ປູກໄມ້ກວ່າ 40.000 ເບ້ຍທົດແທນແລວສາຍສົ່ງໄຟຟ້າ 230 ກິໂລໂວນ

64

ທຸກສາຍສົ່ງໄຟຟ້າແມ່ນມີຄວາມຈຳເປັນຕ້ອງຕັດຕົ້ນໄມ້ອອກຈາກແລວທາງ ເພື່ອຄວາມສະດວກໃນການດຶງສາຍໄຟໄປຫາຈຸດໝາຍ ແຕ່ຫຼັງຈາກນັ້ນກໍມີການປູກປ່າທົດແທນໃນພື້ນທີ່ອື່ນ.

May be an image of 12 people and text

ວັນທີ 7 ກໍລະກົດ 2023 ໂຄງການຟື້ນຟູປ່າ ແລະ ປູກໄມ້ທົດແທນແລວສາຍສົ່ງໄຟຟ້າ 230 ກິໂລໂວນ ຈາກສະຖານນີຊຳໃຕ້ – ເມືອງຫົວເມືອງ ໄດ້ຈັດພິທີປູກໄມ້ ຢູ່ເຂດພູໜອງສູງ ເມືອງວຽງໄຊ ແຂວງຫົວພັນ ໂດຍມີ ທ່ານ ຄຳ ໂຮມມີໄຊ ເຈົ້າເມືອງ ວຽງໄຊ ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ນາຍ – ພົນທະຫານ ກອງບັນຊາການ ທະຫານເມືອງ ແລະ ລັດວິສາຫະກິດເຂົ້າຮ່ວມ.

May be an image of chard
ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ໂຄງການຟື້ນຟູປ່າ ແລະ ປູກໄມ້ທົດແທນແລວສາຍສົ່ງໄຟຟ້າ 230 ກິໂລໂວນ ຈາກສະຖານນີຊຳໃຕ້-ເມືອງຫົວເມືອງ ໄດ້ນຳໃຊ້ງົບປະມານ 2 ຕື້ 564 ລ້ານກວ່າກີບ ໃນນີ້ໄດ້ຈັດຕັ້ງປະຕິບັດແລ້ວ 1 ຕື້ 852 ລ້ານກວ່າກີບ, ເນື້ອທີ່ປູກໄມ້ສໍາເລັດແລ້ວ 265 ເຮັກຕາ, ໃຊ້ເບຍໄມ້ຈຳນວນ 178.875 ເບ້ຍ ມີ 4 ຊະນິດພັນໄມ້ຄື: ເບ້ຍໄມ້ຄາຍປ່າ, ເບ້ຍໄມ້ໂລງເລງ, ເບ້ຍໄມ້ແປກ, ເບ້ຍໄມ້ດູ່.

May be an image of 5 people and grass

ໃນປີ 2023 ນີ້ ໄດ້ປູກຢູ່ 3 ເຂດ ເປັນຕົ້ນ: ຕາມສາຍທາງ ແຕ່ເມືອງຊໍາເໜືອ ຫາ ສະໜາມບິນໜອງຄ້າງ, ສາຍທາງແຕ່ 3 ແຍກຫ່າງລ້ອງ ເມືອງວຽງໄຊ ໄປຫາ ເທດສະບານເມືອງວຽງໄຊ ແລະ ເຂດພູໜອງສູງ. ສະເພາະເຂດພູໜອງສູງ ໄດ້ຈັດຕັ້ງປະຕິບັດໃນເນື້ອທີ່ 65.82 ເຮັກຕາ ມີເບ້ຍໄມ້ ຈຳນວນ 41,135 ເບ້ຍ.

No photo description available.
ການປູກໄມ້ໃນຄັ້ງນີ້ ເພື່ອແນ່ໃສ່ປົກປັກຮັກສາປ່າໄມ້ ແລະ ຟື້ນຟູບູລະນະປ່າໄມ້ໃຫ້ກັບຄືນສູ່ສະພາບເດີມ, ມີຄວາມສົມບູນຂື້ນເທື່ອລະກ້າວ ທີ່ສຳຄັນທຸກພາກສ່ວນຕ້ອງມີສ່ວນຮ່ວມນຳກັນ ພາຍຫຼັງປູກແລ້ວ ຕ້ອງໄດ້ບົວລະບັດຮັກສາຕົ້ນໄມ້ໃຫ້ຈະເລີນເຕີບໃຫຍ່.

May be an image of 2 people and tree

ການປູກປ່າທົດແທນສຳຄັນຫຼາຍ ເພື່ອຄືນພື້ນທີ່ສີຂຽວສູ່ທຳມະຊາດທົດແທນຈຳນວນທີ່ສູນເສຍໄດ້ເນື່ອງຈາກການກໍ່ສ້າງ

May be an image of 2 people