ເປັນທີ່ແນ່ນອນແລ້ວ ບຸນພະຈັນ ຍ້າຍໄປລີກກໍາປູເຈຍ ເມື່ອ ຊ້າງນ້ອຍ ເອັຟຊີ ອວຍພອນໃຫ້ໂຊກດີ

28

ເປັນທີ່ແນ່ນອນແລ້ວວ່າ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງ ຊ້າງນ້ອຍ ເອັຟຊີ ແລະ ທີມຊາດລາວ ເຊິ່ງເປັນນັກເຕະລາວທີ່ດີທີ່ສຸດ ແລະ ມີມູນຄ່າທາງການຕະຫຼາດສູງທີ່ສຸດໃນ ສປປ ລາວ ຈະຍ້າຍໄປຫຼິ້ນໃນລີກສູງສຸດຂອງປະເທດກໍາປູເຈຍ ລໍຖ້າເປີດຕົວໄວໆນີ້ວ່າຈະເປັນທີມໃດ ຫຼັງຈາກທີ່ ຊ້າງນ້ອຍ ເອັຟຊີ ປະກາດອໍາລາ ແລະ ຂອບໃຈຕໍ່ການຮັບໃຊ້ທີມມາຫຼາຍປີ.

ບຸນພະຈັນ ປັດຈຸບັນອາຍຸ 23 ປີສ້າງຜົນງານຢ່າງໂດດເດັ່ນຈົນກາຍເປັນນັກເຕະລາວທີ່ດີທີ່ສຸດໃນປັດຈຸບັນ ໂດຍສະເພາະໃນເປບຊີ ລາວລີກ 1 ລະດູການນີ້ຍິງໄປ 16 ປະຕູພາ ຕົ້ນສັງກັດຢ່າງ ຊ້າງນ້ອຍ ຄວ້າແຊັມລາວລີກ 1 ໄດ້ 2 ສະໄໝຊ້ອນກໍຄືປີ 2022 ກັບ 2023 ເຊິ່ງຕະຫຼອດໄລຍະທີ່ຫຼິ້ນໃຫ້ກັບຊ້າງນ້ອຍມາແຕ່ປີ 2017 ພາທີມຄວ້າອັນດັບ 3 ລາວລີກ ໄດ້ 2 ປີ, ຄວ້າແຊັມບານເຕະຊີງຂັນ ສຕລ ( LFF CUP ) ໄດ້ 1 ສະໄໝ ແລະ ຫຼ້າສຸດໄດ້ແຊັມໃນລາວລີກ 1 ໄດ້ 2 ປີຊ້ອນ ພ້ອມພາຊ້າງນ້ອຍ ໄປແຂ່ງຂັນບານເຕະລາຍການ AFC CUP ໄດ້ 3 ຄັ້ງ.

ຫຼ້າສຸດ ຊ້າງນ້ອຍ ເອັຟຊີ ປະກາດຜ່ານເພຈ໌ບຸກທາງການວ່າ: ເປັນທາງການແລ້ວ ສຳຫຼັບການຍ້າຍຕົວຂອງ ໄກ່ ພວກເຮົາຖຶກທ້າບທາມຈາກຫຼາຍ ສະໂມສອນ ຈາກຕ່າງປະເທດ ເຊິ່ງກໍ່ເປັນ ໄກ່ ເອງທີ່ເລືອກໄປ ກຳປູເຈຍ, ພວກເຮົາຫວັງວ່າການເດີນທາງໄກຂອງກັບຕັນຂອງພວກເຮົາຄັ້ງນີ້ ຈະເຮັດໃຫ້ເສັ້ນທາງບານເຕະຂອງລາວກ້າວຜ່ານຄຳວ່ານັກເຕະລາວໄປໄດ້. ຈົ່ງເຕີບໃຫຍ່ ແລະ ເຂັມແຂງໃນແບບທີ່ເຈົ້າເລືອກ ຈົ່ງຮັກສາມາດຕະຖານ ແລະ ພັດທະນາມັນໃຫ້ເກີນຂີດຈຳກັດ. ສຸດທ້າຍນີ້ເຮົາບໍ່ມີຄຳເວົ້າໃດ ຈະບອກໃຫ້ຫຼາຍກວ່າຄຳວ່າຂອບໃຈຈາກຫົວໃຈ ເຈົ້າເປັນນັກເຕະທີ່ຊົງຄຸນຄ່າຄົນໜື່ງທີ່ເຮົາມີ ຈາກມື້ເລີ່ມພັດທະນາ ສະໂມສອນແຫ່ງນີ້ 6ປີ ພາຍໃຕ້ໂລໂກ້ຊ້າງຄຳ ເຈົ້າເຮັດໃຫ້ພວກເຮົາພູມໃຈ ໂຊກດີ ບູນພະຈັນ ບຸນກອງ ໂຊກດີ ລູກຊາຍ.

ສໍາລັບ ບຸນພະຈັນ ບຸນກອງ ເກີດວັນທີ 29 ພະຈິກ 2000 ທີ່ແຂວງສະຫວັນນະເຂດ, ສ່ວນສູງ 165 ຊັງຕີແມັດ ແລະ ສາມາດຫຼິ້ນໄດ້ແໜ່ງກອງກາງປີກ ແລະ ກອງກາງປີກຂວາ, ເຄີຍຫຼິ້ນໃຫ້ທີມຊາດ ຢູ 16 ໃນປີ 2015, ຢູ18 ໃນປີ 2016, ຢູ 19 ໃນ 2017, ຢູ 21 ໃນປີ 2018, ຢູ 23 ໃນປີ 2018 ແລະ ຕິດທີມຊາດລາວ ຊຸດໃຫຍ່ ຄັ້ງທໍາອິດໃນປີ 2018, ສ່ວນສະໂມສອນ ເຄີຍຫຼິ້ນໃຫ້ກັບສະໂມສອນ ສະຫວັນ ເອັຟຊີ, ສະຫວັນ ຢູໄນເຕັດ, ທິບສະຫວັນ ເອັຟຊີ ແລະ ຊ້າງນ້ອຍ ເອັຟຊີ ຈົນເຖິງປັດຈຸບັນ.
ຂ່າວ: Larh Creators; ຮູບຈາກ: ຊ້າງນ້ອຍ ເອັຟຊີ – Larh Creators