ຂໍ້ຄວາມຈາກໃຈ ໂບ ວັນວິສາ ທັອບ 15 Miss Teen International 2023

18

ສະແດງຄວາມຍິນດີດ້ວຍ! ກັບຕົວແທນຂອງໄວໜຸ່ມລາວ ທີ່ບິນຊີງມົງກຸດ ໃນເວທີລະດັບສາກົນ Miss Teen International 2023 ທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 15 – 24 ມິຖຸນາ 2023 ຜ່ານມາ.
ເຖິງແມ່ນວ່າການປະກວດຄັ້ງນີ້ຈະຄວ້າຕໍາແໜ່ງມາຄອງບໍ່ໄດ້ ແຕ່ນ້ອງເຮັດດີທີ່ສຸດໃນທຸກຮອບ ແລະ ປະຈັກສາຍຕາທຸກຄົນແລ້ວ ວ່ານ້ອງເຮັດເຕັມທີ່ສຸດໆ ຜ່ານເຂົ້າຮອບ 15 ຄົນ ດ້ວຍ ຄວາມພາກພູມໃຈ ແລະ ເປັນໃບໜ້າທີ່ດີໃຫ້ແກ່ປະເທດຢ່າງສະຫງ່າງາມ ສໍາລັບ ໂບ ວັນວິສາ ນາມເສນາ Miss Teen International Laos 2023.

ນ້ອງໂບ ວັນວິສາ ນາມເສນາ ແມ່ນເປັນ Miss Teen Laos 2022 ປັດຈຸບັນອາຍຸ 17 ປີ ສັງກັດທີ່ Naga Studio ສາວງາມໄວໃສຄົນນີ້ ແມ່ນໄດ້ເລີ່ມກ້າວເຂົ້າສູ່ວົງການປະກວດຕັ້ງແຕ່ອາຍຸ 11 ປີເທົ່ານັ້ນ ແລະ ເວທີທໍາອິດຂອງນ້ອງທີ່ຮ່ວມປະກວດກໍຄືເວທີ Laos Supermo del 2017 ໂດຍໃນຕອນນັ້ນເອງ ໂບ ແມ່ນໄດ້ຜ່ານຮອບ 50 ຄົນ ແລະ ຕໍ່ມາໃນປີ 2019 ໂບ ໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳອິດທີ່ເຮັດໃຫ້ ໂບ ໄດ້ເຂົ້າຮອບເລິກເຖິງຮອບ 10 ຄົນສຸດທ້າຍ.

ຕໍ່ມາໃນປີ 2020 ຍ້ອນ ຄວາມມຸ່ງມານະພະຍາຍາມ ແລະ ມີຄວາມຝັນໃນການກ້າວເຂົ້າສູ່ວົງການບັນເທີງ ຈຶ່ງເຮັດໃຫ້ ໂບ ລົງປະກວດອີກຄັ້ງໃນເວທີ TKK Super model Contest 2020 ຈົນເຮັດໃຫ້ ໂບ ໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ. ຫຼ້າສຸດການປະກວດໃນເວທີ Miss Teen Laos 2022 ຄວາມຝັນຂອງນ້ອງໃນການເປັນນາງງາມກໍເປັນຈິງ ໄດ້ຮັບຕໍາແໜ່ງ Miss Teen Laos 2022 ແລະ ມາໃນປີ 2023 ນີ້ ຍ້ອນເຫັນໄດ້ໃນສັກກະຍະພາບ ແລະ ຄວາມສາມາດທີ່ນ້ອງມີ ໂບ ວັນວິສາ ຈຶ່ງໄດ້ຮັບການແຕ່ງຕັ້ງເປັນຕົວແທນປະເທດລາວ ປະກວດ Miss Teen International 2023.

ຜ່ານການປະກວດຈາກເວທີສາກົນ ແລະ ສິ້ນສຸດລົງ ນ້ອງໂບ ກໍໄດ້ໂພສຜ່ານເຟສ ບຸ໊ກສ່ວນຕົວຂອງນ້ອງເອງ ດ້ວຍຂໍ້ຄວາມຈາກໃຈໂດຍ ໂບ ບອກວ່າ: “ ນ້ອງໂບຂໍໃຊ້ຮູບນີ້ໃນການເປັນຕົວແທນຂອງເດັກນ້ອຍຜູ້ຍິງທຸກຄົນເພື່ອສະແດງເຖິງຄວາມກ້າຫານທີ່ຈະກ້າຂ້າມຜ່ານຄວາມຢ້ານກົວຕ່າງໆ ເພື່ອກ້າທີ່ຈະເຮັດຕາມຄວາມຝັນຂອງຕົວເອງຢ່າງສະຫງ່າງາມໃນສິ່ງທີ່ຕົວເອງຮັກ ການໄດ້ເປັນຕົວແທນປະເທດລາວຄັ້ງທຳອິດໃນຊີວິດ ແລະ ການໄປໃຊ້ຊີວິດໃນຕ່າງປະເທດຄັ້ງທຳອິດຄົນດຽວຂອງນ້ອງໂບ ນັ້ນຍາກຫຼາຍ ແລະ ຕ້ອງປັບຕົວຫຼາຍຢ່າງ ເພື່ອຈະເປັນບຸກຄົນທີ່ດີ ແລະ ມີຄຸນນະພາບທີ່ສຸດ ກ່ອນອື່ນເລີຍຕ້ອງຂອບໃຈຄອບຄົວ ອິມີ່ອິປ໋າ, ອ້າຍເອື້ອຍ, ນ້ອງ, ໝູ່ຄູ່ທຸກຄົນທີ່ເປັນກຳລັງໃຈໃຫ້ຕະຫຼອດມາ ແລະ ຂອບໃຈຄອບຄົວທີ່ບອກກັບລູກສາວຄົນນີ້ຕະຫຼອດວ່າ “ ລູກເກັ່ງ ລູກຕ້ອງເຮັດໄດ້ ” ຂອບໃຈທີ່ເຊື່ອໝັ້ນເດັກນ້ອຍທຳມະດາຄົນນີ້.

