ອົງການພະລັງງານສາກົນ ປັບຫຼຸດອຸປະສົງນ້ຳມັນໂລກລົງ

25

ອົງການພະລັງງານສາກົນ ( IEA ) ເປີດເຜີຍເມື່ອວັນທີ 13 ກໍລະກົດຜ່ານມາວ່າ:  ໄດ້ປັບຫຼຸດຄາດການການເຕີບໂຕຂອງອຸປະສົງ ( ຄວາມຕ້ອງການ ) ນ້ຳມັນໂລກລົງໃນປີນີ້ ເນື່ອງຈາກເສດຖະກິດໂລກຂະຫຍາຍຕົວຊ້າລົງ ໂດຍສະເພາະບັນດາປະເທດເສດຖະກິດຂະໜາດໃຫຍ່ ແລະ ປະເທດທີ່ພັດທະນາແລ້ວ.

ອົງການພະລັງງານສາກົນ ລະບຸວ່າ: ຄວາມຕ້ອງການນ້ຳມັນຂອງໂລກມີທ່າອ່ຽງເພີ່ມຂຶ້ນ 2,2 ລ້ານບາເຣວຕໍ່ວັນ ໃນປີນີ້ ຢູ່ທີ່ລະດັບສະເລ່ຍ 102,1 ລ້ານບາເຣວຕໍ່ວັນ ໂດຍຈີນກວມເອົາສັດສ່ວນ 70% ຂອງການເພີ່ມຂຶ້ນທົ່ວໂລກໃນປີນີ້. ກ່ອນໜ້ານີ້ IEA ປະເມີນວ່າ ຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນປະມານ 2,4 ລ້ານບາເຣວຕໍ່ວັນ.

ລາຍງານຂອງ IEA ລະບຸວ່າ: ຕະຫຼາດນ້ຳມັນປະຈຳເດືອນສະບັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 13 ກໍລະກົດຜ່ານມາ ພົບວ່າ: ບັນຫາເສດຖະກິດມະຫາພາກທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ການຜະລິດນ້ຳມັນຕ່ຳລົງຢ່າງຕໍ່ເນື່ອງ, ດັ່ງນັ້ນ IEA ຈຶ່ງປັບຫຼຸດການເຕີບໂຕຂອງອຸປະສົງນ້ຳມັນໂລກໃນປີ 2023 ລົງ.

“ ອຸປະສົງນ້ຳມັນໄດ້ຮັບແຮງກົດດັນຈາກສະພາບແວດລ້ອມທາງເສດຖະກິດທີ່ທ້າທາຍ ເນື່ອງຈາກນະໂຍບາຍດ້ານການເງິນທີ່ເຂັ້ມງວດໃນປະເທດພັດທະນາແລ້ວ ແລະ ປະເທດກຳລັງພັດທະນາຫຼາຍປະເທດໃນຕະຫຼອດ 12 ເດືອນຜ່ານມາ, ໃນຂະນະດຽວກັນອຸປະສົງນ້ຳມັນໂລກໃນປີໜ້າ ມີທ່າອ່ຽງເຕີບໂຕຊ້າລົງສູ່ລະດັບ 1,1 ລ້ານບາເຣວຕໍ່ວັນ ເນື່ອງຈາກການຟື້ນຕົວດ້ານເສດຖະກິດເລີ່ມອ່ອນແອລົງ ຕະຫຼອດຮອດມາດຕະການກະຕຸ້ນໃຫ້ນຳໃຊ້ລົດໄຟຟ້າຫຼາຍຂຶ້ນ, IEA ລະບຸ.