ສາລະວັນໄດ້ຮັບກາໝາຍສິນຄ້າໂອດັອບຕື່ມອີກ 2 ຫົວໜ່ວຍ

54

ພິທີເປີດນຳໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ 2 ຫົວໜ່ວຍຂອງກຸ່ມການຜະລິດຫັດຖະກຳຕ່ຳແຜ່ນແພ ບ້ານສະພາດ ແລະ ກຸ່ມຜະລິດຫັດຖະກຳຈັກສານມວຍ ບ້ານບັງຄານ້ຳ ເມືອງວາປີ ແຂວງສາລະວັນ ໄດ້ຈັດຂຶ້ນ ໃນວັນທີ 21 ມິຖຸນາຜ່ານມາຢູ່ເດີ່ນສູນວາງສະແດງກຸ່ມຜະລິດຕະພັນຫັດຖະກຳຕ່ຳແຜ່ນແພ ບ້ານສະພາດ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ວິຊຽນ ນະວິກຸນ ປະທານອົງການກວດກາພັກ-ລັດແຂວງສາລະວັນ ຜູ້ຊີ້ນຳວຽກງານຮອບດ້ານເມືອງວາປີ ແລະ ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ພ້ອມດ້ວຍພາກສ່ວນທີ່ກ່ຽວເຂົ້າຮ່ວມ.

ไม่มีคำอธิบาย

ທ່ານ ເພັດສຳລີ ເຂັມວິໄລ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງວາປີ ໄດ້ໃຫ້ຮູ້ວ່າ: ບ້ານ ສະພາດ ແລະ ບ້ານບັງຄານ້ຳ ເປັນບ້ານທີ່ຂຶ້ນກັບເມືອງວາປີ ແຂວງສາລະວັນ ມີເສັ້ນທາງ 15B ຕັດຜ່ານ, ໃນ 2 ບ້ານມີທັງໝົດ 330 ຫຼັງຄາເຮືອນ, ມີ 386 ຄອບຄົວ, ມີພົນລະເມືອງທັງໝົດ 1 ພັນກວ່າຄົນ, ຍິງ 9 ຮ້ອຍກວ່າຄົນ.

ຍ້ອນເຫັນໄດ້ເຖິງຄວາມສຳຄັນ ແລະ ຄວາມປານີດໃນການຜະລິດຂອງປະຊາຊົນ 2 ບ້ານ. ນັບແຕ່ປີ 2004 ເປັນຕົ້ນມາ ບ້ານສະພາດ ຈຶ່ງໄດ້ຮັບການຊຸກຍູ້ສົ່ງເສີມຈາກອົງການປົກຄອງເມືອງວາປີ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຜະລິດຫັດຖະກຳຕ່ຳແຜ່ນແພ ໃນຈໍານວນ 30 ຄອບຄົວ ແລະ ບ້ານບັງຄານ້ຳ ໄດ້ຮັບການຊຸກຍູ້ສົ່ງເສີມ ໃນປີ 2014 ມີ 39 ຄອບຄົວ.

ไม่มีคำอธิบาย

ພາຍຫຼັງທີ່ໄດ້ຮັບການຊຸກຍູ້ສົ່ງເສີມແລ້ວ ກຸ່ມຜະລິດຫັດຖະກຳຕ່ຳແຜ່ນແພ ແລະ ກຸ່ມຫັດຖະກຳຈັກສານ ແມ່ນສາມາດຊອກລາຍໄດ້ເຂົ້າສູ່ຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ແລະ ການຜະລິດເຄື່ອງຫັດຖະກໍາ ກໍ່ນັບມື້ນັບເປັນທີ່ນິຍົມ ຂອງສັງຄົມຢ່າງກວ້າງຂວາງ ເປັນຕົ້ນແພຂາວມ້າ, ຜ້າສະໂລ່ງ, ແພຕັດເສື້ອ, ແພບ່ຽງ, ມວຍ, ຝາອັດມວຍ, ຕິບເຂົ້າ, ກະຂ້ອງ, ໂຄມໄຟ ແລະ ອື່ນໆ.

ແລະ ມາໃນທ້າຍປີ 2022 ອົງການປົກ ຄອງເມືອງວາປີ ແລະ ຫ້ອງການອຸດສາຫະກຳ – ການຄ້າເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ສະເໜີຂັ້ນເທິງຮັບຮອງເອົາເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດັອບ(ODOP).

ไม่มีคำอธิบาย

ຈາກນັ້ນໃນພິທີກໍ່ໄດ້ມອບໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ໂດຍການມອບຂອງ ທ່ານ ຄຳສຸກ ແກ້ວວົງສອງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ, ຮັບໂດຍປະທານກຸ່ມຜະລິດຫັດຖະກຳ ບ້ານສະພາດ ແລະ ບ້ານບັງຄານ້ຳ, ພ້ອມດຽວກັນນັ້ນທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນກໍ່ຍັງໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງມາຍັງອົງການປົກຄອງທຸກຂັ້ນ ແລະ ກຸ່ມການຜະລິດຫັດຖະກຳຈົ່ງເອົາໃຈໃສ່ຮັກສາມູນເຊື້ອ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນດັ່ງກ່າວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ໂດຍ: ໜັງສືພິມສາລະວັນ