ອີກຄົນໜຶ່ງທີ່ນ້ອງໂບ ຈະບອກສະເໝີວ່າ ລາວເປັນຜູ້ຢູ່ເບື້ອງຫຼັງຄວາມສຳເລັດນັ້ນຄື ພໍ່ເພັດ Phetsamone Phalamarth ຂອບໃຈພໍ່ເດີທີ່ບອກກັບລູກສາວ ວ່າລູກຕ້ອງເຮັດໄດ້ ຂອບໃຈທີ່ເຊື່ອໝັ້ນໃນຕົວລູກຄົນນີ້ ລູກບໍ່ມີຄຳໃດນອກຈາກຄຳວ່າຂອບໃຈທີ່ຮັກ ແລະ ເອັນດູລູກສາວຄົນ ນີ້, ອີກຄົນໜຶ່ງຕ້ອງຂອບໃຈ ອ້າຍຕ້າ Tar Thepmahavixay Saythilath ທີ່ຄອຍບອກສອນລູກສາວຄົນນີ້ ຄອຍເຕືອນ ຄອຍບອກ ບອກສອນແຕ່ສິ່ງດີໆ ຊິມາຮອດຈຸດນີ້ບໍ່ໄດ້ຖ້າບໍ່ມີບຸກຄົນສຳຄັນທີ່ຢູ່ເບື້ອງຫຼັງ, ພ້ອມນີ້ ນ້ອງໂບ ຍັງກ່າວຂອບໃຈອີກຫຼາຍໆພາກສ່ວນທີ່ຄອຍໃຫ້ການສະໜັບສະໜູນ ແລະ ໃຫ້ກໍາລັງໃຈໂດຍດີຕະຫຼອດມາ.


ໂບ ຍັງຂອບໃຈເພຈນາງງາມ ແຟນນາງງາມທີ່ຄອຍຊັບພອດ ເປັນກຳລັງໃຈມາໃຫ້ຕະຫຼອດ ທັງແຟນນາງງາມຝັ່ງລາວ ແລະ ກຳປູເຈຍ ແລະ ຂອບໃຈແຟນນາງງາມລາວທີ່ສະໜັບສະໝູນ ຊັບພອດ ສາວນ້ອຍຄົນນີ້ ຂອບໃຈທຸກຄອມເມັ້ນທີ່ເຊຍ ແລະ ເປັນກຳລັງໃຫ້ຕະຫຼອດການປະກວດ ນ້ອງໂບ ອ່ານທຸກຄອມເມັ້ນ ອາດຈະບໍ່ຕອບແດ່ ຫຼື ຕອບແດ່ ແຕ່ໂບ ກະດີໃຈຫຼາຍໆ ແລະ ເປັນກຳລັງໃຈທີ່ດີໃຫ້ໂບຫຼາຍໆ. ສຸດທ້າຍນີ້ ໂບ ຈະບອກວ່າ ໂບ ຮູ້ສຶກເປັນກຽດຫຼາຍໆກັບການເປັນຕົວແທນປະເທດລາວ ແລະ ພູມໃຈໄດ້ເຮັດໜ້າທີ່ນີ້ຢ່າງດີທີ່ສຸດ ແລະ ໂບ ຈະຂໍເຮັດໜ້າທີ່ເປັນແບບຢ່າງທີ່ດີຂອງເດັກນ້ອຍ ແລະ ໄວໜຸ່ມຕະຫຼອດໄປ.
ຂ່າວບັນເທີງເອງຕ້ອງຂໍຝາກທຸກຄົນຕິດຕາມຜົນງານສາວນ້ອຍຄົນນີ້ດ້ວຍ ຜ່ານທາງ ເຟສບຸ໊ກ Bow vanvisa ນັ້ນເອງ.