ຄວາມສໍາຄັນຂອງຮໍໂມນຕໍ່ສຸຂະພາບ ແລະ ຊີວິດຂອງຄົນເຮົາ

43

1. TSH ( Thyroid Stimulating Hormone ):TSH ເປັນຮໍໂມນຈາກຕ່ອມໃຕ້ສະໝອງພາກສ່ວນໜ້າ ຄວບຄຸມການສ້າງຮໍໂມນໄທຣອຍທີ່ຕ່ອມໄທຣອຍ (Thyroid gland ) ທັງຮໍໂມນ T4 ແລະ T3; TSH ເປັນຮໍໂມນທີ່ມີຄວາມໄວທີ່ສຸດຫາກຮໍໂມນໄທຣອຍຜິດປົກກະຕິ ເຊັ່ນ: ຖ້າຮໍໂມນໄທຣອຍໃນຮ່າງກາຍເກີດການປ່ຽນແປງ ຄ່າ TSH ທີ່ສູງກວ່າຄ່າປົກກະຕິ ບົ່ງຊີ້ພາວະໄທຣອຍຕ່ຳ; ສ່ວນຄ່າ TSH ທີ່ຕ່ຳກວ່າຄ່າປົກກະຕິ ບົ່ງຊີ້ພາວະໄທຣອຍເຮັດວຽກຫຼາຍເກີນໄປ.
2.ຮໍໂມນ T4 ອິດສະຫຼະ ( Free form ): T4 ສ້າງຈາກຕ່ອມໄທຣອຍ ການອອກລິດຫຼັກຈະຕ້ອງປ່ຽນເປັນຮໍໂມນ T3 ທີ່ອະໄວຍະວະເປົ້າໝາຍ/ອະໄວຍະວະປາຍທາງກ່ອນ ( T4 to T3 conversion ) T4 ຊ່ວຍເລື່ອງການເຜົາຜານຂອງຮ່າງກາຍ ການໝູນວຽນເລືອດ ການເຮັດວຽກຂອງຫົວໃຈ, ສະໝອງ, ລຳໄສ້ ແລະ ອື່ນໆ.

3. FREE T3: ສ້າງຈາກຕ່ອມໄທຣອຍ ແລະ ປ່ຽນມາຈາກຮໍໂມນT4 ອີກເທື່ອໜຶ່ງ ທີ່ອະໄວຍະວະເປົ້າໝາຍຕ່າງໆຖືເປັນຮໍໂມນໂຕອອກລິດຫຼັກຂອງຮໍໂມນໄທຣອຍ( Active Hormone ) T3 ຊ່ວຍເລື່ອງເຜົາຜານຂອງຮ່າງກາຍ( Body Metabolism ) ການໝູນວຽນເລືອດ, ການເຮັດວຽກຂອງຫົວໃຈ, ສະໝອງ, ລຳໄສ້ ແລະ ອື່ນໆ ໃນຮ່າງກາຍຈຳນວນຫຼາຍ.
4. CORTISOL ( Adrenal hormone ): ຄໍຕິໂຊລ ເປັນຮໍໂມນຕ່ອມເທິງໄຂ່ຫຼັງຊັ້ນນອກ ເປັນຮໍໂມນທີ່ຮ່າງກາຍຂາດບໍ່ໄດ້ ຫຼັ່ງອອກມາເມື່ອຮ່າງກາຍມີຄວາມຄຽດ ( Stress ) ເພື່ອຊ່ວຍໃຫ້ຮ່າງກາຍຮັບມືກັບຄວາມຄຽດທີ່ເກີດຂຶ້ນໄດ້ ຊ່ວຍສ້າງນ້ຳຕານກູລໂຄສໃຫ້ຮ່າງກາຍຄວບຄຸມຄວາມດັນເລືອດ, ຫຼຸດການອັກເສບ/ຄວບຄຸມການເຮັດວຽກຂອງພູມຄຸ້ມກັນຮ່າງກາຍ ຫາກສູງ ຫຼື ຕ່ຳ ຫຼາຍເກີນໄປເຮັດໃຫ້ຮ່າງກາຍເກີດບັນຫາຕ່າງໆຕາມມາ.
5.DHEAS( Dehydroepiandrosterone Sulfate ): ດີເອຈດີເອ ຊາວເຟສ ເປັນຮໍໂມນມາຈາກຕ່ອມເທິງໄຂ່ຫຼັງຊັ້ນນອກສຸດ ປ່ຽນມາຈາກ DHEA; DHEAS ຢູ່ໃນຮ່າງກາຍໄດ້ດົນກວ່າ DHEA ຈຶ່ງອອກລິດໄດ້ດົນກວ່າ ຄວາມຄົງໂຕໃນເລືອດດີກວ່າ DHEA ຈຶ່ງນິຍົມກວດວັດກັນຫຼາຍກວ່າ. ໜ້າທີ່ຂອງ DHEA/DHEAS ຄື ເປັນໂຕຕັ້ງຕົ້ນຂອງການສ້າງຮໍໂມນເພດຊາຍ ( Testosterone ) ແລະ ຮໍໂມນເພດຍິງ ( Estrogen ) ແລະ ຍັງອອກລິດທີ່ລະບົບປະສາດ ແລະ ສະໝອງ ປ້ອງກັນສະໝອງເສື່ອມ ( Neurosteroids ) ເສີມສ້າງການເຮັດວຽກຂອງລະບົບພູມຄຸ້ມກັນຮ່າງກາຍ ຈຸລັງຜະໜັງເສັ້ນເລືອດ ຫຼຸດການອັກເສບໃນຮ່າງກາຍ ແລະ ຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະ ຄ່າສັດສ່ວນຂອງ DHEAS: Cortisol ສາມາດບົ່ງບອກຄວາມຄຽດໃນຮ່າງກາຍໄດ້.
6. INSULIN ( Fasting Insulin ) ອິນຊູລິນ: ເປັນຮໍໂມນຈາກມ້າມ ບໍລິເວນ Beta cell ເຮັດໜ້າທີ່ຊ່ວຍພານ້ຳຕານກລູໂຄສເຂົ້າສູ່ຈຸລັງຕ່າງໆໃນຮ່າງກາຍ ( ຕັບ, ກ້າມຊີ້ນ, ໄຂມັນ ) ຈຶ່ງຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິໄດ້ ຍັງຊ່ວຍນຳກົດອະມິໂນເຂົ້າສູ່ຈຸລັງ ແລະ ຫຼຸດການສະຫຼາຍໂປຣຕິນໃນຮ່າງກາຍ ເພີ່ມການສ້າງໄຂມັນສະສົມໃນຈຸລັງ ຫຼຸດການສະຫຼາຍໄຂມັນໃນຮ່າງກາຍ ດຶງແຮ່ທາດ Potassium ເຂົ້າຈຸລັງ ເພີ່ມລະດັບນ້ຳໃນຈຸລັງ ແລະ ຫຼຸດການຂັບໄຫຼ່ເກືອ Sodium ຖິ້ມຢູ່ໝາກໄຂ່ຫຼັງ.

7. FSH ( Follicle stimulation hormone ): FSH ຄື ຮໍໂມນເພດ [ Gonadotrophin Hormone ] ສ້າງຈາກຕ່ອມໃຕ້ສະໝອງພາກສ່ວນໜ້າ ເຮັດໜ້າທີ່ສຳຄັນທັງໃນຜູ້ຍິງ ແລະ ຜູ້ຊາຍ ( ໃນຜູ້ຍິງ. FSH ເຮັດໜ້າທີ່ກະຕຸ້ນການສ້າງຈຸລັງໄຂ່ ( ໃນຮັງໄຂ່ ) ໃຫ້ຂະຫຍາຍໂຕຕາມປົກກະຕິ ແລະ ເຮັດໃຫ້ຈຸລັງໄຂ່ສ້າງຮໍໂມນ Estrogene ແລະ ໃນຜູ້ຊາຍ FSH ເຮັດໜ້າທີ່ກະຕຸ້ນຈຸລັງຢູ່ອັນທະ ( ຊື່ Sertoli cells ) ໃຫ້ສ້າງສະເປີມ ( Sperms )).
