ອຸຕຸນິຍົມໂລກ ເຕືອນ ແອວນີໂຍ ມາແລ້ວ ກຽມຮັບມືກັບອາກາດຮ້ອນອົບເອົ້າ

166

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການອຸຕຸນິຍົມວິທະຍາໂລກ ( WMO ) ອອກແຈ້ງເຕືອນເມື່ອວັນທີ 4 ກໍລະກົດຜ່ານມາວ່າ ປາກົດການແອວນີໂຍ ( El Nino ) ໄດ້ເລີ່ມຂຶ້ນແລ້ວ ເຊິ່ງມີໂອກາດສູງຈະເຮັດໃຫ້ອຸນຫະພູມໂລກເພີ່ມຂຶ້ນສູງສຸດ ເປັນປະຫວັດການ ເຊິ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າຢ່າງຮຸນແຮງໃນຫຼາຍພື້ນທີ່ຂອງໂລກ ແລະ ມະຫາສະໝຸດ.

ການອອກປະກາດເຕືອນຄັ້ງນີ້ ເປັນການສົ່ງສັນຍານໃຫ້ລັດຖະບານທົ່ວໂລກ ກະກຽມມາດຕະການ ເພື່ອຈຳກັດຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ລະບົບນິເວດ ແລະ ເສດຖະກິດ, ນອກຈາກນີ້ ເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ, ລັດຖະບານຕ້ອງຕິດຕັ້ງລະບົບເຕືອນໄພລ່ວງໜ້າ ແລະ ກຽມຄວາມພ້ອມ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດທີ່ຮ້າຍແຮງໃນປີນີ້.

ລາຍງານລະບຸວ່າ: ເກນທີ່ນຳໃຊ້ເຂົ້າໃນການຄິດໄລ່ວ່າ ແອວນີໂຍ ເລີ່ມຂຶ້ນແລ້ວ ແມ່ນອຸນຫະພູມໃນມະຫາສະໝຸດປາຊີຟິກຕາເວັນອອກເຂດຮ້ອນ ມີອຸນຫະພູມສູງຂຶ້ນ 0,5 ອົງສາ ຈາກຄ່າສະເລ່ຍໄລຍະຍາວ, ປາກົດການມັກມີໄລຍະເວລາ 9 – 12 ເດືອນ ແລະ ເກີດຂຶ້ນທຸກ 2 – 7 ປີ.

ອົງການອຸຕຸນິຍົມວິທະຍາໂລກ ເຕືອນວ່າ: ການເກີດປາກົດການແອວນີໂຍຄັ້ງນີ້ ບວກກັບການກະທຳຂອງມະນຸດທີ່ເຮັດໃຫ້ໂລກຮ້ອນຂຶ້ນ ຈາກການຊົມໃຊ້ເຊື້ອເພີງຟອສຊີລ ອາດຈະເຮັດໃຫ້ປີ 2022 ຫຼື ປີ 2023 ສ້າງສະຖິຕິເປັນປີທີ່ຮ້ອນທີ່ສຸດຄັ້ງໃໝ່.

ອົງການອຸຕຸນິຍົມວິທະຍາໂລກ ຍັງລະບຸວ່າ: ມີໂອກາດເປັນໄປໄດ້ສູງເຖິງ 90% ທີ່ປາກົດການແອວນີໂຍ ຈະດຳເນີນໄປຢ່າງຕໍ່ເນື່ອງໃນໄລຍະ 6 ເດືອນທ້າຍປີນີ້ ດ້ວຍຄວາມຮຸນແຮງລະດັບປານກາງ ແລະ ອຸນຫະພູມໃນມະຫາສະໝຸດເພີ່ມຂຶ້ນ, ແອວນີໂຍ ຈະເຮັດໃຫ້ຝົນຕົກເພີ່ມຂຶ້ນໃນເຂດທິດໃຕ້ຂອງທະວີບອາເມຣິກາ  ໃຕ້, ພາກໃຕ້ຂອງສະຫະລັດ, ອາເມຣິກາກາງ ແລະ ທິດຕາເວັນອອກສ່ຽງໃຕ້ຂອງອາຟຣິກກາ.

ນອກຈາກນີ້, ແອວນີໂຍ ຍັງຈະເຮັດໃຫ້ເກີດໄພແຫ້ງແລ້ງຢ່າງຮຸນແຮງ ມີຄື້ນຄວາມຮ້ອນ ແລະ ໄຟປ່າໃນອົດສະຕຣາລີ, ອິນໂດເນເຊຍ, ບາງສ່ວນຂອງອາຊີໃຕ້, ອາເມຣິກາກາງ ແລະ ທິດເໜືອຂອງອາເມຣິກາໃຕ້, ໃນຂະນະດຽວກັນ ອາດຈະເກີດພາຍຸໄຊໂຄລນຮຸນແຮງຂຶ້ນໃນເຂດມະຫາສະໝຸດປາຊີຟິກ ກໍອາດເປັນໄປໄດ້.