ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຕ້ອງໄດ້ຈົດທະບຽນກ່ອນໄດ້ຮັບການອະນຸຍາດ

79

ເພື່ອເປັນການຄຸ້ມຄອງຕິດຕາມການເຄື່ອນໄຫວ ການຊໍາລະ/ຮັບຊໍາລະ ແລະ ການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງຜູ້ປະກອບການນໍາເຂົ້າ ແລະ ສົ່ງອອກ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ.

ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ຜູ້ປະກອບການ ແລະ ຂະແໜງການກ່ຽວຂ້ອງ ໃນຂອບເຂດທົ່ວປະເທດຮັບຊາບກ່ຽວກັບການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກ ໃຫ້ສໍາເລັດກ່ອນ ວັນທີ 31 ສິງຫາ 2023.

No photo description available.

ລາຍລະອຽດ
ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 (https://www.laotradeportal.gov.la/index.php?r=site/display&id=2672 ) ແລະ ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກ, ເລກທີ 1224/ຫອຄ, ລົງວັນທີ 09 ມິຖຸນາ 2023 (https://www.laotradeportal.gov.la/index.php?r=site/display&id=2683).

No photo description available.

ເຊິ່ງມີເນື້ອໃນຈິດໃຈອັນສໍາຄັນຄື:
ໃຫ້ວິສາຫະກິດ ປະກອບເອກະສານແຈ້ງລົງທະບຽນ ຕາມແບບພິມທີ່ຄັດຕິດຢູ່ແຈ້ງການ ເລກທີ 1224/ຫອຄ ຂ້າງເທິ່ງນີ້ແລ້ວຍືນໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ໂດຍກົງ ຫຼື ສົ່ງຜ່ານອີເມວ imexdiv@laomoic.org ຫຼື ພົວພັນຂໍ້ມູນເພີ່ມເຕີບ ທີ່ເບີມືຖື 020 96996565 ຫຼື 020 55510038.

No photo description available.
ກໍານົດລົງທະບຽນ ກ່ອນວັນທີ 31 ສິງຫາ 2023 ຫາກວິສາຫະກິດໃດທີ່ບໍ່ລົງທະບຽນນໍາ ກົມການນໍາເຂົ້າ ແລະ ສົ່ງອອກ ຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະ ສົ່ງອອກສິນຄ້າໄດ້. ປະເພດລາຍການສິນຄ້າ ທີ່ຕ້ອງໄດ້ລົງທະບຽນ ເຊັ່ນ: ສັດປີກ, ສັດນໍ້າ, ສັດໃຫຍ່ ແລະ ປະເພດຊີ້ນຕ່າງໆ, ພືດ-ຜັກ, ເຂົ້າກີນ, ສິນຄ້າ ອຸປະໂພກ-ບໍລິໂພກ, ອາຫານສັດ, ວັດສະດຸກໍ່ສ້າງ, ຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ແລະ ອາຍແກັດ.