ສຳຄັນຫຼາຍ 5 ສາເຫດນີ້ທີ່ເຮັດໃຫ້ເງິນເຟີ້ ພວກເຮົາຕ້ອງຊ່ວຍກັນ

243

ກ້າວສູ່ເດືອນທີ 6 ຂອງປີ ບັນຫາເງິນເຟີ້ຍັງສືບຕໍ່ເປັນໄພຄຸກຄາມຊີວິດຄວາມເປັນຢູ່ຂອງພໍ່ແມ່ປະຊາຊົນລາວ ຢ່າງແກ້ບໍ່ຕົກ ເຊິ່ງມີຫຼາຍປັດໄຈກ່ຽວຂ້ອງທັງພາຍໃນ ແລະ ພາຍນອກທີ່ລັດຖະບານພະຍາຍາມຫາທາງອອກຢູ່ ແຕ່ຄົງຕ້ອງໃຊ້ເວລາ ຫຼ້າສຸດໃນເດືອນມິຖຸນາຕາມລາຍງານຂອງລັດຖະບານ ຄ່າສະເລ່ຍອັດຕາເງິນເຟີ້ແມ່ນມີທ່າອຽງຫຼຸດລົງ ແຕ່ກໍຍັງສູງຫຼາຍເມື່ອທຽບກັບປີຜ່ານມາ.

No photo description available.
ອີງຕາມແຫຼ່ງຂໍ້ມູນຈາກສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ສະເລ່ຍເດືອນມິຖຸນາ ຢູ່ທີ່ 28,6% ໂດຍໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ42,7%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 28,8%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 25,8%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 24,6%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 23,9%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 21,6%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16,8%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 12,1%; ຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 11,0%.

May be an image of text
ອັດຕາເງິນເຟີ້ສະເລ່ຍ 6 ເດືອນຕົ້ນປີ 2023 ຢູ່ໃນລະດັບ 38,1% ( 6 ເດືອນຕົ້ນປີ 2022 ແມ່ນ 11,4%). ສາເຫດຫຼັກຂອງການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນມິຖຸນາ ກໍຄືກັບການເພີ່ມຂຶ້ນຂອງເງິນເຟີ້ໃນໄລຍະຜ່ານມາ ເຊິ່ງຍັງແມ່ນມາຈາກປັດໄຈອັດຕາແລກປ່ຽນ, ການຄຸ້ມຄອງລາຄາ ແລະ ການປ່ຽນແປງຂອງດິນຟ້າອາກາດ.

May be an image of 1 person, money and text
ໂດຍ 5 ສາເຫດຫຼັກຂອງການເພີ່ມຂຶ້ນຂອງອັດຕາເງິນເຟີ້ມີດັ່ງນີ້:
1. ທະນາຄານກາງຂອງປະເທດເສດຖະກິດຂະໜາດໃຫຍ່ ໄດ້ນໍາໃຊ້ນະໂຍບາຍແບບຮັດກຸມເພື່ອຫຼຸດຜ່ອນອັດຕາເງິນເຟີ້ໂດຍການຂຶ້ນອັດຕາດອກເບ້ຍນະໂຍບາຍອັນໄດ້ເຮັດໃຫ້ເງິນຕາແຂງຄ່າ ເຊັ່ນດຽວກັນນັ້ນເງິນປະເທດຄູ່ຄ້າກໍອ່ອນຄ່າລົງລວມທັງເງິນກີບ ເຊິ່ງກະທົບເຖິງລາຄາສິນຄ້ານໍາເຂົ້າຂອງລາວມີລາຄາສູງຂຶ້ນ.
2. ຖານຜະລິດພາຍໃນບໍ່ທັນເຂັ້ມແຂງ ສ່ວນຫຼາຍແມ່ນເອື່ອຍອີງ ແລະ ນໍາເຂົ້າ ດັ່ງນັ້ນ, ເມື່ອລາຄາສິນຄ້າຕ່າງປະເທດສູງຂຶ້ນ ບວກກັບການອ່ອນຄ່າຂອງເງິນກີບຈິ່ງໄດ້ສົ່ງຜົນກະທົບໃຫ້ຕົ້ນທຶນການຜະລິດ ແລະ ລາຄາສິນຄ້າພາຍໃນຍິ່ງລາຄາສູງຂຶ້ນ.

No photo description available.
3. ຄວາມອາດສາມາດໃນການແຊກແຊງ ແລະ ຄຸ້ມຄອງຕະຫຼາດອັດຕາແລກປ່ຽນຍັງມີຄວາມຈໍາກັດ ດັ່ງນັ້ນ, ຄ່າຂອງເງິນກີບຈິ່ງອ່ອນຄ່າຫຼາຍໄປຕາມຕະຫຼາດ.
4. ການຄຸ້ມຄອງລາຄາສິນຄາສິນຄ້າຍັງບໍ່ທັນໄດ້ດີ, ພໍ່ຄ້າ-ແມ່ຄ້າ ຍັງມີການສວຍໂອກາດປັບຂຶ້ນລາຄາສິນຄ້າ.
5. ປັດໄຈຈາກການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ຝົນຕົກໜ້ອຍ ເຮັດໃຫ້ຜົນຜະລິດກະສິກໍາບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.