ຍ້ອນຫຍັງຈຶ່ງເກີດມີໂຄງການຝຶກເວົ້າພາສາລາວ

55

ປະເທດລາວມີຄວາມອຸດົມສົມບູນທາງດ້ານວັດທະນະທໍາ ທີ່ຫຼາຍໝວດພາສາ ຄື 4 ໝວດກຸ່ມພາສາເຜົ່າ ແລະ ມີ 50 ຊົນເຜົ່າ ບັນດາຊົນເຜົ່າທີ່ຢູ່ເຂດຊົນນະບົດທີ່ຫ່າງໄກ ສ່ວນຫຼາຍເຂົາເຈົ້າຈະເວົ້າແຕ່ພາສາຊົນເຜົ່າຂອງເຂົາເຈົ້າກັບລູກຫຼານຂອງຕົນຢູ່ເຮືອນຊານ.
ດັ່ງນັ້ນ, ເດັກນ້ອຍຊົນເຜົ່າທີ່ຢູ່ຊົນນະບົດເຂດຫ່າງໄກ ເວລາເຂົາເຈົ້າມາເລີ່ມເຂົ້າໂຮງຮຽນຂັ້ນ ປ 1 ເຫັນວ່າເຂົາເຈົ້າຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ຈຶ່ງເຮັດໃຫ້ພາສາລາວເປັນອຸປະສັກໃນການຮຽນຮູ້ຂອງເຂົາເຈົ້າ ໃນການທີ່ຈະຮຽນຮູ້ວິຊາຕ່າງໆທີ່ມີໃນຫຼັກສູດ. ດັ່ງນັ້ນເພື່ອເປັນການຊ່ວຍໃຫ້ນັກຮຽນຊົນເຜົ່າທີ່ບໍ່ທັນສາມາດເວົ້າພາສາລາວໄດ້ດີນັ້ນ ໃຫ້ມີທັກສະຮູ້ໜັງສືພາສາລາວໄດ້ດີຂຶ້ນ ແລະ ສາມາດນໍາໃຊ້ພາສາລາວ ເພື່ອຮຽນຮູ້ວິຊາຮຽນຕ່າງໆທີ່ມີໃນຫຼັກສູດນັ້ນ ຈຶ່ງໄດ້ເກີດມີໂຄງການຝຶກເວົ້າພາສາລາວນີ້ຂຶ້ນມາ ແລະ ກໍໄດ້ດຳເນີນການທົດລອງມາແລ້ວ 2 ສົກຮຽນ.

 


ໂຄງການຝຶກເວົ້າພາສາລາວ ໃຫ້ແກ່ນັກຮຽນຊົນເຜົ່າທີ່ບໍ່ທັນມີຄວາມໝັ້ນໃຈໃນການເວົ້າພາສາລາວ ແລະ ໄດ້ເລີ່ມເຂົ້າໂຮງຮຽນຂັ້ນ ປ 1 ນີ້ ແມ່ນໂຄງການທົດລອງທີ່ໄດ້ເລີ່ມປະຕິບັດຜ່ານມາແລ້ວໄດ້ໄລຍະໜຶ່ງ ຄືເລີ່ມແຕ່ປີ 2019 – 2021 ສອງສົກຮຽນຜ່ານມາແລ້ວ ໂດຍການສະໜັບສະໜູນງົບປະມານຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.
ໃນການທົດລອງໄລຍະທີ 1 ນັ້ນ ມີໂຮງຮຽນກຸ່ມເປົ້າໝາຍ 80 ໂຮງຮຽນ, ໂຮງຮຽນສົມທຽບ 80 ໂຮງຮຽນ, ຈາກ 7 ເມືອງ ໃນ 4 ແຂວງເຂົ້າຮ່ວມໃນໂຄງການຄື: ແຂວງຜົ້ງສາລີ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສາລະວັນ. ຜ່ານໄລຍະການທົດລອງ ແລະ ຜ່ານການປະເມີນຜົນແບບກໍລະນີສຶກສາ ຈາກການທົດລອງດັ່ງກ່າວ ໂດຍຜ່ານການສຳພາດ ແລະ ສົນທະນາກຸ່ມຂອງຜູ້ອໍານວຍການໂຮງຮຽນ, ຄູ ແລະ ພໍ່ແມ່ຂອງນັກຮຽນ ເຊິ່ງໄດ້ຈັດຂຶ້ນທີ່ແຂວງຜົ້ງສາລີ ໃນເດືອນກຸມພາ 2022 ແລະ ໄດ້ຈັດຂຶ້ນຢູ່ແຂວງສາລະວັນ ໃນເດືອນເມສາ 2022 ເຫັນວ່າການທົດລອງຝຶກເວົ້າພາສາລາວ ແມ່ນມີປະສິດທິພາບສູງ.

