U8 WIG NAGA ປະກາດສັກດາຄວ້າແຊ້ມ CCFA INTERNATIONAL ຄັ້ງທໍາອິດ ທີ່ປະເທດໄທ

65

ທ້າວ ທີລະກອນ ພຸດທະວົງ ( ຄິວນ້ອຍ ) ຮີໂຣ ກອງຫຼັງຕົວເກັ່ງຂອງ U8 WIG NAGA ສະໂມສອນບານເຕະເຍົາວະຊົນລາວ ຫຼັງປ່ຽນບົດບາດໄປເປັນຜູ້ຮັກສາປະຕູໃນການດວນຈຸດໂທດຕັດສິນກັບ GODENBOY ສະໂມສອນບານເຕະເຍົາວະຊົນຈາກໄທ ກາຍເປັນຮີໂຣປ້ອງກັນຈຸດໂທດລູກສໍາຄັນ ກ່ອນພາທີມເອົາຊະນະທີມຈາກໄທໄປຫວຸດຫວິດ 4-3 ຫຼັງສະເໝີກັນໃນເວລາປົກກະຕິ 3-3 ຄວ້າແຊ້ມ ໃນລາຍການ CCFA INTERNATIONAL FOOTBALL TOUNAMENT 2023.

ການແຂ່ງຂັນບານເຕະ CCFA INTERNATIONAL FOOTBALL TOUNAMENT 2023 ຈັດຂຶ້ນທີ່ສະໜາມໃຈຟ້າ ສະເຕດ້ຽມ ໃນແຂວງລົບບູລີ ປະເທດໄທ ລະຫວ່າງວັນທີ 15-16 ກໍລະກົດ 2023 ມີການແຂ່ງຂັນ 2 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 8 ປີ ແລະ 11 ປີ ເຊິ່ງມີສະໂມສອນຈາກໄທ, ສປ ຈີນ ແລະ ສປປ ລາວ ເຂົ້າຮ່ວມຊີງໄຊ, ເຊິ່ງຮຸ່ນອາຍຸບໍ່ເກີນ 8 ປີມີ 8 ທີມເຂົ້າຮ່ວມແບ່ງອອກເປັນ 2 ສາຍ ຄັດເອົາທີ 1 ແລະ 2 ຂອງແຕ່ລະສາຍ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນຮຸ່ນອາຍຸບໍ່ເກີນ 11 ປີມີ 20 ສະໂມສອນເຂົ້າຮ່ວມແບ່ງອອກເປັນ 5 ສາຍ ຄັດເຂົ້າຮອບເຊັ່ນກັນ.

ສໍາລັບ WIG NAGA ສະໂມສອນຈາກ ສປປ ລາວ ແມ່ນສົ່ງເຂົ້າຮ່ວມທັງ 2 ຮຸ່ນ ໂດຍສະເພາະ ຢູ 8 ປີແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນເປັນຄັ້ງທໍາອິດ ແຕ່ສ້າງຜົນງານຢ່າງໂດດເດັ່ນ ຊະນະ 2 ແລະ ເສຍ 1 ນັດ ຜ່ານເຂົ້າຮອບໃນຖານະອັນດັບ 1 ຂອງສາຍ ກ່ອນເອົາຊະນະ ELEVEN ACADEMY 10-5 ແລະ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ GODENBOY ( ຮອບແບ່ງກຸ່ມ WIG NAGA ເສຍມາກ່ອນ ) ແຕ່ຮອບຊີງດຸເດືອດສະເໝີກັນ 3-3 ກ່ອນໄປຕັດສິນດ້ວຍການດວນຈຸດໂທດ ແລະ ເປັນ ທີລະກອນ ຫຼື ຄິວນ້ອຍ ຈາກກອງຫຼັງ ຖືກມອບໝາຍຈາກຄູຝຶກໃຫ້ເປັນຜູ້ຮັກສາປະຕູ ກາຍເປັນຮີໂຣ ເຊັບຈຸດໂທດສໍາຄັນ ພາທີມເອົາຊະນະໄປ 4-3 ຄວ້າແຊັມໄປຄອງ.

ສ່ວນ ຢູ 11 ຂອງ WIG NAGA ກໍໂດດເດັ່ນຜ່ານເຂົ້າເຖິງຮອບ 4 ທີມສຸດທ້າຍ ກ່ອນເສຍໃຫ້ກັບ SIX 6 ໄປຢ່າງໜ້າເສຍດາຍ 1-3 ເນື່ອງຈາກນັກເຕະເມື່ອຍ ແລະ ຕົວສໍາຮອງໜ້ອຍ ເພາະການແຂ່ງຂັນແຂ່ງຂັນເຖິງ 3 ນັດຕິດຕໍ່ ນັບແຕ່ 1-3 ໂມງແລງ ແລະ ເຂົ້າຮອບອັນດັບ 3 ກໍເສຍໄປຄວ້າອັນດັບທີ 4 ໄປຄອງ.

ຫຼັງຈາກຈົບການແຂ່ງຂັນ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຄູຝຶກກ່າວວ່າ: ຖືເປັນຜົນງານໂດດເດັ່ນ ແລະ ເກີນຄາດໝາຍ ເພາະລາຍການນີ້ເປັນລາຍການໃຫຍ່ ແລະ ມີແຕ່ທີມເຍົາວະຊົນລະດັບແຖວໜ້າຂອງປະເທດໄທ ເຂົ້າຮ່ວມແຂ່ງຂັນ ແນ່ນອນມີການແຂ່ງຂັນສູງ ແຕ່ ຢູ 8 ຂອງພວກເຮົາກໍສາມາຍາດໄດ້ແຊັມໄດ້ ແລະ ຢູ 11 ຍາດໄດ້ອັນດັບທີ 8, ໂດຍສະເພາະ ຢູ 8 ແມ່ນສົ່ງເຂົ້າຮ່ວມແຂ່ງຂັນລະດັບນາໆຊາດ ແລະ ຕ່າງປະເທດເປັນຄັ້ງທໍາອິດ ກໍສາມາດປະກາດສັກດາໄດ້. ຢ່າງໃດກໍຕາມ ຢູ 11 ຖືວ່າເປັນການທົດສອບ ແລະ ອຸ່ນເຄື່ອງຄັ້ງສໍາຄັນ ກ່ອນຈະໄປສົມທົບກັບນັກເຕະ ຢູ 12 ເພື່ອເຂົ້າຮ່ວມການແຂ່ງຂັນລາຍການນາໆຊາດລາຍການ JS CUP 2023 ທີ່ ສ ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023.
ຂ່າວ-ຮູບ: Larh Creators