ສາຍແລ້ວຮູບເງົາ MissionImpossible – Dead Reckoning Part One

96

ໃນວັນທີ 12 ກໍລະກົດ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີພິທີສາຍຮູບເງົາ MissionImpossible – Dead Reckoning Part One ຮອບສື່ມວນຊົນແລ້ວໂດຍມີຄົນໃນວົງການບັນເທີງ, ຄົນມີຊື່ສຽງ ແລະ ດາລາ ນັກສະແດງເຂົ້າຮ່ວມຮັບຊົມກັນໜາແໜ້ນ ບອກເລີຍວ່າສົມການລໍຄອຍອີ່ຫຼີ.

MissionImpossible – Dead Reckoning Part One ນັກສະແດງນໍາໂດຍ ທອມກູສ ໂດຍເນື້ອເລື່ອງເວົ້າເຖິງໄພອັນຕະລາຍຂອງເຕັກໂນໂລຊີ ແລະ ຄວາມເປັນຕາຢ້ານຂອງປັນຍາປະດິດ ທີ່ເລີ່ມເປັນໄພຄຸກຄາມຕໍ່ມວນມະນຸດຫຼາຍຂຶ້ນ ເຮັດໃຫ້ພະເອກໃນໜັງກໍຄື ອີທານ ຮັນ ກໍຍັງຕ້ອງຫັນຫຼັງໃຫ້ເຕັກໂນໂລຊີລໍ້າສະໄໝ ແລ້ວກັບໄປເພິ່ງພາເຄື່ອງມືອັນນາລັອກ ເພື່ອຕໍ່ກອນກັບຜູ້ກໍ່ການຮ້າຍ.

ໃນເລື່ອງມີສາກແອັກຊັ້ນຫຼາກຫຼາຍ ທີ່ພະເອກສ່ຽງຕາຍເພື່ອຕໍ່ສູ້ຍາດເອົາລູກກຸນແຈ 2 ດອກ ເພື່ອໄຂປິດສະໜາ ທີ່ເຮັດໃຫ້ເຕັກໂນໂລຊີມີຄວາມກ້າວໜ້າ ຈົນເຮັດໃຫ້ມະນຸດຕາມນໍາບໍ່ທັນ ຈາກເຫດການດັ່ງກ່າວ ຈຶ່ງມີທັງສາກການຕໍ່ສູ້ ບໍ່ວ່າທັງໃນຕົວເມືອງ, ສະໜາມບິນ, ໃນລົດໄຟທີ່ມີ ຄວາມໄວສູງ ຈົນໃນທີ່ສຸດ ອີທານ ຮັນ ກໍສາມາດໄດ້ລູກກຸນແຈ ທັງ 2 ດອກມາປະກອບກັນຈົນສໍາເລັດພາລະກິດ ແລ້ວຮູບເງົາກໍຕັດຈົບລົງ ເຫຼືອໄວ້ພຽງຂໍ້ສົງໄສຂອງແຟນໆທີ່ຕິດຕາມຕ້ອງໄດ້ລໍເບິ່ງວ່າ MissionImpossible – Dead Reckoning Part Two ຈະເປີດສາຍເມື່ອໃດ ແລະ ຈະມີຄວາມເຂັ້ມຂຸ້ນ ແລະ ການເສີມແອັກຊັ້ນມັນໆຄືແນວໃດ ຕ້ອງໄດ້ລໍຕິດຕາມນໍາກັນ.
ສ່ວນເພື່ອນໆ ທ່ານໃດຍັງບໍ່ທັນໄດ້ໄປເບິ່ງ ເພິ່ນກໍເປີດສາຍຮອບທົ່ວໄປແລ້ວ ທີ່ສູນການຄ້າວຽງຈັນເຊັ້ນເຕີຊັ້ນ 4 ເປີດໃຫ້ເຂົ້າຊົມໄດ້ທຸກວັນ.