ໂຍທາເອົາແທ້ ກັບການແກ້ບັນຫາທາງເພ ອອກນິຕິກຳໃໝ່ໃຫ້ທຸກພາກສ່ວນປະຕິບັດ

45

ແນໃສ່ແກ້ໄຂບັນຫາເສັ້ນທາງຫຼວງເປ່ເພເສຍຫາຍອັນເນື່ອງມາຈາກລົດບັນທຸກທີ່ມີນໍ້າໜັກຫຼາຍ ແລະ ເກີນມາດຕະຖານ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແມ່ນໄດ້ປັບປຸງ ລະບຽບການ, ກົນໄກການຄຸ້ມຄອງ, ກວດກາ, ຄວບຄຸມ ນໍ້າໜັກລົດບັນທຸກ ແລະ ລົດຂົນສົ່ງ ໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດກວ່າເກົ່າ ພ້ອມຫວັງວ່າທຸກພາກສ່ວນຈະຮ່ວມກັນເປັນເຈົ້າການ.

ไม่มีคำอธิบาย

ຕາມການຊີ້ແຈງຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ) ຕໍ່ສະມາຊິກສະພາແຫ່ງຊາດ ໃນທ້າຍເດືອນມິຖຸນາ ຜ່ານມາກ່ຽວກັບການແກ້ໄຂບັນຫາດັ່ງກ່າວວ່າ:

ໃນໄລຍະຜ່ານມາ ກະຊວງ ຍທຂ ໄດ້ປັບປຸງ ລະບຽບການ, ກົນໄກການຄຸ້ມຄອງ, ກວດກາ, ຄວບຄຸມ ນໍ້າໜັກລົດບັນທຸກ ແລະ ລົດຂົນສົ່ງ. ເຊິ່ງປັດຈຸບັນ ໄດ້ສໍາເລັດ ຄື: 1).ການອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດ ນ້ຳໜັກລວມສູງສຸດ ຂອງລົດບັນທຸກ ສະບັບເລກທີ 9393/ຍທຂ, ລົງວັນທີ 13 ເມສາ 2023 ປ່ຽນແທນຂໍ້ກໍານົດເລກທີ 13848/ຍທຂ, ລົງວັນທີ 26 ກັນຍາ 2013 ເພື່ອເອກະພາບໃນການຄຸ້ມຄອງ ແລະ ປະສານສົມທົບລະຫວ່າງ ກະຊວງ ກັບ ທ້ອງຖີ່ນ;

2). ສຳເລັດການສ້າງພາລະບົດບາດ ຂອງໜ່ວຍງານສະຖານີຕິດຊັ່ງນ້ຳໜັກລົດບັນທຸກ ສະບັບເລກທີ 09660/ຍທຂ, ລັງວັນທີ 30 ພຶດສະພາ 2023  ເພື່ອເປັນບ່ອນອີງໃນ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ແລະ ໄດ້ອອກແຈ້ງການ ການຈັດຕັ້ງປະຕິບັດວຽກຄຸ້ມຄອງນ້ຳໜັກລົດບັນທຸກ ແລະ ມາດຕະການຕໍ່ຜູ້ລະເມີດ ສະບັບເລກທີ 14861/ຍທຂ, ລັງວັນທີ 15 ມິຖຸນາ 2023;

3). ສຳເລັດການກໍ່ສ້າງສະຖານີຕິດຊັ່ງນ້ຳໜັກ ທັນສະໄໝ 1 ແຫ່ງ ຢູ່ ບ້ານ ນາຫຼວງ ທາງເລກ R3 ແຂວງ ບໍ່ແກ້ວ. ໂດຍໄດ້ເອົາວຽກງານການຄຸ້ມຄອງນ້ຳໜັກລົດບັນທຸກ ມາໃຫ້ຂະແໜງຂົວທາງຮັບຜິດຊອບ ກໍຄືພາກສ່ວນຮັບຜິດຊອບໃນການສ້ອມແປງ ແລະ ບູລະນະຮັກສາທາງຫຼວງ

ໂດຍໃຫ້ໂຄງການສ້ອມແປງ ແລະ ບູລະນະຮັກສາທາງຫຼວງ ເປັນຜູ້ຮັບຜິດຊອບ. ໂດຍມີການແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ; ກໍານົດພາລະບົດບາດຂອງໜ່ວຍງານປະຈໍາສະຖານີຕິດຊັ່ງນໍ້າໜັກ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບປັດຈຸບັນ. ພ້ອມນີ້ ຈະໄດ້ຫັນສະຖານີຕິດຊັ່ງນ້ຳໜັກໃຫ້ເປັນທັນສະໄໝໃນຂອບເຂດທົ່ວປະເທດ.