ຜົນສະຫຼຸບ 6 ເດືອນອັດຕາເງິນເຟີ້ລົງມາຢູ່ລະດັບ 38,06%

316

ໃນແຜນປີ 2023 ຄາດໝາຍແຜນເງິນຕາແຫ່ງຊາດ ກຳນົດໄວ້ມີຄື: ຄວບຄຸມປະລິມານເງິນໃຫ້ຂະຫຍາຍຕົວທຽບໃສ່ປີຜ່ານມາບໍ່ເກີນ 26%, ອັດຕາເງິນເຟີ້ສະເລ່ຍໝົດປີຕ້ອງບໍ່ເກີນ 9%. ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ເຫັນວ່າ ອັດຕາເງິນເຟີ້ ຢູ່ໃນລະດັບ 38,06%.

ไม่มีคำอธิบาย

ຕາມການລາຍງານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ (ທຫລ) ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການດ້ານເງິນຕາຕ່າງໆ ໃນໄລຍະ 6 ເດືອນຕົ້ນປີ 2023 ຂອງ ທຫລ ສາມາດສັງລວມຜົນໄດ້ຮັບ ດັ່ງນີ້:

ไม่มีคำอธิบาย

ອັດຕາເງິນເຟີ້ ສະເລ່ຍ 6 ເດືອນຕົ້ນປີ ຢູ່ໃນລະດັບ 38,06%. ມາຮອດປັດຈຸບັນ ເຫັນວ່າສະພາບເງິນເຟີ້ ມີແນວໂນ້ມຫຼຸດລົງ ຈາກລະດັບສູງສຸດ 41,26% ໃນເດືອນ ກຸມພາ 2023 ມາເປັນ 28,64% ໃນເດືອນ ມິຖຸນາ;

ປະລິມານເງິນ M2 ຮອດທ້າຍເດືອນພຶດ 2023, ການຂະຫຍາຍຕົວຂອງ M2 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຢູ່ໃນລະດັບ 26% ແຕ່ຖ້າທຽບໃສ່ທ້າຍປີ 2022 ແມ່ນຂະຫຍາຍຕົວໃນລະດັບ 7,87%. ຄາດວ່າຮອດທ້າຍເດືອນ 6 ຈະຂະຫຍາຍຕົວໃນລະດັບປະມານ 27% ຫຼື ເພິ່ມຂຶ້ນ 1% ຈາກເດືອນ 5 (ມະຕິສະພາ: ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ);

ไม่มีคำอธิบาย

ສຳລັບອັດຕາແລກປ່ຽນ ສະເລ່ຍໃນເດືອນມິຖຸນາ 2023 ທຽບໃສ່ທ້າຍປີ 2022 ເຫັນວ່າເງິນກີບມີທ່າອ່ຽງອ່ອນຄ່າ ດັ່ງນີ້: ເງິນກີບ ທຽບ ເງິນໂດລາ ຂອງລະບົບທະນາຄານ ອ່ອນຄ່າ 5,8% (ຈາກ 17.312 ກີບ ມາເປັນ 18.390 ກີບ/ໂດລາ); ເງິນກີບ ທຽບ ເງິນບາດ ຂອງລະບົບທະນາຄານ ອ່ອນຄ່າ 8,3% (ຈາກ 502 ກີບ ມາເປັນ 548 ກີບ/ບາດ); ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດ ໃນໄລຍະຕົ້ນປີ ຫາເດືອນເມສາ 2023 ໂດຍລວມ ແມ່ນບໍ່ແຕກຕ່າງກັນຫຼາຍ ສະເລ່ຍຕໍ່າກວ່າ 2%, ແຕ່ ນັບແຕ່ເດືອນພຶດສະພາ2023 ເປັນຕົ້ນມາ ເຫັນວ່າສ່ວນຕ່າງອັດຕາແລກປ່ຽນ ເພີ່ມຂຶ້ນສູງເກີນ 2%.

15 ຂໍ້ມູນກ່ຽວກັບເງິນໂດລາສະຫະລັດທີ່ທ່ານບໍ່ຮູ້