ມວນຊົນ 500 ຄົນ ຮ່ວມປັ່ນລົດຖີບເພື່ອສຸຂະພາບ ເປີດຂະບວນກີລາ ສນຮລ-ເບຍລາວ ປະຈໍາປີ 2023

116

ສະມາຄົມນັກທຸລະກິດຮ້ານອາຫານລາວ ຫຼື ສນຮລ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ຈັດກິດຈະກຳປັ່ນລົດຖີບເພື່ອສຸຂະພາບ ເນື່ອງໃນໂອກາດເປີດຂະບວນກີລາຂີ່ລົດຖີບ ສນຮລ-ເບຍລາວ ປະຈໍາປີ 2023 ແນໃສ່ສ້າງໂອກາດເສີມສ້າງສຸຂະພາບທີ່ດີໃຫ້ແກ່ລູກຄ້າ ກໍຄື ບັນດາຄູ່ຮ່ວມທຸລະກິດ ແລະ ພະນັກງານຂອງບໍລິສັດ ເບຍລາວ ຈຳກັດ ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິ ຖຸນາ) ແລະ ຕ້ອນຮັບວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ (13 ກໍລະກົດ) ທັງເປັນການສົ່ງເສີມການທ່ອງທ່ຽວຂອງສປປ ລາວ ກໍຄື ຢູ່ນະຄອນຫຼວງວຽງຈັນ ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ.

ກິດຈະກຳຂະບວນຂີ່ລົດຖີບເພື່ອສຸຂະພາບຂອງມວນຊົນຊາວນະຄອນຫຼວງວຽງຈັນ ເພື່ອເປີດຂະບວນກີລາຂີ່ລົດຖີບ ປະຈໍາປີ 2023 ຂອງ ສນຮລ ຈັດຂຶ້ນ ເມື່ອວັນທີ 8 ກໍລະກົດ 2023 ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ພອລ ບາດທໍແມນ ຜູ້ອໍານວຍການຝ່າຍຂາຍບໍລິສັດ ເບຍລາວ ຈຳກັດ, ທ່ານ ອູ່ຊ້າງ ແສງທອງ ຜູ້ອໍານວຍການຈັດການພາກ ບໍລິສັດ ເບຍລາວ ຈຳກັດ ທັງເປັນທີ່ປຶກສາຊີ້ນຳ ສນຮລ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານຫານລາວ ພ້ອມດ້ວຍຄະນະ ສະມາຊິກ ບັນດາລູກຄ້າ ຄູ່ຮ່ວມທຸລະກິດ ສະມາຄົມຖີບລົດໃນນະຄອນຫຼວງວຽງຈັນ ແລະ ແຂວງໃກ້ຄຽງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ພູວົງ ອິນທະວົງສາ ຮອງປະທານ-ຫົວໜ້າກິດຈະກຳຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ໃຫ້ຮູ້ວ່າ: ກິດຈະກຳຂະບວນຂີ່ລົດຖີບເພື່ອສຸຂະພາບຂອງມວນຊົນຊາວນະຄອນຫຼວງວຽງຈັນ ເພື່ອເປີດຂະບວນກີລາຂີ່ລົດຖີບ ປະຈໍາປີ 2023 ຂອງ ສນຮລ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນທຸກໆປີ ຊຶ່ງປີໜຶ່ງຈະຈັດ 2-3 ຄັ້ງ ນອກນັ້ນ ທາງສະມາຄົມພວກເຮົາກໍຍັງມີບັນດາກິດຈະກຳຕ່າງໆ ໂດຍສະເພາະກິດຈະກຳກີລາບານເຕະ ແລະ ອື່ນໆ ທັງນີ້, ທັງນັ້ນ ກໍເພື່ອເປັນການສ້າງໂອກາດເສີມສ້າງສຸຂະພາບທີ່ດີໃຫ້ແກ່ລູກຄ້າ ກໍຄື ບັນດາຄູ່ຮ່ວມທຸລະກິດ ແລະ ພະນັກງານຂອງບໍລິສັດ ເບຍລາວ ຈຳກັດ ໃຫ້ມີຄວາມເຂັ້ມແຂງ ເນື່ອງໃນໂອກາດສ້າງຂະບວນການສະເຫຼມສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະກິດຈະກຳດັ່ງກ່າວ ແມ່ນແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິ ຖຸນາ) ແລະ ຕ້ອນຮັບວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ (13 ກໍລະກົດ) ທັງເປັນການສົ່ງເສີມການທ່ອງທ່ຽວຂອງສປປ ລາວ ກໍຄື ຢູ່ນະຄອນຫຼວງວຽງຈັນ ປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ.

ທ່ານ ພູວົງ ອິນທະວົງສາ ໃຫ້ຮູ້ຕື່ມອີກວ່າ: ກິດຈະກຳຄັ້ງນີ້ ໄດ້ເລີ່ມຕົ້ນຈາກສວນປະຕູໄຊ ໄປຕາມຖະໜົນ 23 ສິງຫາ ມຸ່ງໜ້າສູ່ເດີ່ນພະທາດຫຼວງ ແລ້ວອອກຈາກເດີ່ນພະທາດຫຼວງ ລ້ຽວຂວາຫາວົງວຽນ 450 ປີ ສືບຕໍ່ໄປຕາມຖະໜົນ ໄກສອນ ພົມວິຫານ ມຸ້ງໜ້າໄປຫາສີ່ແຍກໄຟແດງດົງໂດກ ລ້ຽວຂວາເຂົ້າທາງເສັ້ນທາງ 450 ປີ ມຸ່ງໜ້າໄປຫາໄປແດງນາຄວາຍ ລ້ຽວຂວາໄປຕາມເສັ້ນທາງນາຄວາຍ ໂນນຫວາຍ ຄໍາສະຫວດ ແລ້ວລ້ຽວເຂົ້າສູ່ສວນສາທາລະນະບຶງທາດຫຼວງ ລວມໄລຍະທາງ 30 ກິໂລແມັດ.
ຂ່າວ-ຮູບ: ສົງການ