8. LH ( Luteinizing Hormone ): LH ຄືຮໍໂມນເພ ( Gonadotrophin Hormone ) ສ້າງຈາກຕ່ອມໃຕ້ສະໝອງພາກສ່ວນໜ້າເຊັ່ນດຽວກັບ FSH ເຮັດໜ້າທີ່ສຳຄັນທັງໃນຜູ້ຍິງ ແລະ ຜູ້ຊາຍຄືກັນກັບຮໍໂມນ FSH ( ໃນຜູ້ຍິງ LH ເຮັດໜ້າທີ່ກະຕຸ້ນໃຫ້ຈຸລັງໄຂ່ທີ່ ໃຫຍ່ເຕັມທີ່ແລ້ວ ( ໃນຮັງໄຂ່ ) ຕົກອອກມາຈາກຮັງໄຂ່ເພື່ອຖ້າການປະຕິສົນທິ ຫຼັງຈາກຈຸລັງໄຂ່ຕົກແລ້ວນັ້ນ ຮັງໄຂ່ກໍຈະສ້າງຮໍໂມນ Progesterone ອອກມາ. ໃນຜູ້ຊາຍ LH ເຮັດໜ້າທີ່ກະຕຸ້ນຈຸລັງທີ່ອັນທະ ( ຊື່ Leydig cells ) ໃຫ້ສ້າງຮໍໂມນເທສໂຕສເຕີໂຣນ ( Testosterone )).
9. TESTOSTERONE ( Male Hormone ): ເທສໂຕສເຕີໂຣນ ຫຼື ຮໍໂມນເພດຊາຍ ເປັນຮໍໂມນໂຕຫຼັກໂຕສຳຄັນຂອງຜູ້ຊາຍ ເຮັດໜ້າທີ່ຊ່ວຍສ້າງສະເປີມ ແລະ ເຮັດໃຫ້ມີລັກສະນະເພດຊາຍ ເຊັ່ນ ຮູບຮ່າງທີ່ເປັນຜູ້ຊາຍ, ມີໜວດມີເຄົາ, ມີກ້າມຊີ້ນທີ່ໃຫຍ່, ມີກະດູກທີ່ແຂງແຮງ, ຊ່ວຍໃຫ້ເກີດອາລົມ ຄວາມຕ້ອງການທາງເພດ, ການແຂງໂຕຂອງອະໄວຍະວະເພດ, ສົ່ງເສີມດ້ານອາລົມເພດ, ພຶດຕິກຳຄວາມຄິດ, ຄວາມໝັ້ນໃຈໃນໂຕເອງ ແລະ ອື່ນໆອີກຫຼາຍຢ່າງ ( ໃນຜູ້ຍິງ ກໍມີຮໍໂມນຊະນິດນີ້ ແຕ່ມີປະລິມານໜ້ອຍກວ່າຜູ້ຊາຍ ໜ້າທີ່ສຳຄັນຄື ເທສໂຕສເຕີໂຣນໃນຜູ້ຍິງມີບົດບາດສຳຄັນໃນເລື່ອງການເກີດອາລົມຄວາມຕ້ອງການທາງເພດ/ຄວາມຮູ້ສຶກທາງເພດ ຊ່ວຍໃນການເສີມສ້າງກ້າມຊີ້ນ, ກະດູກ, ການເຜົາຜານຂອງຮ່າງກາຍ ແລະ ອື່ນໆ ).
10. ESTRADIOL ( Female Sex hormone ): ເອສຕຼ້າດີອອລ ຄື ຮໍໂມນເອັສໂຕຣເຈັນອີກຟອມໜຶ່ງໃນຮ່າງກາຍ ເຮົາເອີ້ນຫຍໍ້ໆວ່າ E2 ຫຼື ຮໍໂມນເພດຍິງ ( ໃນຜູ້ຍິງ ສ້າງຈາກຈຸລັງບໍລິເວນຮັງໄຂ່ທັງ 2ຂ້າງ ຊ່ວຍກະຕຸ້ນຜະໜັງມົດລູກໃຫ້ຂະຫຍາຍໂຕເຮັດໃຫ້ເກີດປະຈຳເດືອນປົກກະຕິ, ເຮັດໃຫ້ມີລັກສະນະເພດຍິງ, ຊ່ວຍສ້າງມວນກະດູກ, ການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ແລະ ອື່ນໆ. ສ່ວນຜູ້ຊາຍຈະສ້າງຈາກອັນທະ ແລະ ຕ່ອມເທິງໄຂ່ຫຼັງຊັ້ນນອກ ຊ່ວຍເລື່ອງສຸຂະພາບທາງເພດ, ອາລົມຄວາມຮູ້ສຶກທາງເພດ, ການສ້າງມວນກະດູກ ແລະ ອື່ນໆ ).

