ພັນທະບັດລັດຖະບານ ງວດທີ 1 ປະຈໍາເດືອນ ກໍລະກົດ ປີ 2023 ເປີດໃຫ້ຈອງແລ້ວມື້ນີ້ເປັນຕົ້ນໄປ

293

ທ່ານທີ່ມີເງື່ອນໄຂທາງການເງິນສາມາດຊື້ ພັນທະບັດລັດຖະບານຮອບໃໝ່ໄດ້ແລ້ວ  ໂດຍຜ່ານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ທຸກສາຂາທົ່ວປະເທດ (ເຊິ່ງແຕ່ລະສາຂາຈະມີເຄົາເຕີ້ໃຫ້ບໍລິການຂາຍພັນທະບັດສະເພາະ).

ສ່ວນໄລຍະການຈອງຊື້ງວດນີ້ແມ່ນ ນັບແຕ່ວັນທີ 12-17/07/2023, ການອອກຈຳໜ່າຍພັນທະບັດເທື່ອນີ້ມີມູນຄ່າການອອກຈໍາໜ່າຍທັງໝົດ 2.500 ຕື້ກີບ, ລາຄາຂາຍ 100.000 ກີບ/ໜ່ວຍ ແລະ 50 ລ້ານໂດລາສະຫະລັດ, ລາຄາຂາຍ 100 ໂດລາ/ໜ່ວຍ.

อาจเป็นรูปภาพของ ข้อความ
ກ່ຽວກັບການເບີກຈ່າຍດອກເບ້ຍແມ່ນ 2 ຄັ້ງຕໍ່ປີ ຂອງແຕ່ລະປີ ຈົນຄົບມື້ໄຖ່ຖອນ ແລະ ສາມາດໄຖ່ຖອນເງິນຕົ້ນໄດ້ເມື່ອຮອດມື້ຄົບກຳນົດໄຖ່ຖອນ.
ພັນທະບັດລັດຖະບານ ສາມາດປ່ຽນມື ໃນຕະຫຼາດຂັ້ນ 2 ແລະ ນໍາໃຊ້ເປັນເອກະສານທາງການເງິນທີ່ສາມາດນໍາໃຊ້ເປັນຫຼັກຊັບຄໍ້າປະກັນໄດ້ຕາມກົດໝາຍຂອງ ສປປ ລາວ.

อาจเป็นรูปภาพของ ข้อความ
ສໍາລັບຜູ້ທີ່ມີສິດຊື້ພັນທະບັດລັດຖະບານ ແມ່ນບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ.
ເອກະສານຢັ້ງຢືນຕົວຕົນປະກອບມີ:
– ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ໜັງສືເດີນທາງ (Passport);
– ບໍລິສັດ ຫຼື ສະຖາບັນ ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາບັດປະຈໍາຕົວ ຫຼື ໜັງສືເດີນທາງ ຂອງບຸກຄົນທີ່ໄດ້ຮັບມອບສິດ.