ອັດຕາເງິນເຟີ້ໃນເດືອນມິຖຸນາ ອາດບໍ່ສົ່ງຜົນກະທົບຕໍ່ການປັບຂຶ້ນອັດຕາດອກເບ້ຍຂອງ ເຟດ

34

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຫຼັງຈາກລາຍງານການຈ້າງງານໃນເດືອນມິຖຸນາ ໄດ້ສະແດງໃຫ້ເຫັນວ່າ ຕະຫຼາດການລົງທຶນບໍ່ຄ່ອຍຄຶກຄື້ນ ເນື່ອງຈາກນັກລົງທຶນກຳລັງລໍຖ້າການເປີດເຜີຍຂໍ້ມູນເງິນເຟີ້ ໃນວັນທີ 12 ກໍລະກົດ ເພື່ອຕີລາຄາກ່ຽວກັບສະພາບການເສດຖະກິດຂອງສະຫະລັດອາເມຣິກາ.

ລາຍງານລະບຸວ່າ: ມີນັກເສດຖະສາດບາງຄົນກ່າວວ່າ ຂໍ້ມູນເງິນເຟີ້ທີ່ຈະເຜີຍແຜ່ອອກມານີ້ ຈະບໍ່ສົ່ງຜົນກະທົບຫຼາຍ ຕໍ່ກັບແນວທາງອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ( FED ).

ໃນເດືອນ 6 ປີ 2023, ຈໍານວນຕໍາແໜ່ງງານຂອງສະຫະລັດ ເພີ່ມຂຶ້ນ 209.000 ຕໍາແໜ່ງ ແຕ່ໃນເວລາທີ່ມີການຄາດການແມ່ນ 225.000 ຕໍາແໜ່ງ ເຊິ່ງນີ້ແມ່ນລະດັບຕໍ່າ ກວ່າແຜນການ ພາຍຫຼັງທີ່ໄດ້ຫຼຸດລົງໃນເດືອນ 12 ປີ 2020.

ເຖິງຢ່າງໃດກໍຕາມ, ຕະຫຼາດແຮງງານກໍຍັງຄຶກຄື້ນພໍສົມຄວນ ເຊິ່ງຄ່າຈ້າງງານລາຍຊົ່ວໂມງ ຍັງເພີ່ມຂຶ້ນ 0,4% ທຽບໃສ່ເດືອນ 5 ປີນີ້ ແລະ ເພີ່ມຂຶ້ນ 4,4% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຂະນະທີ່ອັດຕາວ່າງງານ ຫຼຸດລົງຈາກ 3,7% ມາເປັນ 3,6%, ເຖິງວ່າອັດຕາການຈ້າງງານຈະເພີ່ມຂຶ້ນຢ່າງແຂງແຮງຂອງແຮງງານຜິວສີ ແລະ ຄົນເຊື້ອສາຍແອັດສະປາຍ ໄດ້ເພີ່ມຂຶ້ນຢ່າງແຂງແຮງ.

ທ່ານ Joseph Davis ຫົວໜ້ານັກເສດຖະສາດລະດັບໂລກ ທີ່ເຮັດວຽກຢູ່ບໍລິສັດທີ່ປຶກສາດ້ານການລົງທຶນຈາກ Vanguard ທີ່ເປັນບໍລິສັດຈັດການການລົງທຶນໃນສະຫະລັດ ໄດ້ໃຫ້ຮູ້ວ່າ: ການລາຍງານກ່ຽວກັບຕໍາແໜ່ງງານ ບໍ່ໄດ້ປ່ຽນແປງການຕັດສິນໃຈຂອງ FED ໃນການດຳເນີນການວຽກຂອງຕົນໃນຂັ້ນຕໍ່ໄປ.

ຂະນະທີ່ບັນດານັກລົງທຶນ ກໍຍັງສືບຕໍ່ຄາດການວ່າ FED ຈະຍັງປັບອັດຕາດອກເບ້ຍຂຶ້ນ ໃນກອງປະຊຸມປະຈໍາເດືອນກໍລະກົດນີ້ ໂດຍອີງຕາມ CME FedWatch Tool ເຊິ່ງແມ່ນພາກສ່ວນວິເຄາະກ່ຽວກັບສັນຍານລ່ວງໜ້າຂອງອັດຕາດອກເບ້ຍໄລຍະສັ້ນຂອງສະຫະລັດ ໄດ້ໃຫ້ຮູ້ວ່າ ເກືອບ 92% ຂອງບັນດານັກລົງທຶນ ໄດ້ຕີລາຄາ ຄວາມອາດສາມາດຂອງ FED ທີ່ຈະຕັດສິນໃຈປັບຂຶ້ນອັດຕາດອກເບ້ຍ.