11. PROGESTERONE ( Female Sex hormone ) ໂປຣເຈສເຕີໂຣນ ຫຼື ຮໍໂມນເພດຍິງ: ຈະສ້າງຈາກຮັງໄຂ່ ( ບາງສ່ວນຈາກຕ່ອມເທິງໄຂ່ຫຼັງ ) ເຮັດໃຫ້ເກີດຮອບປະຈຳເດືອນຕາມປົກກະຕິ, ເຮັດໜ້າທີ່ປັບສົມດຸນລິດຂອງເອັສໂຕຣເຈນໃນຮ່າງກາຍ, ຊ່ວຍສ້າງມວນກະດູກ, ການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ມີຜົນຕໍ່ອາລົມ, ຫຼຸດພາວະຊຶມເສົ້າ, ຊ່ວຍໃນການນອນຫຼັບ, ຫຼຸດການບວມນ້ຳ, ຫຼຸດການສະສົມໄຂມັນຈາກບັນຫາເອັສໂຕຣເຈນເຮັດວຽກຫຼາຍເກີນໄປ ແລະ ອື່ນໆ. ໃນຜູ້ຊາຍ. ສ້າງຈາກອັນທະ ແລະ ຕ່ອມເທິງໄຂ່ຫຼັງ ຊ່ວຍເລື່ອງສຸຂະພາບທາງເພດ, ອາລົມຄວາມຮູ້ສຶກທາງເພດ, ການນອນລະບົບປະສາດ ແລະ ສະໝອງ, ການສ້າງມວນກະດູກ ແລະ ອື່ນໆ.
12. GF-1 ( Insulin like growth Factor-1 ): IGF-1 ເປັນຮໍໂມນທີ່ສ້າງຈາກຈຸລັງຕັບ ເຊິ່ງມາຈາກການກະຕຸ້ນຂອງໂກຼ໊ດຮໍໂມນ ( Growth Hormone ) ຈາກຕ່ອມໃຕ້ສະໝອງໜ້າທີ່ຫຼັກ ຄື ຊ່ວຍສ້າງມວນກ້າມຊີ້ນ, ມວນກະດູກ, ສະຫຼາຍໄຂມັນສະສົມໃນຮ່າງກາຍ, ການເຜົາຜານຂອງຮ່າງກາຍ, ລະບົບປະສາດ ແລະ ສະໝອງ ແລະ ຊະລໍຄວາມເສື່ອມຂອງອະໄວຍະວະຕ່າງໆ ນິຍົມກວດຫຼາຍກວ່າ Growth hormone ໂດຍກົງ.
12. IGF-BP3 ( Insulin like growth Factor-3 Binding Protein ): IGF-BP3 ເປັນໂປຣ ຕິນໂຕຫຼັກທີ່ຈັບ/ຂົນສົ່ງ IGF-1 ຂອງຮ່າງກາຍ ເຮັດໃຫ້ຮ່າງກາຍບໍ່ຖືກກະຕຸ້ນໂດຍ IGF-1 ຫຼາຍຈົນເກີນໄປ ເຊິ່ງອາດເຮັດໃຫ້ສ່ຽງຕໍ່ການເກີດເນື້ອງອກ/ມະເຮັງໄດ້ ຄ່າສັດສ່ວນຂອງIGF-1: IGF-BP3 ເປັນຄ່າທີ່ໃຊ້ບອກລະດັບການອອກລິດຂອງໂກຼ໊ດຮໍໂມນໄດ້ອີກຄ່າໜຶ່ງ.
13. Vitamin D Total: ວິຕາມິນດີ ມີບົດບາດສຳຄັນໃນຮ່າງກາຍຫຼາຍຢ່າງຖືວ່າເປັນ Prohormone ເລີຍກໍວ່າໄດ້ ເພາະເກືອບທຸກໆຈຸລັງໃນຮ່າງກາຍມີຕົວຮັບວິຕາມິນດີ ( vitamin D receptor ( VDR )) ວິຕາມິນດີ ຊ່ວຍດູດຊຶມແຄລຊ້ຽມ ແລະ ຟອສຟໍຣັສ ຈາກລຳໄສ້ ຊ່ວຍສ້າງມວນກະ ດູກ – ກ້າມຊີ້ນ, ເສີມການເຮັດວຽກຂອງພູມຄຸ້ມກັນຮໍໂມນຫຼາຍໂຕ, ລະບົບປະສາດ ແລະ ສະໝອງ, ຕ້ານອາການຊຶມເສົ້າ ແລະ ຊ່ວຍປ້ອງກັນການເກີດພະຍາດມະເຮັງເຕົ້ານົມ, ມະເຮັງຕ່ອມລູກໝາກ ແລະ ມະເຮັງລຳໄສ້ໃຫຍ່.
[ ຂໍ້ມູນຈາກ:ສຸຂະພາບມາກ່ອນ ]