ຕາມການລາຍງານຂອງ ຂ່າວສານສື່ມວນຊົນ ກພລໃຫ້ຮູ້ວ່າ: ບໍລິສັດ ຊິນໂນເພັກ ຮົງກົງ ສປ ຈີນ ໄດ້ຈັດສົ່ງນໍ້າມັນ ໃຫ້ບໍລິສັດ ລັດວິສາ ຫະກິດນ້ຳມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ ແລະ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ຈຳໜ່າຍຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສປປ ລາວ.
ການຈັດສົ່ງນ້ຳມັນໃນຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກ ທີ່ບໍລິສັດ ລັດວິ ສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ກ່ຽວກັບການຮ່ວມມືທຸລະກິດຊື້-ຂາຍນໍ້າມັນມາຈຳໜ່າຍຮູບແບບຂາຍຍົກ ແລະ ຂາຍຍ່ອຍ ໃນ ສປປ ລາວ ເຊິ່ງເພື່ອປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ມາວັນທີ 26 ພຶດສະພາ ຜ່ານມາ. ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ກໍໄດ້ປະ ສານງານກັບ ບໍລິສັດ ຊິນໂນເພັກ ຮົງກົງ ສປ ຈີນ ໃນການຈັດສົ່ງນໍ້າມັນ ເຊື້ອໄຟຊະນິດຕ່າງໆ ຕາມຈໍານວນ ແລະ ມູນຄ່າ ໂດຍພາຍໃຕ້ຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆຂອງສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ ແລະ ຖືກຕ້ອງ.
ມາຮອດວັນທີ 27 ມິຖຸນາ 2023 ບໍລິສັດ ຊິນໂນເພັກ ຮົງກົງ ສປ ຈີນ ໄດ້ຈັດ ສົ່ງນໍ້າມັນ ໃຫ້ບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ຢູ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ເຊິ່ງເຂົ້າ ຮ່ວມໃນພິທີມອບ-ຮັບໂດຍມີ ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ທ່ານ ນາງ ເຕືອນໃຈ ໄຊຍະສອນ ປະທານບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ພ້ອມດ້ວຍ ວິຊາການຈາກບໍລິສັດ ຊິນໂນເພັກ ຮົງກົງ ສປ ຈີນ ແລະ ຫົວໜ້າຄະນະປັບ ປຸງຫົວໜ່ວຍການຜະລິດ-ທຸລະກິດ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ.