ພຽງ 5 ເດືອນບໍ່ແກ້ວ ສ້າງລາຍຮັບຈາກການທ່ອງທ່ຽວເກືອບ 6 ລ້ານໂດລາ

101

ດັ່ງທີ່ຮູ້ກັນດີ ບໍ່ແກ້ວເປັນແຂວງທີ່ຕັ້ງຢູ່ເຂດສາມຫຼ່ຽມລາວ-ໄທ ແລະ ມຽນມາ ທີ່ສະດວກສະບາຍໃນການທ່ອງທ່ຽວ ອີກທັ້ງຍັງມີເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ດຶງດູດການເດີນທາງເຂົ້າມາແຂວງບໍ່ແກ້ວຈິ່ງເຮັດໃຫ້ການທ່ອງທ່ຽວໃນແຂວງນີ້ຄືກຄື້ນເປັນພິເສດ ຕາມລາຍງານໃນ 5 ເດືອນຂອງປີ 2023 ນີ້ ຕົວເລກແຂກມາຢ້ຽມຢາມເພີ່ມຂຶ້ນເກືອບ 500% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຖືກປິດ 15 ມື້ — ຂ່າວລາວ ວິທຍຸເອເຊັຽເສຣີ ພາສາລາວ

ຕາມການສະໜອງຂໍ້ມູນ ຈາກພະນັກງານວິຊາການ ຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວແຂວງບໍ່ແກ້ວ ໃຫ້ຮູ້ວ່າ: 5 ເດືອນຜ່ານມາ 2023 ນິ້ ມີນັກທ່ອງທ່ຽວເຂົ້າ-ອອກເມືອງ ໂດຍຜ່ານດ່ານສາກົນຂົວມິດຕະພາບ 4 ແລະ ດ່ານເຂດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ມີທັງໝົດ 116.142 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວພາຍໃນ 7.300 ເທື່ອຄົນ. ສາມາດສ້າງລາຍຮັບຈາກການທ່ອງທ່ຽວ 365.000 ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງ 5 ເດືອນຕົ້ນປີ 2022 ຜ່ານມາ ແມ່ນເພີ່ມຂຶ້ນ 96.261 ເທື່ອຄົນ ເທົ່າກັບ 484% ສາມາດສ້າງລາຍຮັບສະເລ່ຍ 5.807.100 ໂດລາສະຫະລັດ.

อาจเป็นรูปภาพของ 10 คน

ສຳລັບແຂກທີ່ມາຢ້ຽມຢາມແຂວງບໍ່ແກ້ວໃນໄລຍະ 5 ເດືອນຜ່ານມານີ້ແມ່ນມາຈາກກຸ່ມປະເທດອາຊຽນ: ມີ 9 ປະເທດ ໄດ້ມາຜ່ານດ່ານຂົວມິດຕະພາບ 4 ມີນັກທ່ອງທ່ຽວ 31.615 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄຳ 34.978 ເທື່ອຄົນ ລວມທັງໝົດ 66.593 ເທື່ອຄົນ.

อาจเป็นรูปภาพของ 17 คน และ ข้อความ

ມາຈາກອາຊີ ແລະ ປາຊີຟິກ: ມີ 30 ປະເທດ ມີນັກທ່ອງທ່ຽວຜ່ານຂົວມິດຕະພາບ 4 ມີ 5.533 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 21.904 ເທື່ອຄົນ ລວມທັງໝົດ 27.437 ເທື່ອຄົນ.

ມາຈາກເອີລົບ: ມີ 38 ປະເທດ ມີນັກທ່ອງທ່ຽວຜ່ານຂົວມິດຕະພາບ 4 ມີ 17.793 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 687 ເທື່ອຄົນ ລວມທັງໝົດ 18.480 ເທື່ອຄົນ.

ມາຈາກອາເມລິກາ: ມີ 15 ປະເທດ ມີນັກທ່ອງທ່ຽວຜ່ານຂົວມິດຕະພາບ 4; ມີ 2.880 ເທື່ອຄົນ;ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 570 ເທື່ອຄົນ.ມີນັກທ່ອງທ່ຽວທັງໝົດ 3.450 ເທື່ອຄົນ ນອກຈາກນີ້ຍັງມາຈາກອາຟຣິກາ ແລະ ຕາເວັນອອກກາງອີກຈຳນວນໜຶ່ງ.

อาจเป็นรูปภาพของ 8 คน และ ฝูงชน

ທັງໝົດແມ່ນ ມີນັກທ່ອງທ່ຽວເຂົ້າຜ່ານດ່ານຂົວມິດຕະພາບ 4 ມີ 57.867 ເທື່ອຄົນ  ສາມາດສ້າງລາຍຮັບໄດ້ຕົວຈີງ 2.893.350 ໂດລາສະຫະລັດ ແລະ ມີນັກທ່ອງທ່ຽວເດີນທາງເຂົ້າຜ້ານດ່ານເຂດພິເສດສາມຫຼ່ຽມຄຳມີ 58.275 ເທື່ອຄົນ ເຊິ່ງສາມາດສ້າງລາຍຮັບໄດ້ 2.913.750 ໂດລາສະຫະລັດ.

อาจเป็นรูปภาพของ 9 คน และ ฝูงชน

ໂດຍ: ໂທລະພາບແຂວງບໍ່ແກ້ວ