W.I.G U10 ຊະນະ 10 ນັດລວດຄວ້າແຊັມບານເຕະລີກເຍົາວະຊົນ Mazda Youth League 2023

98

W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີຄວ້າແຊັມໄດ້ອີກແລ້ວ ຫຼັງນັດຫຼ້າສຸດລົງສະໜາມເອົາຊະນະ Mazda GB FC 3-0 ໃນການແຂ່ງຂັນບານເຕະນັດສຸດທ້າຍຂອງລາຍການ Mazda Youth League 2023 ທີ່ສະໜາມຫຍ້າທຽມ ລ້ານຊ້າງ ສະເຕດ້ຽມ ເຮັດໃຫ້ຄວ້າແຊັມໄປຄອງຈາກຜົນງານຊະນະ 10 ນັດລວດ.

ການແຂ່ງຂັນບານເຕະ Mazda Youth League 2023 ຈັດຂຶ້ນເປັນຄັ້ງທໍາອິດໃນປະຫວັດສາດຂອງວົງການບານເຕະເຍົາວະຊົນລາວ ທີ່ມີການແຂ່ງຂັນແບບລີກ ມີທັງ ຢູ 10, 12 ແລະ 14 ປີ ເຊິ່ງຫຼ້າສຸດເມື່ອທ້າຍອາທິດທີ່ຜ່ານມາ ໃນຮຸ່ນອາຍຸບໍ່ເກີນ 10 ປີທີ່ມີ 6 ທີມເຂົ້າຮ່ວມຊີງໄຊ ແລະ ແຂ່ງຂັນແບບພົບກັນໝົດ 2 ນັດຮອບຂາໄປ ແລະ ຮອບຂາກັບ ແມ່ນໄດ້ຂໍ້ສະຫຼຸບເປັນທີ່ຮຽບຮ້ອຍ ຫຼັງຈາກທີ່ ຢູ 10 ຂອງ W.I.G NAGA ເປີດບ້ານຮັບການມາຢາມຂອງ Mazda GB FC ໃນຮອບຂາກັບ ຫຼັງຮອບຂາໄປ W.I.G NAGA ບຸກໄປຊະນະໄດ້ 2-1.

ເຊິ່ງນັດຮອບຂາກັບຍັງເປັນ ຢູ 10 W.I.G NAGA ທີ່ໂດດເດັ່ນເປີດບ້ານເອົາຊະນະ Mazda GB FC ໄປ 3-0 ຈາກການຍິງຄົນດຽວຂອງ ອານຸສັກ ວິໄລກຸນ ຫົວໜ້າທີມ ເຮັດໃຫ້ເກັບເພີ່ມເປັນ 30 ຄະແນນຈາກໄຊຊະນະ 10 ນັດຄວ້າຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນໄປຄອງ, ສ່ວນອັນດັບ 2 ເປັນຂອງ Mazda GB FC ເປັນທີ່ແນ່ນອນແລ້ວ ຫຼັງຈາກລົງແຂ່ງຂັນໄປແລ້ວ 9 ນັດມີ 21 ຄະແນນໜີຫ່າງອັນດັບ 3 ມາສເຕີ 7 ທີ່ມີ 13 ຄະແນນຈາກ 9 ນັດ.

ພ້ອມນັ້ນ, ອານຸສັກ ວິໄລກຸນ ຫົວໜ້າທີມຢູ 10 W.I.G NAGA ຍັງຄວ້າລາງວັນນັກເຕະດີເດັ່ນ ແລະ ດາວຊັລໂວ ຈາກຜົນງານຍິງໄປຄອນດຽວ 40 ກວ່າປະຕູ ພ້ອມພາທີມຊະນະ 10 ນັດຈົນສູ່ການເປັນແຊັມ.

ນອກນັ້ນ, ແຊັມລາຍການດັ່ງກ່າວຖືເປັນແຊັມລາຍການທີ 2 ຂອງ ຢູ 10 ຂອງ W.I.G NAGA ທີ່ທາງ Mazda ຈັດຂຶ້ນຕໍ່ຈາກລາຍການກ່ອນໜ້ານີ້ກໍຄືລາຍການ Mazda Challenge Cup 2023 ທີ່ຄວ້າແຊັມມາໄດ້ກ່ອນໜ້ານີ້ ພ້ອມທັງຍັງເປັນແຊັມຫຼາຍໆລາຍການຕໍ່ຈາກລາຍການທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ:
-ແຊັມບານເຕະ 7 ຄົນຊີງແຊັມພາກອີສານ ຢູ 10 ປີ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 2023
-ແຊັມບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023

ນອກນັ້ນ, ຢູ 12 ຂອງ W.I.G NAGA ກໍຍັງມີລຸ້ນແຊັມ Mazda Youth League 2023 ອີກໜຶ່ງຊຸດ ເນື່ອງຈາກປັດຈຸບັນລົງແຂ່ງຂັນໄປແລ້ວ 9 ນັດຊະນະ 8 ແລະ ສະເໝີ 1 ນັດມີ 24 ຄະແນນຢຶດທີມນໍາ ໂດຍມີອັນດັບ 2 ກໍຄື ຢູ 12 ຂອງ Mazda GB FC ທີ່ມີ 22 ຄະແນນ ຈາກການແຂ່ງຂັນ 9 ນັດເທົ່າກັນ ຍັັງເຫຼືອອີກ 9 ນັດໃນຮອບຂາກັບ ເນື່ອງຈາກ ຢູ 12 ມີເຖິງ 18 ທີມເຂົ້າຮ່ວມແຂ່ງຂັນ.
ຂ່າວ-ຮູບ: Larh Creators