ຊາວຕ่າງຊາດອາໄສຢູ່ຍີ່ປຸ່ນ ສູງເປັນປະຫວັດການ ລັດຖະບານກຽມແຜນຮອງຮັບ

18

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ເມື່ອວັນທີ 3 ກໍລະກົດນີ້ ໜັງສືພິມ Yomiuri ລາຍງານວ່າໃນປີງົບປະມານໜ້າ ກົມກວດກາຄົນເຂົ້າເມືອງຂອງຍີ່ປຸ່ນ ຈະເປີດໂຄງການສ້າງຜູ້ຊ່ຽວຊານທີ່ມີໜ້າທີ່ປະສານງານຊ່ວຍເຫຼືອຊາວຕ່າງຊາດທີ່ອາໄສຢູ່ຍີ່ປຸ່ນ.

ລາຍງານລະບຸວ່າ: ຈຸດປະສົງຂອງໂຄງການນີ້ ຄືການສ້າງສະພາບແວດລ້ອມໃຫ້ຊາວຕ່າງຊາດຮູ້ສຶກສະບາຍໃຈ ທີ່ອາໄສຢູ່ໃນຍີ່ປຸ່ນ ເປັນເວລາດົນນານ ໂດຍແຫຼ່ງຂ່າວຈາກສຳນັກງານກວດຄົນເຂົ້າເມືອງຂອງຍີ່ປຸ່ນເປີດເຜີຍເປົ້າໝາຍທີ່ຈະຜ່ານການກໍ່ສ້າງບຸກຄະລາກອນໃນໂຄງການ ປະມານ 300 ຄົນ ພາຍໃນປີງົບປະມານ 2026 ແລະ ຄາດວ່າຈະສ້າງມາດຕະຖານການສ້າງຜູ້ຊ່ຽວຊານດ້ານນີ້ ດ້ວຍໃບຮັບຮອງລະດັບຊາດ.

ຜູ້ທີ່ຜ່ານໂຄງການນີ້, ຈະໃຫ້ບໍລິການຄໍາປຶກສາທີ່ໜ່ວຍງານລັດຖະການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ນອກນີ້, ກໍຈະໄດ້ຮັບການມອບໝາຍໜ້າທີ່ກຳນົດບັນດາບັນຫາບົນພື້ນຖານຄວາມຮູ້ທີ່ເລິກເຊິ່ງໃນແຕ່ລະຂົງເຂດທີ່ແນ່ນອນ ເປັນຕົ້ນກົດໝາຍ ແລະ ລະບຽບການຕ່າງໆ; ພ້ອມກັນນັ້ນ, ກໍເຮັດໜ້າທີ່ປະສານງານກັບບັນດາອົງການຈັດຕັ້ງ ແລະ ກຸ່ມຊ່ວຍເຫຼືອສະເພາະ.

ໂຄງການນີ້ຈະເລີ່ມຕົ້ນຝຶກອົບຮົມໃຫ້ກັບພະນັກງານລັດ ທີ່ເຮັດວຽກໂດຍກົງກັບຊາວຕ່າງຊາດ ຜູ້ເຂົ້າຮ່ວມຄາດວ່າຈະໄດ້ຮັບການຮັບຮອງຢ່າງສົມບູນ ເມື່ອປະຕິບັດຕາມຂໍ້ກຳນົດ ເຊິ່ງລວມໄປເຖິງການຝຶກອົບຮົມທາງອອນລາຍ 2 ເດືອນ ແລະ ການຝຶກອົບຮົມນອກສະຖານທີ່ 3 ເດືອນ.

ການເຄື່ອນໄຫວດັ່ງກ່າວໄດ້ຮັບແຮງກະຕຸ້ນມາຈາກຈໍານວນຊາວຕ່າງຊາດ ທີ່ອາໄສຢູ່ໃນຍີ່ປຸ່ນເພີ່ມຂຶ້ນຢ່າງວ່ອງໄວ ປີ 2022 ຈໍານວນຊາວຕ່າງຊາດທີ່ອາໄສໃນປະເທດສູງເປັນປະຫວັດການ ຢູ່ທີ່ 3.075.213 ຄົນ.