IAEA ອະນຸຍາດ ໃຫ້ຍີ່ປຸ່ນປ່ອຍນ້ຳເປື້ອນຈາກໂຮງໄຟຟ້ານິວເຄລຍ ລົງສູ່ທະເລ

59

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການພະລັງງານປະຣະມານູສາກົນ ( IAEA ) ໄດ້ອະນຸຍາດໃຫ້ຍີ່ປຸ່ນ ປ່ອຍນ້ຳເປື້ອນຈາກໂຮງໄຟຟ້ານິວເຄລຍຟູກຸຊີມະ ລົງສູ່ມະຫາສະໝຸດ, ຫຼັງຈາກທີ່ໄດ້ກວດກາຄວາມປອດໄພຢ່າງລະອຽດ ໂດຍປະເມີນວ່າ ອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມພຽງເລັກໜ້ອຍເທົ່ານັ້ນ.

ທັງນີ້, ໂຮງໄຟຟ້ານິວເຄລຍ ຟູກຸຊີມະ ໄດອີຈິ ປະເຊີນກັບບັນຫາພື້ນທີ່ການກັກເກັບນ້ຳບໍ່ພຽງພໍ ສຳລັບໃຊ້ຫຼໍ່ເຢັນເຕົາປະຕິກອນນິວເຄລຍ ໂດຍຍີ່ປຸ່ນໄດ້ປະກາດແຜນດັ່ງກ່າວມາດົນແລ້ວ ແຕ່ຕ້ອງໄດ້ຮັບການອະນຸຍາດຂັ້ນສຸດທ້າຍຈາກ IAEA ກ່ອນຈະປ່ອຍລົງສູ່ມະຫາສະໝຸດ. ໃນຂະນະທີ່ ຈີນ ແລະ ສາທາລະນະລັດເກົາຫຼີ ໄດ້ອອກມາຄັດຄ້ານແຜນດັ່ງກ່າວມາໂດຍຕະຫຼອດ.

ທັງນີ້ ເມື່ອປີ 2011 ໄດ້ເກີດເຫດການແຜ່ນດິນໄຫວຂະໜາດ 9,0 ຣິກເຕີ ເຮັດໃຫ້ເກີດຄື້ນຊຶນາມິ ສົ່ງຜົນໃຫ້ນ້ຳໄຫຼເຂົ້າຖ້ວມເຕົາປະຕິກອນນິວເຄລຍ 3 ເຕົາ ຂອງໂຮງໄຟຟ້າດັ່ງກ່າວ ເຊິ່ງນັບວ່າເປັນໄພພິບັດດ້ານນິວເຄລຍທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ເຊິ່ງເຫດການດັ່ງກ່າວນັ້ນ ລັດຖະບານຍີ່ປຸ່ນ ຕ້ອງອົບພະຍົບປະຊາຊົນຫຼາຍກວ່າ 150.000 ຄົນ ອອກຈາກພື້ນທີ່ໃກ້ຄຽງຂອງໂຮງໄຟຟ້ານິວເຄລຍ ຟູກຸຊີມະ ໄດອີຈິ ເຊິ່ງເຮັດໃຫ້ລັດຖະບານຕ້ອງໄດ້ສູນເສຍງົບປະມານຫຼາຍລ້ານລ້ານເຢນ ໃນການຈັດການກັບ ຄວາມເສຍຫາຍທີ່ເກີດຂຶ້ນ ເຊິ່ງຈະຕ້ອງໃຊ້ເວລານານເຖິງ 40 ປີ. ທາງການຍີ່ປຸ່ນ ໄດ້ເລີ່ມຮື້ຖອນ, ທຳລາຍໂຮງໄຟຟ້າແຫ່ງນີ້ຖິ້ມແລ້ວ ແຕ່ຕ້ອງໃຊ້ເວລາອີກຫຼາຍສິບປີ ກວ່າຈະສຳເລັດ.