ຮ້ອນແຮງທີ່ສຸດ Mister Universe Laos ພ້ອມການເປີດໂຕມົງກຸດ ແລະ ເສື້ອອັດສະວິນ

53

ມາມາມາ ຍັບກັນເຂົ້າມາຕິດຂອບເວທີກັນເລີຍ ມື້ນີ້ຂ່າວບັນເທີງຂໍເອົາໃຈສາວໆ ແລະ ເຫຼົ່າ ແຟນຄລັບເວທີ ທີ່ຮ້ອນແຮງທີ່ສຸດໃນຕອນນີ້ກັບເວທີ Mister Universe Laos 2023 ເຊິ່ງຂ່າວບັນເທີງໄດ້ປະມວນເອົາພາບໜຸ່ມໆແບບຊຸ່ມຊໍ່າຫົວໃຈຂອງສາວໆມາໃຫ້ເບິ່ງແບບຈຸໃຈກັນເລີຍ ໃນຮອບຊຸດລອຍນໍ້າ Swimsuit Competition ຂອງໜຸ່ມໆທັງ 18 ຄົນ ລວມໄປເຖິງການເປີດໂຕຢ່າງຍິ່ງໃຫຍ່ອະລັງການ ສໍາລັບລາງວັນຂອງຜູ້ຊະນະເລີດການແຂ່ງຂັນໃນຄັ້ງນີ້.

ການຈັດປະກວດ Mister Universe Laos 2023 ຄັ້ງນີ້ແມ່ນຍິ່ງໃຫຍ່ອີ່ຫຼີ ກາລັນຕີຈາກຄະນະປະທານກັນເລີຍ ໂດຍການເປີດໂຕມົງກຸດອັນງົດງາມ ແລະ ຊົງຄຸນຄ່າໃນຄັ້ງນີ້ ເປັນອີກໜຶ່ງເວທີທີ່ມີຂອງລາງວັນສຸດຍິ່ງໃຫຍ່ໃຫ້ກັບຜູ້ທີ່ມີຄວາມພ້ອມ ແລະ ກຽມເປັນຕົວແທນຂອງປະເທດລາວໃນເວທີສາກົນ ແລະ ໃຜຈະໄດ້ເປັນເຈົ້າຂອງມົງກຸດ “ ບຸລຸດລາວລ້ານຊ້າງ ແລະ ເສື້ອອັດສະວິນ ສໍາລັບເວທີ Mister Universe Laos 2023 “ ນີ້ຄືປະສົບການໃໝ່ ແລະ ເວທີທີ່ປ່ຽນແປງຊີວິດເຈົ້າໄປຕະຫຼອດການ ຮັກໃຜເຊຍໃຜ ກົດໄລຄ໌ກົດແຊຣ໌ ຄອມເມັ້ນກັນລົວໆໄດ້ເລີຍ ແລະ ຮ່ວມເປັນກໍາລັງໃຈໃຫ້ພວກເຂົາຜ່ານເພຈຫຼັກ Mister Universe Laos.

ການມອບ – ຮັບມົງກຸດປະຈຳຕຳແໜ່ງ ແລະ ຊຸດເສື້ອຂອງຜູ້ຊະນະ Mister Universe Laos 2023 ໄປເປັນທີ່ຮຽບຮ້ອຍແລ້ວ ໃນຄ່ຳຄືນຂອງວັນທີ 26 ມິຖຸນາທີ່ຜ່ານມາ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກເອື້ອຍໃຫຍ່ນ້ຳໃຈງາມ ທ່ານ ນາງ ແສງສະຖິດ ແສງອາພອນ ທີ່ຮ່ວມເປັນສະປອນເຊີໃນການສະໜັບສະໜູນມົງກຸດ ປະຈຳກອງປະກວດ Mister Universe Laos 2023 ແລະ ເປັນກຽດຮັບໂດຍ ປະທານທັງສາມທ່ານ ນຳໂດຍ ທ່ານ ສຸລິຍົມ ຈັນດາລາສານ, ທ່ານ ຄໍາເພົ້າ ບົວພັນ ແລະ ທ່ານ ເທບມະຫາວິໄຊ ໄຊທິລາດ ຫຼື ສິລະປິນ ຕ້າ ເອແພັກ ນັ້ນເອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ ພ້ອມດ້ວຍຜູ້ໃຫຍ່ໃຈດີ ສະປອນເຊີທຸກພາກສ່ວນ ແລະ ຄະນະອ້າຍນ້ອງສື່ມວນຊົນທຸກຂະແໜງການອີກດ້ວຍ.

ສະນັ້ນແລ້ວ ມາຮ່ວມຕິດຕາມໄປພ້ອມກັນວ່າ ຊາຍງາມລາວ ຄົນໃດທີ່ຈະໄດ້ຄອງມົງກຸດ ແລະຕຳແໜ່ງແຫ່ງຄວາມພູມໃຈໄປຄອງໃນປີນີ້ ຕິດຕາມ ແລະ ສົ່ງກໍາລັງໃຈໃຫ້ກັບໜຸ່ມໆທັງ 18 ຄົນພ້ອມກັນເລີຍ ເຊິ່ງຮອບຊີງຊະນະເລີດນີ້ຮັບຊົມພ້ອມກັນ ໃຜຈະໄດ້ຄອງມົງກຸດບຸລຸດລາວລ້ານຊ້າງ ແລະ ເສື້ອອັດສະວິນໄປຄອງພ້ອມກັນ ໃນວັນທີ 9 ກໍລະກົດ 2023 ( Final Night ).