ດັ່ງນັ້ນ, ເພື່ອເປັນການເສີມຂະຫຍາຍປະສິດທິພາບ ແລະ ທົບທວນຄືນໂຄງການທົດລອງຝຶກເວົ້າພາສາລາວໃນ 4 ແຂວງ ເປົ້າໝາຍດັ່ງກ່າວ ແລະ ຈາກບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ເຫັນວ່າມີບາງເນື້ອໃນຫຼັກສູດ ແລະ ເອກະສານແນະນໍາໃນການຈັດການຮຽນ – ການສອນຈະຕ້ອງໄດ້ມີການປັບປຸງຕື່ມ ເພື່ອເຮັດໃຫ້ຜົນຂອງໂຄງການຝຶກເວົ້ານີ້ມີຄຸນນະພາບດີຂຶ້ນ, ທາງໂຄງການແຜນງານບີຄວາ ກໍຄື ສວສ ຈຶ່ງໄດ້ມີການປັບປຸງຫຼັກສູດຝຶກເວົ້າພາສາລາວນີ້ຄືນຕື່ມ ໂດຍສະເພາະແມ່ນເນື້ອໃນຂອງເອກະສານໃນການຝຶກອົບຮົມ, ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວຂອງນັກຮຽນ, ອຸປະກອນຕ່າງໆໃນການຝຶກເວົ້າພາສາລາວ, ວິທີການໃຫ້ຄວາມຊ່ວຍເຫຼືອ ແລະ ການບຳລຸງຄູ ພາຍຫຼັງທີ່ໄດ້ສຳເລັດການປັບປຸງຫຼັກສູດ ແລະ ເອກະສານຕ່າງໆດັ່ງທີ່ກ່າວມານັ້ນ.

ເພື່ອເປັນການເສີມຂະຫຍາຍປະສິດທິພາບຂອງໂຄງການຝຶກເວົ້າພາສາລາວ ທາງໂຄງການຈຶ່ງໄດ້ດຳເນີນການສືບຕໍ່ທົດລອງໂຄງການຝຶກເວົ້າພາສາລາວນີ້ອີກ ເປັນໄລຍະທີ 2 ແລະ ໄດ້ເພີ່ມກຸ່ມເປົ້າໝາຍຕື່ມອີກເປັນ 105 ໂຮງຮຽນ,ໂຮງຮຽນສົມທຽບ 105 ໂຮງຮຽນ, ຈາກ 21 ເມືອງ ໃນ 10 ແຂວງ ຄື: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຊຽງ ຂວາງ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.

ຍ້ອນມີການສືບຕໍ່ໂຄງການ ແລະ ຂະຫຍາຍກຸ່ມເປົ້າໝາຍເພີ່ມຂຶ້ນຄືດັ່ງທີ່ກ່າວມານັ້ນ ຈຶ່ງໄດ້ຈັດໃຫ້ມີການຝຶກອົບຮົມ ເພື່ອຝຶກໃຫ້ບັນດາທ່ານທີ່ເປັນຄູຝຶກຫຼັກແຫຼ່ງໃຫ້ມີຄວາມເຂົ້າໃຈດີ ກ່ຽວກັບປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ເພື່ອໃຫ້ບັນດາທ່ານມີຄວາມເຂົ້າໃຈ ໝັ້ນໃຈໃນການນໍາໄປຖ່າຍທອດ ຫຼື ນຳໄປຝຶກອົບຮົມຕໍ່ໃຫ້ແກ່ຄູສອນ ໂດຍສະເພາະແມ່ນຄູສອນຂັ້ນ ປ 1 ໃນໂຮງຮຽນກຸ່ມເປົ້າໝາຍ ແລະ ຄູສຶກສານິເທດຢູ່ພາຍໃນ 10 ແຂວງ ຂອງໂຄງການຝຶກເວົ້າພາສາລາວໂຄງການໄລຍະ 2 ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2023 – 2024 ກໍຄືເລີ່ມແຕ່ເດືອນກັນຍາ ທີ່ຈະມາເຖິງບໍ່ພໍເທົ່າໃດເດືອນໃນຂ້າງໜ້ານີ້.