ຈາກສາວອວບກາຍເປັນສາວງາມ ພ້ອມຄວາມໝັ້ນໃຈ ເຊຍ! ມຸ້ຍທິດາ ກາລັນຕີ

16

ມາຕໍ່ກັນທີ່ເວທີແກຣນປີນີ້ເຊຍມ່ວນແນ່ນອນ ແຕ່ລະສາວງາມພົກຄວາມໝັ້ນໃຈມາຢ່າງເຕັມທີ່ ແລະ ທີ່ສໍາຄັນແຕ່ລະຄົນກໍມີສະເໜ່, ມີຄວາມໂດດເດັ່ນກັນທັງນັ້ນ ເຊື່ອແນ່ວ່າປີນີ້ຄະນະກຳມະການຈະຕ້ອງໜັກໃຈກັນຢ່າງແນ່ນອນ ແລະ ມື້ນີ້ຂ່າວບັນເທີງຈະພາມາຮູ້ຈັກສາວງາມຈາກເວທີ Miss Grand Laos2023 ທີ່ເປັນອີກໜຶ່ງເວທີແຫ່ງ ຄວາມໃຝ່ຝັນຂອງແມ່ຍິງຫຼາຍໆຄົນ ແລະ ໜຶ່ງໃນນັ້ນຜູ້ທີ່ຈະມາຄວ້າມົງກຸດຈາກເວທີແກຣນກໍຄື ມຸ້ຍ ມຸ້ຍທິດາ ກາລັນຕີ ສາວງາມທີ່ມີຄວາມພະຍາຍາມເກີນຮ້ອຍ ຈາກສາວອວບກາຍເປັນສາວງາມ ພ້ອມຄວາມໝັ້ນໃຈຄົນນີ້.

ສາວງາມຄົນນີ້ທີມຂ່າວບັນເທີງໄດ້ຕິດຕາມນ້ອງມາຕະຫຼອດເຊິ່ງນ້ອງຄົນນີ້ມີຄວາມມຸ່ງໝັ້ນເປັນພິເສດ ບໍ່ວ່າຈະເປັນການຝິດຫຸ່ນຢ່າງໜັກ ເພື່ອປະກວດເວທີສາວງາມຫຼາຍເວທີ ຈາກສາວ ອວບກາຍເປັນສາວຫຸ່ນດີມີສະເໜ່ ເຊິ່ງເປັນຜົນມາຈາກຄວາມພະຍາຍາມຂອງນ້ອງ ແລະ ປີນີ້ໃນເວນີ້ Miss Grand laos 2023 ມຸ້ຍທິດາ ກາລັນຕີ ກໍມີ ຄວາມໂດດເດັ່ນສຸດໆ ເຊິ່ງຫຼັງຈາກການປະກາດຜົນຄະແນນ 5ອັນດັບທຳອິດ 12/7/2023 ມຸ້ຍຕົວແທນນໍາສະເໜີແຂວງໄຊຍະບູລີ ກໍຕິດໜຶ່ງໃນ 5 ຈາກການໂຫວດ GRAND People’s Choice ຂວັນໃຈມວນຊົນເປັນທີ່ຮຽບຮ້ອຍແລ້ວ ແລະ ລຸ້ນກັນຕໍ່ສໍາລັບຜູ້ເຂົ້າປະກວດທີ່ໄດ້ຮັບສະຕິກເກີສູງສຸດອັນດັບ 1 ຈະເຂົ້າຮອບ TOP 3 ຄົນສຸດທ້າຍ ແບບອັດຕະໂນມັດທັນທີ ເຊິ່ງແຟນໆມັກແຂວງໃດ ເຊຍແຂວງໃດ ໃຫ້ເປັນຜູ້ເຂົ້າຮອບ Top 3 Miss Grand Laos 2023 ສາມາດສັ່ງຊື້ສະຕິກເກີ GRAND People’s Choice ໄດ້ຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 29 ກໍລະກົດ 2023 ຮອບ GRAND FINAL MISS GRAND LAOS 2023 ນັ້ນເອງ.

ສໍາລັບ ມຸ້ຍທິດາ ກາລັນຕີ ມິສແກຣນ ໄຊຍະບູລີ ມາຈາກໄຊຍະບູລີ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ປັດຈຸບັນຂາຍເຄື່ອງອອນລາຍ ເຊິ່ງຜົນງານໃນວົງການບັນເທີງທີ່ຜ່ານມາ ເຄີຍສະແດງຊີຣີເຫຼືອພຽງເຫງົາ ແລະ MVເພງ ມາກ່ອນ ແລະ ມີຄວາມສາມາດພິເສດກໍຄື: ຮ້ອງເພງ, ຟ້ອນ, ເດີນແບບ ແລະ ການສະແດງ ເຊິ່ງທີ່ຜ່ານມາ ມຸ້ຍ ແມ່ນເຄີຍປະກວດມາແລ້ວຫຼາຍເວທີ ແລະ ຍັງໄປບໍ່ເຖິງຝັນ ເຊິ່ງປີນີ້ຈຶ່ງໄດ້ກັບມາປະກວດອີກຄັ້ງ ເພື່ອເຮັດຝັນຂອງຕົນໃຫ້ເປັນຈິງ.

ສຸດທ້າຍຝາກທຸກຄົນເຊຍ ແລະ ຮ່ວມໂຫວດໃຫ້ສາວມຸ້ຍ ຕົວແທນແຂວງໄຊຍະບູລີແດ່ເດີ ສາມາດໂຫວດສົ່ງສະຕິກເກີໃຫ້ມຸ້ຍ ໄດ້ທີ່ເພຈຂອງກອງປະກວດ ແລະ ສາມາດຕິດຕາມການເຄື່ອນໄຫວ ແລະ ຮ່ວມກິດຈະກໍາຕ່າງໆຂອງນ້ອງໄດ້ຜ່ານທາງ ເຟສບຸ໊ກສ່ວນຕົວ Mui Motorໄດ້ເລີຍ.