ວມຊົມເປັນການສະໜັບສະໜູນສິລະປິນລາວນໍາກັນ.

ກ່ອນອື່ນຕ້ອງຂໍບອກເລີຍວ່າ: ມິວສິກວີດີໂອ ແລະ ນັກສະແດງເພງນີ້ແມ່ນຫຼິ້ນອອກມາໄດ້ອາລົມເຂົ້າກັບເນື້ອຫາຂອງເພງໄດ້ດີອີ່ຫຼີ ແລະ ລວມໄປເຖິງການຖ່າຍທຳ – ຕັດຕໍ່ທີ່ມີຄຸນນະພາບ. ທັງນີ້ຍັງໄດ້ນ້ອງ Lizzy Z ທີ່ທັງຮ້ອງ ແລະ ເປັນນາງເອກສະແດງໃນເອັມວີເອງ ບອກໄດ້ເລີຍວ່າພິເສດ ແລະ ໜ້າຕິດຕາມສຸດໆ ແລະ ບອກເລີຍວ່າຫຼັງຈາກປ່ອຍອອກມາກະແສກໍດີເກີນຄາດເລີຍ.

ສໍາລັບເນື້ອຫາຂອງເພງ The Way That I Am ນີ້ໄດ້ເວົ້າເຖິງຄວາມຮັກຂອງບ່າວສາວສອງຄົນທີ່ຮັກກັນຕ້ອງປ່ຽນແປງທຸກຢ່າງທີ່ເປັນ ເພື່ອຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ບໍ່ແມ່ນຈະບັງຄັບກັນ ເພື່ອໃຫ້ໄດ້ໃຈກັນເທົ່ານັ້ນ ໂອຍໆ… ເວົ້າຫຼາຍແລ້ວຂ່າວບັນເທີງເອງ ເອົາເປັນວ່າໃຫ້ທ່ານຜູ້ຊົມໄປຮັບຊົມ ແລະ ຮັບຟັງເອົາເອງເດີ ເພື່ອຈະບໍ່ພາດຮັບຊົມຜົນງານເພງດີໆອີກໜຶ່ງຜົນງານແບບນີ້.

ສໍາລັບ ອາລິດສະເບດນອກຈາກຈະເປັນສິລະປິນແລ້ວ ຍັງເປັນໄວໜຸ່ມອີກໜຶ່ງຄົນທີ່ໜ້າເອົາເປັນແບບຢ່າງຂອງສັງຄົມ ເພາະຫຼັງຈາກທີ່ໄດ້ຕິດຕາມນ້ອງມາແມ່ນເຫັນໄດ້ວ່າ ນ້ອງເປັນຄົນຈິດໃຈດີ ແລະ ມີນໍ້າໃຈມັກຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາເລີຍ ເຊິ່ງເຮົາຈະເຫັນຜ່ານສື່ເປັນປະຈໍາສໍາລັບການເຄື່ອນໄຫວໃນການຊ່ວຍເຫຼືອສັງຄົມຂອງນ້ອງເຊິ່ງໜ້າຊົມເຊີຍທີ່ສຸດ.

ຂ່າວບັນເທີງເອງກໍຂໍຝາກແຟນໆຂ່າວທຸກຄົນຕິດຕາມຜົນງານ ແລະ ສະໜັບສະໜູນນ້ອງດ້ວຍ.
ອີກບໍ່ດົນນີ້ກໍຈະມີງານ ໃຫຍ່ໃຫ້ໄດ້ຊົມກັນອີກແລ້ວ ສໍາລັບ ອາລິດສະເບດ ໂຟກາດ ໃນນາມລີຊີແຊັດ ລູກຊອດ ລາວ – ອັງກິດ ເພາະໃນວັນທີ 23 ກໍລະກົດ 2023 ນີ້ ເພິ່ນຈະໄດ້ຮ່ວມໂຊເພງໃໝ່ຫຼ້າສຸດໃຫ້ສາວງາມເດີນແບບຢູ່ໃນງານ Miss Universe Laos 2023 ທີ່ໃກ້ຈະມາຮອດນີ້.