MSME ສ້າງວຽກເຮັດງານທຳຫລາຍກວ່າ 80% ຂອງອັດຕາການຈ້າງງານ

80

ກະຊວງ (ອຄ) ຈັດງານສະຫລອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ ເພີ່ມຄວາມເຂົ້າໃຈກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSME ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນໃນທຸກຂົງເຂດ.
ວັນທີ 7 ກໍລະກົດ 2023 ນີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດງານສະຫລອງວັນ MSME ສາກົນ ປະຈຳປີ 2023 ເປັນປະທານກ່າວເປີດໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຕາງໜ້າຈາກພາກລັດ, ທຸລະກິດ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

No description available.
ໃນງານດັ່ງກ່າວ ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກ່າວວ່າ: ແມ່ນສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຕາມຍັດຕິສະບັບເລກທີ 71/279 ໃນເດືອນເມສາ 2017 ກໍານົດເອົາວັນທີ 27 ມິຖຸນາ ຂອງທຸກປີ ເປັນວັນ MSME ສາກົນ. ຫຼັງຈາກນັ້ນ, ກໍໄດ້ຮັບການສະເຫຼີມສະຫຼອງວັນດັ່ງກ່າວຢ່າງກວ້າງຂວາງ ໃນປະເທດຕ່າງໆທົ່ວໂລກ.
ຈດຸປະສົງຂອງການກໍານົດໃຫ້ມີວັນດັ່ງກ່າວ ແມ່ນເພື່ອເຮັດໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງ ແລະ ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSME ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ຢູ່ໃນທຸກຂົງເຂດທົ່ວໂລກ, ໂດຍສະເພາະແມ່ນການປະກອບສ່ວນ ເພື່ອບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ (SDG) ປີ 2030.

No description available.
ໃນປີ 2023, ອົງການສະຫະປະຊາຊາດ ໄດ້ກຳນົດຫົວຂໍ້ໃນການສະເຫລີມສະຫລອງ “ ກະຕຸ້ນ MSME ທົ່ວໂລກໂດຍການສະໜັບສະໜູນຜູ້ປະກອບກິດຈະການເພດຍິງ ແລະ ຊາວໜຸ່ມ ແລະ ການປັບໂຕດ້ານຕ່ອງໂສ້ການສະໜອງ” ພາຍໃຕ້ຫົວຂໍ້ດັ່ງກ່າວ ກະຊວງ ອຄ ໄດ້ດັດປັບໃຫ້ສອດຄ່ອງກັບນະໂຍບາຍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງລາວເຮົາໃນປັດຈຸບັນ ຈຶ່ງໄດ້ກຳນົດຫົວຂໍ້: “ຍົກລະດັບຜະລິດຕະພັນລາວ ເພື່ອທົດແທນການນຳເຂົ້າ”.

No description available.
ວາລະກ່າວເປີດງານ ທ່ານ ບຸນເຖິງ ດວງສະຫວັນ ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການສົ່ງເສີມ ແລະ ພັດທະນາ MSME ຢູ່ ສປປ ລາວ ເຊິ່ງໄດ້ສ້າງວຽກເຮັດງານທຳຫລາຍກວ່າ 80% ຂອງອັດຕາການຈ້າງງານ. ໃນໄລຍະຜ່ານມາ, ລັດຖະບານໄດ້ໃຫ້ຄວາມສຳຄັນແກ່ການສົ່ງເສີມ ແລະ ພັດທະນາ MSME ໂດຍໄດ້ກຳນົດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເຊິ່ງຈັດຕັ້ງປະຕິບັດໂດຍບັນດາກະຊວງ, ໜ່ວຍງານ ທັງພາກລັດ ແລະ ພາກທຸລະກິດ ເພື່ອກະຕຸ້ນ ແລະ ສົ່ງເສີມ MSME ໃຫ້ສາມາດປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

No description available.
ງານສະຫລອງໃນຄັ້ງນີ້ຍັງມີກິດຈະກຳ ສຳມະນາກ່ຽວກັບນະໂຍບາຍສົ່ງເສີມຜູ້ປະກອບກິດຈະການ, ມີການແລກປ່ຽນປະສົບການດຳເນີນທຸລະກິດ ແລະ ກິດຈະກຳແຂ່ງຂັນແຜນທຸລະກິດ. ພ້ອມນີ້ ກໍໄດ້ຈັດການແຂ່ງຂັນ ນຳສະເໜີແຜນທຸລະກິດຂອງຕົນ ໂດຍມີນັກສຶກສາຈາກ 5 ສະຖາບັນເຂົ້າຮ່ວມ ຄື: ວິທະຍາໄລສຸດສະກະ, ວິທະຍາໄລການຄ້າ, ວິທະຍາໄລຄອມເຊັນເຕີ, ວິທະຍາໄລຣັຕະນະ ແລະ ມະຫາວິທະຍາໄລແຫ່ງຊາດລາວ.