ເດືອນພຶດສະພາ ໄທ ຂາດດຸນການຄ້າ 1.800 ລ້ານກວ່າໂດລາ

59

ສຳນັກຂ່າວ ອິນໂຟເກວສ ລາຍງານວ່າ: ກະຊວງການຄ້າ ແຫ່ງຣາຊະອານາຈັກໄທ ລາຍງານວ່າ ຍອດມູນຄ່າການນຳເຂົ້າ – ສົ່ງອອກຂອງໄທ ໃນເດືອນພຶດສະພາ 2023 ປະມານ 50.530 ລ້ານໂດລາສະຫະລັດ, ໃນນັ້ນຍອດສົ່ງອອກປະມານ 24.340 ລ້ານໂດລາສະຫະລັດ ຫຼຸດລົງ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ການນຳເຂົ້າປະມານ 26.190 ລ້ານໂດລາສະຫະລັດ ສົ່ງຜົນໃຫ້ຂາດດຸນການຄ້າ 1.849 ລ້ານໂດລາສະຫະລັດ.

ລາຍງານລະບຸວ່າ: ເມື່ອລວມໄລຍະ 5 ເດືອນທຳອິດຂອງປີ 2023 ການສົ່ງອອກມີມູນຄ່າ 116.344 ລ້ານໂດລາສະຫະລັດ ຫຼຸດລົງ 5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນການນຳເຂົ້າ ມີມູນຄ່າ 122.709 ລ້ານໂດລາສະຫະລັດ, ສົ່ງຜົນໃຫ້ 5 ເດືອນທຳອິດຂອງປີນີ້ ໄທ ຂາດດຸນການຄ້າ 6.365 ລ້ານໂດລາສະຫະລັດ.